ການແຂ່ງຂັນເທຄວັນໂດ ຊິງຂັນທ່ານ ເອກອັກຄະລັດຖະທູດ ສາທາລະນະລັດ ເກົາຫລີ ຄັ້ງທີ 9 ປະຈໍາປີ 2025 ໄດ້ເປີດສາກຂຶ້ນຢ່າງເປັນທາງການໃນຕອນເຊົ້າຂອງວັນທີ 14 ມິຖຸນາ 2025 ທີ່ວຽງຈັນເຊັນເຕີ ຊັ້ນ 4 ໃຫ້ກຽດເຂົ້າຮ່ວມໂດຍ ທ່ານ ກິ່ງມະໂນ ພົມມະຫາໄຊ , ຮອງລັດຖະມົນຕິກະຊວງສຶກສາທິ ການ ແລະ ກິລາ, ທ່ານ ຈອງ ຢອງ ຊູ ເອກອັກຄະລັດຖະທູດ ສາທາລະນະລັດ ເກົາຫລີ, ທ່ານ ປະສາດໄຊ ພິລາພັນເດດ ປະທານສະຫະພັນເທຄວັນໂດແຫ່ງຊາດລາວ ພ້ອມດ້ວຍຄະນະຫົວໜ້າສະໂມສອນ, ຄູຝຶກ ນັກກິລາ ແລະ ພໍ່ແມ່ພີ່ນ້ອງ ລວມເຖິງສື່ມວນຊົນລາວເຂົ້າຮ່ວມຢ່າງພ້ອມພຽງ.
ໂອກາດດັ່ງກ່າວ ທ່ານ ພອນທິບ ສອນຕາວັນ ຕາງໜ້າຈາກກົມກິລາລະດັບສູງ ກະຊວງສຶືກສາທິການ ແລະ ກິລາ ກ່າວລາຍງານວ່າ: ການແຂ່ງຂັນເທຄວັນໂດ ຊິງຂັນທ່ານ ເອກອັກຄະລັດຖະທູດ ສາທາລະນະລັດ ເກົາຫລີ ຄັ້ງທີ່ 9 ປະຈຳປີ 2025 ໂດຍການສົມທົບກັບ ເອກອັກຄະລັດຖະທູດ ສາທາລະນະລັດ ເກົາຫລີ ໄດ້ມີການກະກຽມແຕ່ຕົ້ນເດືອນ ມີນາ 2025 ເປັນຕົ້ນມາ ໂດຍໄດ້ມີການ ຂໍອະນຸມັດຈັດການແຂ່ງຂັນນຳກະຊວງສຶກສາທິການ ແລະ ກິລາ ອີງຕາມແຈ້ງການເລກທີ 879/ຫກ ລົງວັນທີ 31 ມີນາ 2025 ແລະ ໄດ້ມີການແຕ່ງຕັ້ງຄະນະຮັບຜິດຊອບຈັດການແຂ່ງຂັນ ແລະ ໄດ້ມີກອງປະຊຸມກະກຽມວຽກງ່ານເປັນແຕ່ລະໄລຍະ ມາຮອດມື້ນີ້ໄດ້ມີຄວາມພ້ອມໄດ້ໃນຈັດແຂ່ງຂັນເທຄວັນຊິງຂັນທ່ານ ເອກອັກຄະລັດຖະທູດ ສາທາລະນະລັດ ເກົາຫລີຄັ້ງທີ່ 9 ປະຈຳປີ 2025 ແລະ ການຈັດເວທີ ເພື່ອໃຫ້ນັກກິລາເທຄວັນໂດໂລກ ມາສະແດງໃນວັນທີ່ ວັນທີ່ 15 ມິຖຸນາ 2025 ດັ່ງມີລາຍລະອຽດລຸ່ມນີ້
+ດ້ານລາຍລະອຽດການແຂ່ງຂັນ
ການແຂ່ງຂັນໄດ້ນຳໃຊ້ສະຖານທີ່ ສູນການຄ້າວຽງຈັນເຊັນເຕີ ຊັ້ນ 4 ເປັນເວທີແຂ່ງຂັນ.
