ບໍລິສັດ ອີໂວ ການກິລາ ຈໍາກັດ (EVO) ເຊັນສັນຍາສະໜັບສະໜູນ ສະຫະພັນບານເຕະແຫ່ງຊາດລາວ ຢ່າງເປັນທາງການດ້ວຍການສະໜັບສະໜູນເຄື່ອງກິລາໃຫ້ກັບກຳມະການຕັດສິນໃນທຸກໆລາຍການແຂ່ງຂັນທີ່ ສຕລ ເປັນຜູ້ຈັດ ນັບຕັ້ງແຕ່ປີ 2025-2028 ຫຼື ໄລຍະເວລາ 3 ລະດູການ.
ພິທີເຊັນສັນຍາສະໜັບສະໜູນການແຂ່ງຂັນບານເຕະລາຍການດັ່ງກ່າວ ຈັດຂຶ້ນໃນວັນທີ 17 ມິຖຸນາ 2025 ໃຫ້ກຽດເຂົ້າຮ່ວມໂດຍ ທ່ານ ວີເພັດ ສີຫາຈັກຣ ປະທານສະຫະພັນບານເຕະແຫ່ງຊາດລາວ ພ້ອມດ້ວຍຄະນະ, ຄູຝຶກ ແລະ ນັກກິລາໃຫ້ກຽດເປັນສັກຂີພິຍານ. ຂະນະທີ່ ໃຫ້ກຽດລົງນາມໃນສັນຍາໂດຍ ທ່ານ ນາງ ຍອດແກ້ວ ພາວະດີ ເລຂາທິການ ສະຫະພັນບານເຕະແຫ່ງຊາດລາວ ກັບ ທ່ານ ສີສະຫວັນ ມາຢົງເຊີນ (ອາຊື້) ປະທານ ບໍລິສັດ ອີໂວ ການກິລາ ຈໍາກັດ.
ໂອກາດດັ່ງກ່າວ ທ່ານ ວີເພັດ ສີຫາຈັກຣ ປະທານສະຫະພັນບານເຕະແຫ່ງຊາດລາວ ກ່າວວ່າ: ຂ້າພະເຈົ້າມີຄວາມປິຕິຍິນດີ ທີ່ຈະແຈ້ງໃຫ້ບັນດາທ່ານຊາບວ່າ EVO ຈະເຂົ້າມາເປັນຜູ້ສະໜັບສະໜູນເຄື່ອງກິລາໃຫ້ກັບກຳມະການຕັດສິນໃນທຸກໆລາຍການແຂ່ງຂັນທີ່ ສຕລ ເປັນຜູ້ຈັດ ນັບຕັ້ງແຕ່ປີ 2025-2028, ທັງສອງຝ່າຍໄດ້ມີວິໄສທັດເພື່ອຈະພັດທະນາກິລາບານເຕະລາວ. EVO ໄດ້ມີຜະລິດຕະພັນທີ່ສະແດງໃຫ້ທຸກຄົນໄດ້ເຫັນເຖິງ ນະວັດຕະກຳ, ຄຸນນະພາບ ແລະ ຄວາມເປັນເອກະລັກ ແບບລາວ. ສຕລ ມີຄວາມພູມໃຈ ທີ່ໄດ້ເຫັນຜະລິດຕະພັນລາວ ເຂົ້າມາປະກອບສ່ວນຊຸກຍູ້ການພັດທະນາກິລາ ບານເຕະລາວ. ການສະໜັບສະໜູນໃນໄລຍະ 3 ລະດູການຕໍ່ໜ້າ ກໍສະແດງໃຫ້ເຫັນຄວາມມຸ່ງມາດປາດຖະໜາຂອງ EVO ທີ່ເຂົ້າມາເພື່ອປະກອບສ່ວນໃນເສັ້ນທາງພັດທະນາກິລາບານເຕະລາວ.
ຂະນະດຽວກັນ ທ່ານ ສີສະຫວັນ ມາຢົງເຊີນ (ອາຊື້) ປະທານ ບໍລິສັດ ອີໂວ ການກິລາ ຈໍາກັດ ກ່າວວ່າ: EVO ເລີ່ມສ້າງມາແຕ່ປີ 2015 ທີ່ໄດ້ສ້າງເປັນຜະລິດຕະພັນເຄື່ອງກິລາຂອງຄົນລາວ ເຊິ່ງກໍໄດ້ມີການສະໜັບສະໜູນວົງການກິລາລາວ ມາຢ່າງຍາວນານ ແລະ ເມື່ອ 2-3 ປີທີ່ຜ່ານມາ ພວກເຮົາກໍສາມາດກາຍເປັນຜູ້ສະໜັບສະໜູນຂອງທີມຊາດລາວ ຮຸ່ນເຍົາວະຊົນອາຍຸບໍ່ເກີນ 16 ປີ ແລະ ອື່ນໆ ເຊິ່ງກໍຕ້ອງຂໍຂອບໃຈທາງສະຫະພັນບານເຕະແຫ່ງຊາດລາວ ທີ່ໃຫ້ທາງພວກເຮົາໄດ້ເປັນສ່ວນໜຶ່ງ ແລະ ຫວັງວ່າພວກເຮົາຈະໄດ້ຮ່ວມມືກັນໃນການພັດທະນາວົງການກິລາບານເຕະລາວ ຕໍ່ໆໄປ.
ສໍາລັບ ລາຍການແຂ່ງຂັນຫຼັກຂອງ ສຕລ ປະຈໍາປີ 2025 ມີດັ່ງນີ້:
➤ Lao league 1
➤ Lao PM Cup
➤ Lao Women’s League
➤ LFF U16 Championship
➤ LFF U19 Championship
➤ Lao Futsal League
ຂ່າວ-ຮູບ: Larhcreators Chanel