ກະຊວງອຸດສາຫະກຳ ແລະ ການຄ້າ ຈະເລັ່ງຄົ້ນຄວ້າ ແລະ ປະເມີນຜົນກະທົບຂອງການຂຶ້ນລາຄາໄຟຟ້າ ແລ້ວສະເໜີລັດຖະບານພິຈາລະນາມາດຕະການເພີ່ມຕື່ມໃນການແກ້ໄຂບັນຫາຜົນກະທົບຕໍ່ປະຊາຊົນ ພະນັກງານ – ລັດຖະກອນ ທະຫານ ຕຳຫຼວດ ແລະ ຜູ້ທີ່ມີລາຍໄດ້ຕໍ່າ ລວມທັງນະໂຍບາຍຊ່ວຍໜູນການຜະລິດສະບຽງອາຫານ ແລະ ສິນຄ້າທີ່ຈໍາເປັນຕໍ່ຊີວິດການເປັນຢູ່ຂອງປະຊາຊົນ.
ໃນວັນທີ 10 ມິຖຸນາ ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ຊີ້ແຈງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ IX ກ່ຽວກັບມາດຕະການແກ້ໄຂການປັບປຸງ ແລະ ຂຶ້ນລາຄາໄຟຟ້າ ທີ່ນໍາໃຊ້ໃນປັດຈຸບັນມີຜົນກະທົບຕໍ່ຊີວິດການເປັນຢູ່ຂອງປະຊາຊົນ ພະນັກງານ ທະຫານ ຕຳຫຼວດເມື່ອທຽບໃສ່ລາຍຮັບຕົວຈິງ ທັງສົ່ງຜົນກະທົບຕໍ່ການຜະລິດກະສິກຳ ແລະ ການດໍາເນີນທຸລະກິດຂອງຈຸນລະວິສາຫະກິດຂະໜາດນ້ອຍ ແລະ ກາງ; ການສະໜອງໄຟຟ້າບໍ່ມີ ຄວາມສະຖຽນ ສົ່ງຜົນກະທົບຕໍ່ອຸປະກອນໄຟຟ້າໃນຄົວເຮືອນ ແລະ ການຜະລິດຂະແໜງອຸດສາຫະກຳ ແລະ ການຄ້າ ( ອຄ ).
ທ່ານລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ( ອຄ ) ກ່າວວ່າ: ກ່ອນທີ່ຈະຂຶ້ນລາຄາໄຟຟ້າໃນຮອບນີ້ ຂະແໜງ ອຄ ໃນປັດຈຸບັນ ກໍຄືຂະແໜງພະລັງງານ ແລະ ບໍ່ແຮ່ ໃນໄລຍະຜ່ານມາ ໄດ້ຄົ້ນຄວ້າບັນຫາການປັບລາຄາໄຟຟ້າຢ່າງເລິກເຊິ່ງ ຄົ້ນຄວ້າຫຼາຍລົບຫຼາຍຕ່າວ ພ້ອມທັງໄດ້ນໍາໄປຜ່ານກອງປະຊຸມສໍາມະນາ ກອງປະຊຸມລັດຖະບານເປີດກວ້າງ ກອງປະຊຸມກົມການເມືອງ ເຊິ່ງຂະບວນການທັງໝົດໃຊ້ເວລາເກືອບ 1 ປີເຕັມ.
■ ເຫດຜົນຕົ້ນຕໍໃນການສະເໜີຂຶ້ນລາຄາໄຟຟ້າແມ່ນ:
1. ລາຄາໄຟຟ້າໃນໄລຍະຜ່ານມາ ແລະ ປັດຈຸບັນແມ່ນຂາຍຕໍ່າກວ່າຕົ້ນທຶນຜະລິດ ແລະ ຈໍາໜ່າຍ ພາໃຫ້ເກີດໜີ້ສະສົມນັບມື້ຫຼາຍຂຶ້ນ.
2. ບໍລິສັດໄຟຟ້າລາວ ມີໜີ້ສະສົມທັງຕົ້ນ ແລະ ດອກ ທີ່ເກີດຈາກຄວາມຈຳເປັນໃນການພັດທະນາພື້ນຖານໂຄງລ່າງ ແລະ ໂຄງການປິ່ນອ້ອມ ເພື່ອການຜະລິດ ການສະໜອງການບໍລຸງຮັກສາ ແລະ ການດໍາເນີນການ.
3. ການປັບຂຶ້ນລາຄາໄຟຟ້າແບບຂຶ້ນເທື່ອລະຂັ້ນເປັນແຜນໄລຍະ 4 ປີ ແຕ່ 2025 – 2029 ຈະເປັນການສົ່ງສັນຍານທີ່ດີໃຫ້ແກ່ການບໍລິຫານ – ຈັດການໜີ້ສິນ ການສ້າງຄວາມໜ້າເຊື່ອຖື ( Credit ) ຕໍ່ຄວາມສາມາດໃນການຊຳລະໜີ້ ແລະ ເປັນເງື່ອນໄຂໃຫ້ແກ່ການເຈລະຈາກັບເຈົ້າໜີ້ໃນຕໍ່ໜ້າ.
