ແຈ້ງປິດການສັນຈອນຊົ່ວຄາວ ຖະໜົນ ເສດຖາທິຣາດ 7 ວັນ

0
70

ພະແນກໂຍທາທິການ ແລະ ຂົນສົ່ງ ນະຄອນຫຼວງວຽງຈັນ ອອກແຈ້ງການເລກທີ 4510/ຍທຂ.ນວ ລົງວັນທີ 11 ມິຖຸນາ 2025 ເຖິງບັນດາພໍ່ແມ່ປະຊາຊົນ, ພະນັກງານ, ທະຫານ, ຕໍາຫຼວດ, ຜູ້ປະກອບການຕ່າງໆ ນັກຂັບຂີ່ ແລະ ຜູ້ນໍາໃຊ້ລົດໃຊ້ຖະໜົນ.
ເລື່ອງການປິດການສັນຈອນຊົ່ວຄາວ ຖະໜົນເສດຖາທິຣາດ ເລີ່ມແຕ່ສີ່ແຍກວັດອິນແປງ ຫາ ໄຟແດງສໍານັກງານປະທານປະເທດ ໄລຍະທາງ 980 ແມັດ.
ການປິດກຳນົດເວລາ 7 ວັນ ເລີ່ມແຕ່ວັນທີ 13 ຫາ 19 ມິຖຸນາ 2025. ຊ່ວງເຊົ້າເວລາ 08:30 ຫາ 12:00 ໂມງ, ຊ່ວງບ່າຍ ເວລາ 13:30 ຫາ 16:30 ໂມງ.

ທັງນີ້ກໍເນື່ອງຈາກມີການກໍ່ສ້າງ ແລະ ຂະຫຍາຍໜ້າທາງຖະໜົນເສດຖາທິຣາດ ໄດ້ມີການລົບກວນຕົ້ນໄມ້ຢູ່ລຽບຕາມແຄມທາງ ເຊິ່ງຕົ້ນໄມ້ດັ່ງກ່າວເປັນຕົ້ນໄມ້ທີ່ມີອາຍຸຫຼາຍສິບປີ ແລະ ຂະໜາດໃຫຍ່ສູງ ອາດຈະມີຄວາມສ່ຽງລົ້ມໃນໄລຍະລະດູຝົນ.
ເພື່ອເປັນການປ້ອງກັນ ຄວາມປອດໄພ ແລະ ອຸບັດເຫດທີ່ອາດຈະເກີດຂຶ້ນ ຈຶ່ງຈຳເປັນຕ້ອງໄດ້ມີການຕັດຮອນກິ່ງຫງ່າຂອງຕົ້ນໄມ້ ຈຳນວນ 61 ຕົ້ນ ໃນຊ່ວງວັນ ແລະ ເວລາ ທີ່ໄດ້ກ່າວມາຂ້າງເທິງນັ້ນ.
ຖ້າທ່ານໃດມີຈຸດປະສົງຈະເດີນທາງຜ່ານ ຫຼື ມີແຜນດຳເນີນທຸລະກິດ, ກິດຈະກຳຕ່າງໆໃນເຂດດັ່ງກ່າວ ແມ່ນໃຫ້ເຂົ້າ – ອອກຖືກຕ້ອງຕາມໂມງເວລາທີ່ອະນຸຍາດ ແລະ ຂໍ້ແນະນຳໃຫ້ເວັ້ນໄປນໍາໃຊ້ເສັ້ນທາງແຄມຂອງ ( ຖະໜົນເຈົ້າອານຸວົງ, ຖະໜົນເຈົ້າຟ້າງຸ່ມ ແລະ ຖະໜົນສາມແສນໄທ ແທນ ).

ສຳລັບຜູ້ພັກອາໄສ, ທຸລະກິດຮ້ານຂາຍເຄື່ອງ ແລະ ເຮືອນພັກໂຮງແຮມຕ່າງໆ ທີ່ຢູ່ລຽບຕາມແຄມຖະໜົນເສດຖາທິຣາດ ແມ່ນໃຫ້ນໍາໃຊ້ເສັ້ນທາງຮ່ອມຕ່າງໆທີ່ຕັດຜ່ານຖະໜົນເສດຖາທິຣາດ.
ສະນັ້ນ, ຈຶ່ງຂໍຄວາມຮ່ວມມືນໍາປະຊາຊົນ, ຜູ້ນໍາໃຊ້ລົດໃຊ້ຖະໜົນ ຈົ່ງມີຄວາມລະມັດລະວັງການຂັບຂີ່ໃນເຂດກໍ່ສ້າງດັ່ງກ່າວ. ມອບໃຫ້ໂຄງການ ປະສານສົມທົບ ກັບຫ້ອງການໂຍທາທິການ ແລະ ຂົນສົ່ງເມືອງ, ຫ້ອງການຈະລາຈອນເມືອງ, ອຳນາດການປົກຄອງເມືອງ, ບ້ານ ແລະ ພາກສ່ວນທີ່ກ່ຽວຂ້ອງ ໂຄສະນາເຜີຍແຜ່ ເພື່ອອໍານວຍຄວາມສະດວກໃນການຈັດຕັ້ງປະຕິບັດໃຫ້ສໍາເລັດຕາມແຜນການ. ດັ່ງນັ້ນ, ຈຶ່ງແຈ້ງມາຍັງບັນດາທ່ານ ແລະ ພາກສ່ວນທີ່ກ່ຽວຂ້ອງ ເພື່ອຊາບ ແລະ ໃຫ້ຄວາມຮ່ວມມືດ້ວຍ.

LEAVE A REPLY

Please enter your comment!
Please enter your name here