ໄຕມາດ 1 ເສດຖະກິດຂະຫຍາຍຕົວ 4.5% ອັດຕາເງິນເຟີ້ສືບຕໍ່ຫຼຸດລົງ ສົ່ງອອກຜະລິດຕະພັນກະສິກຳ ມີມູນຄ່າ 977 ລ້ານໂດລາ

0
78

ທ່ານນາຍົກ ລາຍງານຕໍ່ສະພາແຫ່ງຊາດວ່າ: ໄຕມາດປີ 2025 ເສດຖະກິດຂອງປະເທດຂະຫຍາຍຕົວໃນລະດັບ 4.5%, ຄຽງຄູ່ກັນນັ້ນອັດຕາເງິນເຟີ້ກໍສືບຕໍ່ຫຼຸດລົງຄາດວ່າໝົດປີຈະບັນລຸບໍ່ເກີນ 1 ຕົວເລກ.

ສ່ວນການສົ່ງອອກຜະລິດຕະພັນກະສິກໍາໃນ 5 ເດືອນ ບັນລຸໄດ້ 977 ລ້ານໂດລາ ເທົ່າກັບ 65% ຂອງແຜນການ
ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ໄດ້ລາຍງານໃນກອງປະຊຸມສະໄໝສາມັນ ເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ IX ວັນທີ 9 ມິຖຸນາ 2025 ນີ້ວ່າ: ໄຕມາດ 1 ປີ 2025 ເສດຖະກິດຂອງປະເທດເຮົາຂະຫຍາຍຕົວໃນລະດັບ 4.5% ຄິດເປັນມູນຄ່າໃນປີ ເທົ່າກັບ 84,207 ຕື້ກີບ ເທົ່າກັບ 22.4% ຂອງແຜນການ ( ມະຕິສະພາ 375968 ຕື້ກີບ ).
ໃນນີ້, ຂະແໜງກະສິກຳ ຂະຫຍາຍຕົວ 3.1%, ຂະແໜງອຸດສາຫະກໍາ ຂະຫຍາຍຕົວ 4.7%, ຂະແໜງບໍລິການ ຂະຫຍາຍຕົວ 4.7% ແລະ ພາສີ – ອາກອນຜະລິດຕະພັນສຸດທິ ຂະຫຍາຍຕົວ 4.3%.


ພ້ອມນີ້, ລັດຖະບານ ຍັງໄດ້ສຸມໃສ່ປະຕິບັດນະໂຍບາຍດ້ານຕ່າງໆ ເພື່ອຮັກສາສະຖຽນລະພາບດ້ານລາຄາ ແລະ ອັດຕາແລກປ່ຽນເງິນຕາ ໃຫ້ມີຄວາມໝັ້ນທ່ຽງ ເຊິ່ງໃນໄລຍະ 5 ເດືອນຜ່ານມາ ເຫັນໄດ້ວ່າ: ອັດຕາເງິນເຟີ້ຫຼຸດລົງເປັນແຕ່ລະເດືອນ ( ເງິນເຟີ້ເດືອນມັງກອນ 2025 ຢູ່ໃນລະດັບ 15.5%, ເດືອນກຸມພາ 12.7%, ເດືອນມີນາ 11.2% ແລະ ໃນເດືອນເມສາ 2025 ຢູ່ໃນລະດັບ 11.1%, ໃນເດືອນພຶດສະພາ ຢູ່ໃນລະດັບ 8.3% ). ສັງລວມແລ້ວອັດຕາເງິນເຟີ້ສະເລ່ຍ 5 ເດືອນຕົ້ນປີຢູ່ໃນລະດັບ 11.76% ( ຫຼຸດລົງຫຼາຍ ຖ້າທຽບໃສ່ໄລຍະດຽວກັນຂອງປີ 2024 ເຊິ່ງຢູ່ໃນລະດັບ 24.77% ), ຄາດວ່າໝົດປີອັດຕາເງິນເຟີ້ຈະຢູ່ໃນລະດັບບໍ່ເກີນ 1 ຕົວເລກ ຕາມຄາດໝາຍທີ່ສະພາແຫ່ງຊາດຮັບຮອງ.

