ສະພາສະເໜີ 7 ບັນຫາ ໃຫ້ລັດຖະບານ ແກ້ໄຂສິ່ງທ້າທາຍດ້ານພະລັງງານໄຟຟ້າ

16 Jun 2025

ຄລິກແຊຣ໌ 0 Facebook WhatsApp

ທ່ານ ສົມມາດ ພົນເສນາ ຮອງປະທານສະພາແຫ່ງຊາດ ໄດ້ຖະແຫຼງຂ່າວຜົນການພິຈາລະນາບົດລາຍງານຂອງລັດຖະບານ ໃນການຈັດຕັ້ງປະຕິບັດບັນດານະໂຍບາຍ, ນິຕິກຳ, ກົນໄກ ໃນການພັດທະນາພະລັງງານໄຟຟ້າໃນກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ IX ຕໍ່ສື່ມວນຊົນໃນ ວັນທີ 16 ມິຖຸນານີ້ ທີ່ຫໍສະພາແຫ່ງຊາດ ເຊິ່ງ ທ່ານ ສົມມາດ ພົນເສນາ ກ່າວວ່າ: ເພື່ອເຮັດໃຫ້ແກ່ການຈັດຕັ້ງປະຕິບັດວຽກງານພະລັງງານໄຟຟ້າ ຢູ່ປະເທດເຮົາໃນຕໍ່ໜ້າໃຫ້ມີປະສິດທິພາບ, ປະສິດທິຜົນດີ ແລະ ມີຜົນປະໂຫຍດສູງສຸດໃຫ້ແກ່ປະເທດຊາດ, ກອງປະຊຸມໄດ້ສະເໜີມອບໃຫ້ລັດຖະບານເອົາໃຈໃສ່ຈັດຕັ້ງປະຕິບັດ 7 ບັນຫາດັ່ງນີ້:

 

1.ການພັດທະນາພະລັງງານໄຟຟ້າ ຕ້ອງປະຕິບັດຈິດໃຈການສ້າງເສດຖະກິດເອກະລາດເປັນເຈົ້າຕົນເອງ,ສຸມໃສ່ຮັບປະກັນການສະໜອງໄຟຟ້າໃຫ້ແກ່ການພັດທະນາເສດຖະກິດ-ສັງຄົມຂອງປະເທດຊາດ,ຫຼຸດຜ່ອນການນຳເຂົ້າໄຟຟ້າ ໂດຍການປັບປຸງລະບົບພະລັງງານໄຟຟ້າໃຫ້ມີຄວາມໝັ້ນຄົງ, ພິຈາລະນາການຜະລິດພະລັງງານໄຟຟ້າປະເພດອື່ນເຊັ່ນ: ພະລັງງານຄວາມຮ້ອນ, ພະລັງງານໄຟຟ້າແສງຕາເວັນ ແລະ ການຜະລິດໄຟຟ້າພະລັງງານລົມ ແລະ ພະລັງານປະເພດອື່ນ, ຮັບປະກັນໃຫ້ຜູ້ຊົມໃຊ້ສາມາດນຳໃຊ້ໄຟຟ້າ ທີ່ລາຄາເໝາະສົມ ແລະ ເປັນທຳ.

 

 

2.ລົງທຶນເຂົ້າໃນການກໍ່ສ້າງສາຍສົ່ງໄຟຟ້າແຮງສູງ ແຕ່ເໜືອຮອດໃຕ້ ໃຫ້ສາມາດຮອງຮັບເອົາກະແສໄຟຟ້າຈາກເຂື່ອນຕ່າງໆ ເພື່ອສົ່ງອອກ ແລະ ຊົມໃຊ້ພາຍໃນ ແລະ ໃຫ້ພິຈາລະນາລວມເອົາສາຍສົ່ງໄຟຟ້າໄປຕ່າງປະເທດເຂົ້າໃນລະບົບດັ່ງກ່າວ, ບໍ່ຄວນອະນຸຍາດໃຫ້ບັນດາໂຄງການລົງທຶນກໍ່ສ້າງສາຍສົ່ງໄຟຟ້າເປັນຂອງຕົນເອງ ພ້ອມທັງຄົ້ນຄວ້າສ້າງນິຕິກຳຄຸ້ມຄອງວຽກງານດັ່ງກ່າວໃຫ້ສຳເລັດ.

