ຖ້າທຸກຢ່າງລົງຕົວຈະກາຍເປັນອີກທາງເລືອກ ສໍາລັບແຮງງານລາວກັບຄວາມຝັນໃນການໄປເຮັດວຽກທີ່ ສ ເກົາຫຼີ ເພື່ອສ້າງຊີວິດການເປັນຢູ່ໃຫ້ດີຂຶ້ນ ຫຼ້າສຸດມີຂ່າວດີເມື່ອ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ຮ່ວມກັບ ບໍລິສັດຈັດຫາງານຂອງ ສປປ ລາວ ໄດ້ຮ່ວມກັນປຶກສາຫາລືກັບ ບໍລິສັດ ຄຸ້ມຄອງ ແລະ ນໍາເຂົ້າແຮງງານຂອງ ສ ເກົາຫຼີ ເພື່ອຫາຊ່ອງທາງ ແລະ ກໍານົດກົນໄກ ເພື່ອກຽມສົ່ງແຮງງານລາວໄປເຮັດວຽກການປະມົງ ຄັ້ງທໍາອິດໃນປະຫວັດສາດ ໂດຍຄ່າແຮງງານຕໍ່າສຸດ 2,614,810 ວອນຕໍ່ເດືອນ ( ປະມານ 40 ກວ່າລ້ານກີບ ).
ກອງປະຊຸມປຶກສາຫາລືກ່ຽວກັບການຈັດສົ່ງຜູ້ອອກແຮງງານປະມົງໄປ ສາທາລະນະລັດເກົາຫຼີ ( ວີຊາ E-10-2 ) ຈັດຂຶ້ນທີ່ຫ້ອງປະຊຸມ ໂຮງແຮມ Mmari ທີ່ນະຄອນຫຼວງວຽງຈັນ ສປປ ລາວ ໃນຕອນແລງຂອງວັນທີ 12 ມິຖຸນາ 2025 ໃຫ້ກຽດເຂົ້າຮ່ວມໂດຍ ທ່ານ ບຸນສວນ ໄຊຍະສິນ ຫົວໜ້າພະແນກຈັດຫາງານໄປຕ່າງປະເທດ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ແລະ ຕາງໜ້າຈາກ 5 ບໍລິສັດ ຄຸ້ມຄອງ ແລະ ນໍາເຂົ້າແຮງງານຂອງ ສ ເກົາຫຼີ ໄດ້ມາປຶກສາຫາລືກັບ ຕາງໜ້າ 9 ບໍລິສັດຈັດຫາງານຂອງ ສປປ ລາວ ທີ່ໄດ້ຮັບອະນຸຍາດກະຊວງແຮງງານ ແລະ ສະຫວັດດີການສັງຄົມ ໃນການສົ່ງແຮງງານລາວໄປເຮັດວຽກຢູ່ຕ່າງປະທດ ພ້ອມດ້ວຍຄະນະເຂົ້າຮ່ວມຢ່າງພ້ອມພຽງ.
ໂອກາດດັ່ງກ່າວ ທ່ານ ບຸນສວນ ໄຊຍະສິນ ຫົວໜ້າພະແນກຈັດຫາງານໄປຕ່າງປະເທດ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ກ່າວວ່າ: ກອງປະຊຸມຄັ້ງນີ້ຈັດຂຶ້ນເພື່ອເປັນການປຶກສາຫາລືລະຫວ່າງ ບໍລິສັດ ຄຸ້ມຄອງ ແລະ ນໍາເຂົ້າແຮງງານຂອງ ສ ເກົາຫຼີ ແລະ ບໍລິສັດຈັດກາງານຂອງ ສປປ ລາວ ເຊິ່ງການຮ່ວມມືລະຫວ່າງ ສປປ ລາວ ກັບ ສ ເກົາຫຼີ ເປັນການຮ່ວມມືໃນການຮັບເອົາແຮງງານ ສປປ ລາວ ໄປວຽກທີ່ ສ ເກົາຫຼີ ແລະ ເປັນຄວາມຫວັງຂອງແຮງງານລາວ ທີ່ຢາກໄປເຮັດວຽກທີ່ ສ ເກົາຫຼີ ເປັນຈໍານວນຫຼາຍ ເພາະສະນັ້ນ ສປປ ລາວ ຈິ່ງພະຍາຍາມສ້າງສາຍພົວພັນ ແລະ ສ້າງໂອກາດໃຫ້ແຮງງານລາວໄປເຮັດວຽກຢູ່ ສ ເກົາຫຼີ ໃຫ້ຫຼາຍຂຶ້ນໃນຫຼາຍໆລະບົບ ຫຼ້າສຸດໄດ້ມີການປຶກສາຫາລືໃນການສົ່ງແຮງງານລາວ ໄປເຮັດວຽກໃນການປະມົງ ເຊິ່ງທາງກະຊວງແຮງງານ ແລະ ສະຫວັດດີການ ໄດ້ມີການປະສານງານ, ພົວພັນ ແລະ ເຮັດວຽກຮ່ວມກັບ ສະມາຄົມການບໍລິຫານຈັດການໆປະມົງຂອງ ສ ເກົາຫຼີ ຕັ້ງແຕ່ປີ 2023 ເປັນຕົ້ນມາ ຫຼັງຈາກນັ້ນ ວິຊາການທັງສອງຝ່າຍໄດ້ມີການປຶກສາຫາລື, ແລກປ່ຽນຄໍາຄິດຄໍາເຫັນ ແລະ ກໍານົດກົນໄກວິທີການຮ່ວມກັນ ຈົນມາຮອດກອງປະຊຸມໃນມື້ນີ້ ແນ່ນອນກອງປະຊຸມມື້ນີ້ມີຄວາມສໍາຄັນຫຼາຍສໍາລັບ ສປປ ລາວ ພວກເຮົາ ເພາະເປັນການລໍຄອຍມາຫຼາຍປີ ເພື່ອປຶກສາຫາລື ແລະ ກໍານົດກົນໄກຕ່າງ ເພື່ອໃຫ້ສາມາດສົ່ງແຮງງານລາວໄປເຮັດວຽກຕາມກໍານົດເວລາ.
