ສະໂມສອນ ເທຄວັນໂດ PMS ສ້າງປະຫວັດສາດຄອງເຈົ້າຫຼຽນຄໍາ ການແຂ່ງຂັນເທຄວັນໂດ ຊິງຂັນທ່ານ ເອກອັກຄະລັດຖະທູດ ສ ເກົາຫຼີ ຄັ້ງທີ 9 ປະຈໍາປີ 2025 ເມື່ອວັນທີ 15 ມິຖຸນາ 2025 ທີ່ວຽງຈັນເຊັນເຕີ ຊັ້ນ 4 ຫຼັງສ້າງຜົນງານຢ່າງໂດດເດັ່ນຄື Class A: ກວາດໄປ 9 ຫຼຽນຄໍາ ແລະ 2 ຫຼຽນທອງ, Class B: ກວາດໄປ 5 ຫຼຽນຄໍາ ແລະ 4 ຫຼຽນທອງ, Class C: ຍາດໄດ້ 1 ຫຼຽນຄໍາ, 2 ຫຼຽນເງິນ ແລະ 2 ຫຼຽນທອງ, ປຸ່ມເຊ: ຍາດໄດ້ 1 ຫຼຽນເງິນ ຖືກຈັດໃຫ້ຢູ່ອັນດັບທີ 1 ຂອງການແຂ່ງຂັນ.
ພິທີປິດການແຂ່ງຂັນໃຫ້ກຽດເຂົ້າຮ່ວມ ແລະ ມອບລາງວັນໂດຍ ທ່ານ ກິ່ງມະໂນ ພົມມະຫາໄຊ , ຮອງລັດຖະມົນຕິກະຊວງສຶກສາທິການ ແລະ ກິລາ, ທ່ານ ຈອງ ຢອງ ຊູ ເອກອັກຄະລັດຖະທູດ ສາທາລະນະລັດ ເກົາຫລີ, ທ່ານ ປະສາດໄຊ ພິລາພັນເດດ ປະທານສະຫະພັນເທຄວັນໂດແຫ່ງຊາດລາວ ພ້ອມດ້ວຍຄະນະຫົວໜ້າສະໂມສອນ, ຄູຝຶກ ນັກກິລາ ແລະ ພໍ່ແມ່ພີ່ນ້ອງ ລວມເຖິງສື່ມວນຊົນລາວເຂົ້າຮ່ວມຢ່າງພ້ອມພຽງ.
ການແຂ່ງຂັນລາຍການດັ່ງກ່າວ ຈັດຂຶ້ນລະຫວ່າງວັນທີ 14-15 ມີຖຸນາ 2025 ມີການແຂ່ງຂັນ 3 ປະເພດຄື: ປະເພດຕໍ່ສູ້, ປະເພດປຸ່ມເຊ, ປະເພດອຸປະກອນ ລວມລາຍການແຂ່ງຂັນທັງໜົດ 126 ລາຍການ ໂດຍມີສະໂມສອນທີ່ເຂົ້າຮ່ວມການແຂ່ງຂັນທັງໝົດ 26 ສະໂມສອນ ລວມນັກກີລາທັງໝົດ 366 ຄົນ ( ຍິງ 175 ຄົນ ) ເຊິ່ງໃນການແຂ່ງຂັນໃນຄັ້ງນີ້ ໃຊ້ງົບປະມານໃນການຈັດການແຂ່ງຂັນຄັ້ງນີ້ເປັນເງິນ 162,862,500 ກີບ ໂດຍກາານອຸປະຖຳຂອງສະຖານເອກອັກຄະລັດຖະທູດ ສາທາລະນະລັດ ເກົາຫຼີ.
ຜ່ານການແຂ່ງຂັນປາກົດວ່າ:
+ອັນດັບທີ 1: ສະໂມສອນ ເທຄວັນໂດ PMS ສ້າງຜົນງານໂດດເດັ່ນດັ່ງນີ້:
-Class A: ກວາດໄປ 9 ຫຼຽນຄໍາ ແລະ 2 ຫຼຽນທອງ
-Class B: ກວາດໄປ 5 ຫຼຽນຄໍາ ແລະ 4 ຫຼຽນທອງ
-Class C: ຍາດໄດ້ 1 ຫຼຽນຄໍາ, 2 ຫຼຽນເງິນ ແລະ 2 ຫຼຽນທອງ
-ປຸ່ມເຊ: ຍາດໄດ້ 1 ຫຼຽນເງິນ
-ເຕະອຸປະກອນ: ກວາດໄປ 5 ຫຼຽນຄໍາ, 6 ຫຼຽນເງິນ ແລະ 3 ຫຼຽນທອງ
+ອັນດັບທີ 2: ແຂວງຫຼວງພະບາງ ຜົນງານຄື:
-Class A: ຍາດ 2 ຫຼຽນຄໍາ, 3 ຫຼຽນເງິນ ແລະ 1 ຫຼຽນທອງ
-Class B: ກວາດໄປ 2 ຫຼຽນຄໍາ ແລະ 2 ຫຼຽນເງິນ
-Class C: ຍາດໄດ້ 2 ຫຼຽນຄໍາ, 2 ຫຼຽນເງິນ ແລະ 2 ຫຼຽນທອງ
-ປຸ່ມເຊ: ກວາດໄປ 6 ຫຼຽນຄໍາ, 8 ຫຼຽນເງິນ ແລະ 5 ຫຼຽນທອງ
+ອັນດັບທີ 3: ສະໂມສອນຕະວັນ ຜົນງານຄື:
-Class A: ກວາດໄປ 3 ຫຼຽນຄໍາ, 6 ຫຼຽນເງິນ ແລະ 6 ຫຼຽນທອງ
-Class B: ກວາດໄປ 4 ຫຼຽນຄໍາ, 1 ຫຼຽນເງິນ ແລະ 3 ຫຼຽນທອງ
-Class C: ຍາດໄດ້ 4 ຫຼຽນຄໍາ, 2 ຫຼຽນເງິນ ແລະ 2 ຫຼຽນທອງ
-ປຸ່ມເຊ: ຍາດໄດ້ 2 ຫຼຽນເງິນ, 5 ຫຼຽນເງິນ ແລະ 7 ຫຼຽນທອງ
-ເຕະອຸປະກອນ: ກວາດໄປ 2 ຫຼຽນຄໍາ, 1 ຫຼຽນເງິນ
ຂ່າວ-ຮູບຈາກ: Larh Creators