D-Boyz ທີມເຕັ້ນນ້ອງໆນັກຮຽນລາວ ສາມາດສ້າງຜົນງານໂດດເດັ່ນຈົນສາມາດຄວ້າແຊັມ ການແຂ່ງຂັນເຕັ້ນໂຄເວີເພງເກົາຫຼີ ຫຼື K-POP COVER DANCE ໃນງານ Enjoy Korea 2025 in Laos ທີ່ສູນການຄ້າວຽງຈັນ ເຊັນເຕີ ເມື່ອວັນທີ 15 ມິຖຸນາ 2025.
ການແຂ່ງຂັນເຕັ້ນ “K-POP COVER DANCE” ຈັດຂຶ້ນລະຫວ່າງວັນທີ 14-15 ມິຖຸນາ 2025 ເປັນການແຂ່ງຂັນຮອບສຸດທ້າຍ ທີ່ສຸນການຄ້າ ວຽງຈັນ ເຊັນເຕີ ໂດຍມີ 12 ທີມເຂົ້າຮ່ວມຊີງໄຊ ພິທີດັ່ງກ່າວໃຫ້ກຽດເຂົ້າຮ່ວມ ແລະ ມອບລາງວັນໂດຍ ທ່ານ ກິ່ງມະໂນ ພົມມະຫາໄຊ , ຮອງລັດຖະມົນຕິກະຊວງສຶກສາທິການ ແລະ ກິລາ ແລະ ທ່ານ ຈອງ ຢອງ ຊູ ເອກອັກຄະລັດຖະທູດ ສ ເກົາຫຼີ ພ້ອມດ້ວຍຄະນະ, ຄູຝຶກ, ນັກເຕັ້ນ, ນັກຮຽນ ແລະ ບັນດາພໍ່ແມ່ພີ່ນ້ອງ ລວມເຖິງກອງເຊຍເຂົ້າຮ່ວມຢ່າງພ້ອມພຽງ.
ມື້ທໍາອິດວັນທີ 14 ມິຖຸນາ 2025 ມີ 12 ທີມທີ່ຮ່ວມແຂ່ງຂັນໃນຮອບຄັດເລືອກ ກ່ອນສາມາດຄັດໄດ້ 6 ທີມທີ່ຜ່ານເຂົ້າຮອບຕໍ່ໄປປະກອບມີ: Bodacious, D.O.Be, Dominance, D-Boyz, Seazon ແລະ Nabiz, ສ່ວນວັນທີ 15 ມິຖຸນາ 2025 ເປັນການແຂ່ງຂັນມື້ສຸດທ້າຍປາກົດວ່າ: D-Boyz ເຕັ້ນໂຊໄດ້ຖືກໃຈກໍາມະການ ແລະ ກອງເຊຍ ກ່ອນຖືກເລືອກໃຫ້ເປັນທີມຊະນະເລີດ ໄດ້ຮັບທຶນການສຶກສາໄປ 10 ລ້ານກີບ, ສ່ວນອັນດັບທີ 2 ເປັນຂອງ Nezvil ໄດ້ຮັບທຶນການສຶືກສາໄປ 5 ລ້ານກີບ ແລະ ອັນດັບ 3 D.O.Be ໄດ້ຮັບທຶນການສຶືກສາໄປ 3 ລ້ານກີບ.
ສໍາລັບ ງານ Enjoy Korea 2025 in Laos ເປັນທາງ ສະຖານເອກອັກຄະລັດຖະທູດແຫ່ງ ສ ເກົາຫຼີ ຮ່ວມກັບ ກະຊວງສຶກສາທິການ ແລະ ກິລາ ຈັດຂຶ້ນເພື່ອມອບຄວາມສຸກ, ຄວາມມ່ວນ ແລະ ຄວາມຮູ້ຄວາມສາມາດ ທ່າມກາງບັນຍາກາດເກົາຫຼີ ໂດຍໃນງານມີການແຂ່ງຂັນເຕັ້ນ, ການແຂ່ງຂັນເທຄວັນໂດ ຊິງຂັນທ່ານ ເອກອັກຄະລັດຖະທູດ ສາທາລະນະລັດ ເກົາຫລີ ຄັ້ງທີ 9 ແລະ ການແຂ່ງຂັນເວັ້າພາສາເກົາຫຼີ ອີກດ້ວຍ ໂດຍມີມວນຊົນເຂົ້າຮ່ວມຫຼາຍກວ່າ 1 ພັນຄົນ ຕະຫຼອດ 2 ວັນທີ່ຜ່ານມາ.
ຂ່າວ-ຮູບ: Larh Creators