ວັນເວລາແຂ່ງຂັນ: 14-15 ມີຖຸນາ 2025 ( ເວລາ 08:30-17:00 ໂມງ )
ປະເພດແຂ່ງຂັນ ມີ 03 ປະເພດຄື: ປະເພດຕໍ່ສູ້, ປະເພດປຸ່ມເຊ, ປະເພດອຸປະກອນ ລວມລາຍການແຂ່ງຂັນທັງໜົດ 126 ລາຍການ.
ສະໂມສອນທີ່ເຂົ້າຮ່ວມການແຂ່ງຂັນຄັ້ງນີ້ ມີທັງໝົດ 26 ສະໂມສອນຄື:
1 ຕະວັນ
2 ນັນດາ
3 ລ້ານຊ້າງ
4 PMS
5 PK
6 ສະຖາບັນກິລາ-ກາຍຍະກໍາ
7 ມະຫາວິທະຍາໄລແຫ່ງຊາດ
8 ມະລິສາ
9 VS
10 ຫງວຽນຢູ
11 ປກສ
12 ກອງທັບ
13 Holy star
14 ເສືອນ້ອຍ
15 ມາດເຕີ້ເລ້
16 ຫຼວງພະບາງ
17 ຕຸລີໄຊ
18 ອຸດົມໄຊ
19 ບໍ່ແກ້ວ
20 ຊຽງຂວາງ
21 ບໍລິຄໍາໄຊ
22 ວຽງຈັນ
23 ຄຳມ່ວນ
24 ໂຊກໄຊ
25 ສະຫວັນນະເຂດ
26 ຈຳປາສັກ
ລວມນັກກິລາທັງໝົດ 366 ຄົນ ເປັນຍິງ 175 ຄົນ
ໃນການແຂ່ງຂັນໃນຄັ້ງນີ້ ໃຊ້ງົບປະມານໃນການຈັດການແຂ່ງຂັນຄັ້ງນີ້ ເປັນເງີນ 162,862,500 ກີບ ໂດຍກາານອຸປະຖຳຂອງສະຖານເອກອັກຄະລັດຖະທູດ ສາທາລະນະລັດ ເກົາຫລີ
ພິເສດໃນການແຂ່ງຂັນຄັ້ງນີ້ ໄດ້ມີສະແດງ ເທຄວັນໂດ ຈາກ ສະຖາບັນ ຄຸກກິວອນ ຈະໄດ້ມາຮ່ວມສະແດງໃຫ້ນ້ອງໆເຍົາວະຊົນໄດ້ເຫັນໃນງານຄັ້ງນີ້ດ້ວຍ ເຊີ່ງການສະແດງແມ່ນຈະແບ່ງອອກເປັນ 2 ຄັ້ງ ຄື :
ຄັ້ງທີ 1 ໃນວັນທີ 15 ມິຖູນາ 2025 ເວລາ 15,00 ໂມງ ຢູ່ທີ່ ສູນການຄ້າ ວຽງຈັນເຊັນເຕີ້ ຊັ້ນ 1
ຄັ້ງທີ 2 ໃນວັນທີ 17 ມີຖຸນາ 2025 ເວລາ 15,00 ໂມງ ຢູ່ທີ່ ມສ ວຽງຈັນ ເຊີນບັນດາທ່ານທີ່ສົນໃຈຮ່ວມຊົມການສະແດງດັ່ງກ່າວນັ້ນໄດ້
ກ່ອນທີ່ ທ່ານ ຈອງ ຢອງ ຊູ ເອກອັກຄະລັດຖະທູດ ສາທາລະນະລັດ ເກົາຫລີ ຈະຂຶ້ນກ່າວເປີດງານຢ່າງເປັນທາງການ ແລະ ເລີ່ມການແຂ່ງຂັນເປັນໄລຍະເວລາ 2 ຈິ່ງສໍາເລັດ.
ຂ່າວ-ຮູບ: Larh Creators