ໂຄງການກໍ່ສ້າງຂົວຂ້າມນ້ຳຂອງມິດຕະພາບ ລາວ – ໄທ ແຫ່ງທີ V ເຊື່ອມຕໍ່ແຂວງບໍລິຄໍາໄຊ – ຈັງຫວັດບຶງການ ເພື່ອສ້າງເງື່ອນໄຂອໍານວຍຄວາມສະດວກໃຫ້ແກ່ການສົ່ງເສີມທາງດ້ານການຄ້າ – ການລົງທຶນ ແລະ ການທ່ອງທ່ຽວ ປັດຈຸບັນການກໍ່ສ້າງໃກ້ສໍາເລັດສົມບູນ ເຊິ່ງຈະເປີດໃຊ້ໃນທ້າຍປີນີ້.
ຂົວມິດຕະພາບ ລາວ – ໄທ ແຫ່ງທີ V ມີຄວາມຍາວທັງໝົດ 1,350 ແມັດ, ເບື້ອງລາວ ມີລວງຍາວ 535 ແມັດ ແລະ ເບື້ອງຝັ່ງໄທ ມີ 815 ແມັດ, ຄວາມກວ້າງ ມີ 17.40 ແມັດ, ມີ 2 ຊ່ອງຈະລາຈອນ ມີດອນກາງທາງ ແລະ ມີທາງຄົນຍ່າງສອງເບື້ອງ.
ໂຄງສ້າງຂອງຂົວຊ່ວງເທິງບົກ ເປັນປະເພດຂົວເບຕົງອັດແຮງ ແລະ ໂຄງສ້າງຂົວຊ່ວງກາງນໍ້າ ເປັນປະເພດຂົວແຂວນ ຄຶງດ້ວຍສາຍກາບ.
ໂຄງການດັ່ງກ່າວ ແມ່ນໄດ້ຮັບການສະໜັບສະໜູນທຶນກູ້ຢືມດອກເບ້ຍຜ່ອນຜັນ ( ດອກເບ້ຍຕໍ່າ ) ຈາກສຳນັກງານ ຄວາມຮ່ວມມື ເພື່ອການພັດທະນາເສດຖະກິດກັບປະເທດເພື່ອນບ້ານ ຫຼື ນີດ້າ ແຫ່ງ ຣາຊະອານາຈັກໄທ ໃນມູນຄ່າ 1,380 ລ້ານກວ່າບາດ.
ໃນເດືອນພະຈິກ ປີ 2020 ໄດ້ເຊັນສັນຍາກັບຜູ້ຮັບເໝົາກໍ່ສ້າງຂົວເບື້ອງ ສປປ ລາວ ໂດຍແມ່ນ ບໍລິສັດນະພາກໍ່ສ້າງ ຈໍາກັດ ໃນມູນຄ່າ 420.5 ລ້ານກວ່າບາດ ໄລຍະເວລາການກໍ່ສ້າງແມ່ນ 36 ເດືອນ ແລະ ສັນຍາທີ 2 ແມ່ນການກໍ່ສ້າງທາງເຊື່ອມຕໍ່ເຂົ້າຂົວ ແລະ ອາຄານດ່ານກວດຄົນເຂົ້າ – ອອກເມືອງ ແລະ ສິ່ງອໍານວຍຄວາມສະດວກດ້ານຕ່າງໆ ໂດຍແມ່ນ ບໍລິສັດ ສະຫຼວງກໍ່ສ້າງ ຈຳກັດ ( ປະເທດໄທ ) ຮ່ວມກັບ ບໍລິສັດວິສະວະກໍາກໍ່ສ້າງ ສາກົນທັນສະໄໝຈໍາກັດຜູ້ດຽວ ( ປະເທດລາວ ) ໃນມູນຄ່າ 866 ລ້ານບາດ ໃນໄລຍະເວລາການກໍ່ສ້າງແມ່ນ 30 ເດືອນ ການກໍ່ສ້າງໄດ້ເລີ່ມລົງມືໃນຕົ້ນເດືອນມັງກອນ 2021 ເຊິ່ງໜ້າວຽກສ່ວນໃຫຍ່ໄດ້ກໍ່ສ້າງສຳເລັດໃນທ້າຍເດືອນພຶດສະພາ 2025 ທີ່ຜ່ານມາ.
ມາໃນຕອນເຊົ້າຂອງວັນທີ 6 ມິຖຸນາ 2025 ໄດ້ຈັດພິທີເທເບຕົງເຊື່ອມຕໍ່ຂົວຂ້າມນໍ້າຂອງມິດຕະພາບ ລາວ – ໄທ ແຫ່ງທີ V ບໍລິຄໍາໄຊ – ບຶງການ ໂດຍການເຂົ້າຮ່ວມຂອງ ທ່ານ ສະເຫຼີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ແລະ ທ່ານ ສຸລິຍະ ຈຶງຣຸ່ງເຣືອງກິດ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີວ່າການ ກະຊວງຄົມມະນາຄົມ ແຫ່ງ ຣາຊະອານາຈັກໄທ; ທ່ານ ງາມປະສົງ ເມືອງມະນີ ລັດຖະມົນຕີ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ບັນດາທ່ານການນຳຂັ້ນສູງທັງສອງຝ່າຍ, ບັນດາຄະນະນໍາກະຊວງ, ແຂວງ, ເມືອງ, ບັນດາທ່ານແຂກຈາກສູນກາງ ແລະ ທ້ອງຖິ່ນເຂົ້າຮ່ວມ.
ໂຄງການດັ່ງກ່າວ ເປັນໂຄງການໜຶ່ງທີ່ຊ່ວຍປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ – ສັງຄົມ ຂອງ ສປປ ລາວ ໂດຍຕອບສະໜອງໃຫ້ໄປຕາມຍຸດທະສາດການພັດທະນາພື້ນຖານໂຄງລ່າງ ເພື່ອຫັນປະເທດລາວຈາກປະເທດທີ່ບໍ່ມີຊາຍແດນຕິດກັບທະເລໃຫ້ກາຍເປັນປະເທດເຊື່ອມໂຍງ – ເຊື່ອມຈອດຂອງພາກພື້ນ ແລະ ສາກົນ ເຊິ່ງຄາດວ່າຂົວແຫ່ງນີ້ຈະໄດ້ເປີດນໍາໃຊ້ຢ່າງເປັນທາງການໃນທ້າຍປີ 2025 ທີ່ຈະມາເຖິງນີ້.