ຮອດທ້າຍເດືອນພຶດສະພາ 2025 ສາມາດຄຸ້ມຄອງລາຍຮັບຈາກການສົ່ງອອກໄດ້ 68.74% ຂອງມູນຄ່າການສົ່ງອອກທັງໝົດ ຄາດຄະເນໝົດປີ 2025 ຈະສາມາດບັນລຸຕາມຄາດໝາຍທີ່ວາລະແຫ່ງຊາດກຳນົດໄວ້ ( ຄາດໝາຍວາລະແຫ່ງຊາດ ບໍ່ໃຫ້ຫຼຸດ 70% ).
ໃນໄລຍະຜ່ານມາ, ລັດຖະບານ ໄດ້ເພີ່ມທະວີ ຊຸກຍູ້ສົ່ງເສີມຢ່າງແຂງແຮງ ກ່ຽວກັບການຜະລິດສິນຄ້າກະສິກຳ ເພື່ອທົດແທນການນໍາເຂົ້າ ແລະ ເປັນສິນຄ້າສົ່ງອອກ ໂດຍສະເພາະການຜະລິດພືດສະບຽງອາຫານ ເຊິ່ງສາມາດປະຕິບັດໄດ້ໃນເນື້ອທີ່ 146,520 ເຮັກຕາ ລື່ນແຜນການ 136,630 ເຮັກຕາ ທຽບໃສ່ໄລຍະດຽວກັນຂອງປີຜ່ານມາ.
ໃນຂະນະທີ່ການສົ່ງອອກຜະລິດຕະພັນກະສິກຳໃນ 5 ເດືອນຕົ້ນປີ 2025 ບັນລຸໄດ້ 977 ລ້ານໂດລາສະຫະລັດ ເທົ່າກັບ 65% ( ແຜນການຕາມສະພາຮັບຮອງ 1,500 ລ້ານໂດລາສະຫະລັດ ).


ລັດຖະບານ ກໍຄືຂະແໜງການກ່ຽວຂ້ອງ ໄດ້ສໍາເລັດການເຈລະຈາສົ່ງອອກສິນຄ້າກະສິກຳໄປ ສປ ຈີນ ໄດ້ຫຼາຍລາຍການ ເປັນຕົ້ນ ການສົ່ງອອກປາສະຫວາຍ ໄດ້ 442 ໂຕນ, ໝາກມ່ວງ 90 ໂຕນ ແລະ ຄາດວ່າໃນປີ 2025 ຈະສົ່ງອອກໝາກມ່ວງໄດ້ປະມານ 1,500 ໂຕນ.
ພ້ອມນີ້, ຍັງໄດ້ສໍາເລັດການເຈລະຈາສົ່ງອອກສິນຄ້າກະສິກຳອື່ນໆໄປປະເທດຕ່າງໆ ໄດ້ທັງໝົດ 74 ລາຍການ ແລະ ພວມດໍາເນີນຂັ້ນຕອນການສົ່ງເຂົ້າສານໄປປະເທດບຣູໄນ, ເຈລະຈາສັນຍາສົ່ງອອກເຂົ້າສານ ໄປປະເທດບັງກະລາເທດ 200,000 ໂຕນຕໍ່ປີ ແລະ ເຈລະຈາການສົ່ງອອກຊີ້ນແຊ່ແຂງ ແລະ ຜະລິດຕະພັນຊີ້ນໄປ ສປ ຈີນ ຕິດພັນກັບເລັ່ງກໍ່ສ້າງໂຮງງານຂ້າສັດທັນສະໄໝ.

LEAVE A REPLY

Please enter your comment!
Please enter your name here