ຂະນະດຽວກັນ ຕາງໜ້າຈາກ ບໍລິສັດ ຄຸ້ມຄອງ ແລະ ນໍາເຂົ້າແຮງງານຂອງ ສ ເກົາຫຼີ ໄດ້ກ່າວວ່າ: ເຖິງ ສປປ ລາວ ຈະບໍ່ມີທະເລ ແຕ່ກໍໄດ້ສົ່ງແຮງງານໄປເຮັດການປະມົງຢູ່ປະເທດໄທ ໃນໄລຍະທີ່ຜ່ານມາ ເຊິ່ງກອງປະຊຸມມື້ນີ້ກໍໄດ້ຈະປຶກສາຫາລື ລະຫວ່າງ 2 ຝ່າຍໃນການສົ່ງແຮງງານປະມົງໄປ ສ ເກົາຫຼີ ເຊິ່ງເງື່ອນໄຂແຮງງານຈະໄປ ຈະມີການຝຶກອົບຮົມພື້ນຖານໃນເຮືອ, ວັດທະນາທໍາ ສ ເກົາຫຼີ ແລະ ກົດໝາຍວ່າດ້ວຍການປະມົງຂອງ ສ ເກົາຫຼີ ປະມານ 2 ອາທິດ ໂດຍກໍານົດອາແຮງງານລະຫວ່າງອາຍຸ 20-45 ປີໃນໄລຍະ 3 ປີ ( ສາມາດເພີ່ມໄດ້ 1 ປີກັບ 10 ເດືອນ ), ໂດຍອີງຕາມທີ່ ກະຊວງມະຫາສະໝຸດ ແລະ ການປະມົງ ສ ເກົາຫຼີ ອອກແຈ້ງການໃນທ້າຍປີຂອງແຕ່ລະປີ ກໍຄືສໍາລັບປີ 2025 ໂດຍຄ່າແຮງງານຕໍ່າສຸດຂອງຊາວປະມົງຈະໄດ້ 2,614,810 ວອນຕໍ່ເດືອນ ເມື່ອທຽບໃສ່ປີ 2024 ເພີ່ມຂຶ້ນ 2.1%.
ສໍາລັບ ກອງປະຊຸມປຶກສາຫາລືກ່ຽວກັບການຈັດສົ່ງຜູ້ອອກແຮງງານປະມົງໄປ ສາທາລະນະລັດເກົາຫຼີ ( ວີຊາ E-10-2 ) ໄດ້ມີການປຶກສາຫາລື ປຶກສາຫາລື ແລະ ກໍານົດກົນໄກຕ່າງໆ ເພື່ອໃຫ້ສາມາດສົ່ງແຮງງານລາວໄປເຮັດວຽກຕາມກໍານົດເວລາ ໂດຍມີຕາງໜ້າ 5 ບໍລິສັດ ຄຸ້ມຄອງ ແລະ ນໍາເຂົ້າແຮງງານຂອງ ສ ເກົາຫຼີ ໄດ້ມາປຶກສາຫາລືກັບ ຕາງໜ້າ 9 ບໍລິສັດຈັດຫາງານ ໃນ ສປປ ລາວ ເຊິ່ງຈະມີການກໍານົດ ແລະ ຄົ້ນຄວ້າ ເພື່ອກໍານົດກົນໄກຕ່າງໆ ເພື່ອສົ່ງແຮງງານລາວໄປເຮັດວຽກການປະມົງໃນ ສ ເກົາຫຼີ ເປັນຄັ້ງທໍາອິດ.
ຂ່າວ-ຮູບ: Larh Creators