3 ເດືອນຕົ້ນປີ 2025 ມີນັກທ່ອງທ່ຽວຕ່າງປະເທດເຂົ້າມາທ່ຽວ ສປປລາວ 1.2 ລ້ານເທື່ອຄົນ

0
149

ທ່ານ ນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີກະຊວງ ຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ໄດ້ຂຶ້ນລາຍງານຕໍ່ກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ IX ຄັ້ງວັນທີ 13 ມິຖຸນາ 2025 ກ່ຽວກັບ ການຈັດຕັ້ງປະຕິບັດປີທ່ອງທ່ຽວລາວ 2024 ແລະ ທິດທາງແຜນການໃນຕໍ່ໜ້າ.

ທ່ານ ນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີກະຊວງ ຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ໄດ້ລາຍງານບາງຕອນວ່າ: ສໍາລັບເດືອນມັງກອນ ເຖິງ ເດືອນມິນາ 2025 ຕ້ອນຮັບນັກທ່ອງທ່ຽວຕ່າງປະເທດ 1,262,035 ເທື່ອຄົນ ເພີ່ມຂຶ້ນ 11% ທຽບໃສ່ກັບໄລຍະດຽວກັນຂອງປີ 2024, ຄາດຄະເນລາຍຮັບທີ່ກະຈາຍໃນສັງຄົມໄດ້ 426,975,454 ໂດລາສະຫະລັດ.


ສຳລັບນັກທ່ອງທ່ຽວພາຍໃນ ມີຈຳນວນ 1,467,886 ເທື່ອຄົນ ເພີ່ມຂຶ້ນ 98,6% ທຽບໃສ່ໄລຍະດຽວກັນຂອງປີ 2024 ລາຍຮັບທີ່ກະຈາຍໃນສັງຄົມ 237,797,532 ເທື່ອຄົນ.

ສໍາລັບນັກທ່ອງທ່ຽວ 10 ອັນດັບຕົ້ນທີ່ມາທ່ຽວ ສປປ ລາວ ມີ: 1. ໄທ, 2. ຈີນ (ເລື່ອນຈາກອັນດັບ 3 ໃນຫຼາຍ ປີຜ່ານມາ ຂື້ນມາເປັນອັນດັບທີ 2), 3. ຫວຽດນາມ, 4. ສ.ເກົາຫຼີ, 5. ອາເມລິກາ, 6. ຝຣັ່ງ, 7. ຣັດເຊຍ, 8. ອັງກິດ, 9 ເຢຍລະມັນ, 10. ຍີ່ປຸ່ນ;

LEAVE A REPLY

Please enter your comment!
Please enter your name here