ໜໍ່ໄມ້ ສາມາດເຮັດກິນໄດ້ຫຼາກຫຼາຍເມນູ ແລະ ກິນຍາມໃດກໍແຊບຍາມນັ້ນ ແລະ ໄລຍະນີ້ແມ່ນລະດູຝົນ ເປັນລະດູຂອງໜໍ່ໄມ້ປົ່ງຫຼາຍ, ດັ່ງນັ້ນມື້ນີ້ຄໍລຳອາຫານຈະພາທ່ານມາເຮັດເມນູຊຸບໜໍ່ໃສ່ໃບຢານາງ.
■ ວັດຖຸດິບ: ໜໍ່ໄມ້ ( ຟັກ ຫຼື ຊອຍ ຕ່ອນນ້ອຍໆຕົ້ມສຸກ ), ນໍ້າໃບຢານາງ ( ອາດຈະປັ່ນ ຫຼື ຄັ້ນເອົາກໍໄດ້ ), ເກືອ, ແປ້ງນົວ, ນໍ້າປາ ຫຼື ປາແດກ, ໝາກເຜັດແຫ້ງ ຫຼື ໝາກເຜັດດິບ, ໝາກງາ, ຫົວຫອມບົ່ວ ແລະ ຫົວຜັກທຽມ, ຫອມເປ, ຫອມບົ່ວ ( ລ້າງຜັກທຸກຢ່າງໃຫ້ສະອາດ ).
■ ຂັ້ນຕອນເຮັດ: ຖ້າໜໍ່ໄມ້ຊອຍຕົ້ມສຸກປະມານ 5 – 7 ຂີດ, ຈີ່ຫົວຫອມບົ່ວ 5 – 9 ຫົວ, ຫົວຜັກທຽມ 1 ຫົວ, ໝາກເຜັດດິບ ຫຼື ແຫ້ງ ປະມານ 10 – 15 ໜ່ວຍ ແລ້ວແຕ່ຜູ້ມັກກິນເຜັດ, ສຸກແລ້ວປອກເປືອກຕຳໃສ່ກັນໃຫ້ລະອຽດ ໂດຍເອົາເກືອ ແລະ ແປ້ງນົວໃສ່ເລັກໜ້ອຍຕັກໃສ່ຈານໄວ້, ຈາກນັ້ນມາຂົ້ວໝາກງາແລ້ວຕຳແບບແຫຼກແນ່ບໍ່ແຫຼກແດ່, ມາຊອຍຫອມບົ່ວ ແລະ ຫອມເປໄວ້.
ຈາກນັ້ນກໍຄ້າງໝໍ້ຂຶ້ນເປີດໄຟປານກາງ ແລ້ວເອົານໍ້າຢານາງຖອກລົງໄປ ພ້ອມເອົາໜໍ່ໄມ້ລົງ ( ນໍ້າຢານາງໃສ່ປະມານເກືອບພໍດີກັບປະລິມານໜໍ່ໄມ້ 70% ) ຈາກນັ້ນກໍເອົາເກືອ, ແປ້ງນົວ, ປາແດກລົງ ເມື່ອໝໍ້ຟົດແລ້ວຄົນຈົນນໍ້າແຫ້ງລົງພໍເປັນນໍ້າຈຸຈະ ຈາກນັ້ນກໍປິດໄຟປະໃຫ້ໜໍ່ໄມ້ເຢັນແລ້ວ ເອົາໝາກເຜັດທີ່ຕຳລົງໄປຄົນໃຫ້ເຂົ້າກັນ ຊີມລົດຊາດ ແລະ ປຸງຕາມໃຈມັກ ອາດຈະເພີ່ມນໍ້າປາແທນປາແດກໄດ້ຕື່ມ ເມື່ອພໍດີແລ້ວໃຫ້ເອົາໝາກງາທີ່ຕຳໄວ້ລົງໄປ ພ້ອມເອົາຫອມທີ່ຊອຍລົງຄົນໃຫ້ເຂົ້າກັນ ( ໝາກງາ ຖ້າຫຼາຍຈົ່ງໄວ້ໂຮຍເທິງໜ້າກໍໄດ້ ) ເທົ່ານີ້ທ່ານກໍໄດ້ຊຸບໜໍ່ໄມ້ແຊບໆກິນແລ້ວ ( ຖ້າໃຜຢາກໃຫ້ຫອມຕອນຕົ້ມນໍ້າໃບຢານາງໃຫ້ທຸບຫົວສີໃຄລົງໄປນຳຈັກ 1 – 2 ຫົວ ຖ້າບໍ່ມັກບໍ່ໃສ່ກໍໄດ້ ).
ໂດຍ: ນົກແຕນແວນ