3.ປະຕິບັດກົດໝາຍ ແລະ ນິຕິກໍາໃຕ້ກົດໝາຍໂດຍສະເພາະກົດໝາຍວ່າດ້ວຍໄຟຟ້າໃຫ້ຊັດເຈນ, ຮັດກຸມ ພ້ອມກັບການປະເມີນຄືນ, ສ້າງ ແລະ ປັບປຸງກົດໝາຍດັ່ງກ່າວໃຫ້ແທດເໝາະ ແລະ ສອດຄ່ອງກັບສະພາບການຂະຫຍາຍຕົວຂອງເສດຖະກິດ-ສັງຄົມ ໃນແຕ່ລະໄລຍະໂດຍກຳນົດບັນຈຸເອົາພະລັງງານຄວາມຮ້ອນ, ພະລັງງານທົດແທນເຊັ່ນ: ພະລັງງານລົມ, ພະລັງງານແສງຕາເວັນເຂົ້າໃນກົດໝາຍດັ່ງກ່າວ.

4.ຄຸ້ມຄອງຕິດຕາມກວດກາ ແລະ ປະເມີນຜົນການຈັດຕັ້ງປະຕິບັດສັນຍາສໍາປະທານ ແລະ ເອກະສານຊ້ອນທ້າຍ ໂຄງການທີ່ພົວພັນກັບການປະຕິບັດພັນທະດ້ານການເງິນ, ການຊົດເຊີຍຄ່າເສຍຫາຍ, ການປູກປ່າທົດແທນ, ການຟື້ນຟູຊີວິດການເປັນຢູ່ຂອງປະຊາຊົນ ເພື່ອຮັບປະກັນໃຫ້ຊີວິດການເປັນຢູ່ຂອງປະຊາຊົນໄດ້ຮັບການປັບປຸງດີຂຶ້ນກ່ວາເກົ່າ.

5.ແບ່ງຂັ້ນຄຸ້ມຄອງຢ່າງຈະແຈ້ງຕາມທິດສາມສ້າງຄື: ກະຊວງອົງການຂັ້ນສູນກາງ ດໍາເນີນໜ້າທີ່ມະຫາພາກ ມອບຄວາມຮັບຜິດຊອບໃນການຈັດຕັ້ງປະຕິບັດ, ຕິດຕາມກວດກາ ໃຫ້ອົງການປົກຄອງທ້ອງຖິ່ນປັບປຸງກົນໄກ ແລະ ສ້າງເງື່ອນໄຂໃຫ້ຂະແໜງການອື່ນທີ່ກ່ຽວຂ້ອງຢູ່ສູນກາງ ແລະ ທ້ອງຖິ່ນກໍຄືປະຊາຊົນໄດ້ເຂົ້າຮ່ວມ ແລະ ມີສ່ວນຮ່ວມແຕ່ຫົວທີ ໃນການສຶກສາຄົ້ນຄ້ວາຄວາມເປັນໄປໄດ້ທາງດ້ານເສດຖະກິດເຕັກນິກ, ການເກັບກຳຂໍ້ມູນຜົນກະທົບຕໍ່ສິ່ງແວດລ້ອມ ລວມທັງການເຂົ້າຮ່ວມການເຈລະຈາຮ່າງສັນຍາສຳປະທານໂຄງການ.

6.ພິຈາລະນາຄົ້ນຄ້ວາປັບປຸງໂຄງສ້າງລາຄາໄຟຟ້າ ເພື່ອໃຫ້ສອດຄ່ອງກັບສະພາບການດໍາລົງຊີວິດຂອງປະຊາຊົນກໍຄືການດຳເນີນທຸລະກິດຂອງບັນດາວິສາຫະກິດຄຽງຄູ່ກັບການປັບປຸງລາຄາໄຟຟ້າ ກໍຕ້ອງປັບປຸງການຄຸ້ມຄອງລັດວິສາຫະກິດໄຟຟ້າລາວໃຫ້ເຂັ້ມງວດໂປ່ງໃສເປັນມືອາຊີບ

7.ມີແຜນການພັດທະນາຊັບພະຍາກອນມະນຸດ ໃນຂະແໜງການໄຟຟ້າໃຫ້ມີສິນທໍາປະຕິວັດ, ມີຈັນຍາບັນ, ເປັນມືອາຊີບ ເພື່ອກຽມພ້ອມຮອງຮັບໃນການຄຸ້ມຄອງ ແລະ ບໍລິຫານຈັດການບັນຫາໂຄງການພັດທະນາພະລັງງານໄຟຟ້າ ທີ່ຈະໄດ້ຮັບຫຼັງຈາກສິ້ນສຸດສັນຍາສຳປະທານ

ຕິດຕາມພວກເຮົາຜ່ານຊ່ອງທາງຕ່າງໆ

ຂ່າວທີ່ກ່ຽວຂ້ອງ