4. ການທີ່ບໍ່ສາມາດປັບຂຶ້ນລາຄາໄຟຟ້າ ຈະເປັນການເຮັດໃຫ້ບັນຫາທີ່ທ້ອນໂຮມມາຍາວນານຍິ່ງໜັກໜ່ວງໄປໜ້າ ບັນຫາທີ່ສະມາຊິກສະພາຕັ້ງຂຶ້ນ ເຊັ່ນ: ໄຟຕົກ ໄຟມອດ ໄຟລັດວົງຈອນ ໝໍ້ແປງລະເບີດຕ່າງໆ ຍິ່ງຈະເພີ່ມທະວີຄວາມຮຸນແຮງຂຶ້ນ ແລະ ອາດຈະກ້າວໄປສູ່ບໍ່ມີໄຟຟ້າໃຊ້ພຽງພໍໃນຕໍ່ໜ້າ.
ການຕົກລົງໃຫ້ປັບຂຶ້ນລາຄາໄຟຟ້າ ຍ້ອນເຫັນໄດ້ ຄວາມສໍາຄັນຂອງບັນຫາລາຄາໄຟຟ້າ ທີ່ຕິດພັນກັບຊີວິດການເປັນຢູ່ຂອງປະຊາຊົນ ແລະ ການເຄື່ອນໄຫວເສດຖະກິດ ລັດຖະບານຈຶ່ງໄດ້ນໍາເອົາບັນຫາດັ່ງກ່າວຄົ້ນຄວ້າໃນກອງປະຊຸມລັດຖະບານເປີດກວ້າງ 2 ຄັ້ງ, ຫຼັງຈາກນັ້ນໄດ້ປັບປຸງຕາມຄໍາເຫັນຂອງກອງປະຊຸມແລ້ວລາຍງານຕໍ່ກອງປະຊຸມກົມການເມືອງສູນກາງພັກໃນເດືອນກຸມພາ ຈຶ່ງໄດ້ປັບປຸງ ແລະ ເລີ່ມປະຕິບັດໃນເດືອນມີນາ 2025.
ລັດຖະບານ ໄດ້ເນັ້ນໜັກໃຫ້ກະຊວງ ເອົາໃຈໃສ່ຕິດຕາມການປັບຂຶ້ນລາຄາໄຟຟ້າໃນຄັ້ງນີ້ຢ່າງໃກ້ຊິດ ແລະ ພະຍາຍາມໃຫ້ເກີດຜົນກະທົບໜ້ອຍທີ່ສຸດ ຕໍ່ຊີວິດການເປັນຢູ່ຂອງປະຊາຊົນ, ພະນັກງານ – ລັດຖະກອນ, ທະຫານ, ຕໍາຫຼວດ ທີ່ມີລາຍໄດ້ຕໍ່າ ເຊິ່ງໃນອາທິດຜ່ານມາ ກະຊວງ ກໍໄດ້ຈັດປະຊຸມປະເມີນຜົນກະທົບ ເພື່ອກຽມລາຍງານລັດຖະບານ.
ສຳລັບທິດທາງ ແລະ ມາດຕະການແກ້ໄຂ ອີງໃສ່ເຫດຜົນ ແລະ ຄວາມຈໍາເປັນຂອງການປັບຂຶ້ນລາຄາໄຟຟ້າດັ່ງທີ່ໄດ້ກ່າວໄປເບື້ອງຕົ້ນ ແມ່ນເພື່ອແກ້ໄຂບັນຫາຄວາມບໍ່ສົມດຸນ ແລະ ຄວາມບໍ່ຍືນຍົງຂອງການສະໜອງໄຟຟ້າໃຫ້ແກ່ປະຊາຊົນ ແລະ ການເຄື່ອນໄຫວເສດຖະກິດ – ສັງຄົມ ແລະ ຄວາມໝັ້ນຄົງຂອງຊາດ. ດັ່ງນັ້ນ ຖ້າຈະໂຈະການຂຶ້ນລາຄາໄຟຟ້າດັ່ງກ່າວກໍບໍ່ເປັນການແກ້ໄຂບັນຫາ, ແຕ່ການຂຶ້ນລາຄາໄຟຟ້າຕາມແຜນທີ່ກະຊວງໄດ້ສະເໜີໃນໄລຍະ 4 ປີຕໍ່ໜ້າ ກໍຈະສືບຕໍ່ສົ່ງຜົນກະທົບຕໍ່ປະຊາຊົນ.
ໃນໄລຍະສະເພາະໜ້ານີ້ ກະຊວງຈະເລັ່ງຄົ້ນຄວ້າ ແລະ ປະເມີນຜົນກະທົບຂອງການຂຶ້ນລາຄາໄຟຟ້າ ແລ້ວສະເໜີລັດຖະບານພິຈາລະນາມາດຕະການເພີ່ມຕື່ມໃນການແກ້ໄຂບັນຫາຜົນກະທົບຕໍ່ປະຊາຊົນ ພະນັກງານ -ລັດຖະກອນ ທະຫານ ຕຳຫຼວດ ແລະ ຜູ້ທີ່ມີລາຍໄດ້ຕໍ່າ ລວມທັງນະໂຍບາຍຊ່ວຍໜູນການຜະລິດສະບຽງອາຫານ ແລະ ສິນຄ້າທີ່ຈໍາເປັນຕໍ່ຊີວິດການເປັນຢູ່ຂອງປະຊາຊົນ.
ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ຕິດຕາມ ແລະ ຮັບຟັງຄໍາຄິດເຫັນຂອງ ສສຊ ຢ່າງເອົາໃຈໃສ່ ແລະ ຈະຮັບເອົາຄໍາຄິດເຫັນທີ່ຍົກຂຶ້ນໄປຄົ້ນຄວ້າໃນຂະບວນການປະເມີນທີ່ກໍາລັງດໍາເນີນຢູ່ ເພື່ອລາຍງານລັດຖະບານ.