ແນະນຳບາງວິທີ ກ່ຽວກັບການປູກໝາກເງາະໃຫ້ໄດ້ໝາກດົກ

0
92

ໝາກເງາະ ເປັນໝາກໄມ້ຊະນິດໜຶ່ງທີ່ຄົນນິຍົມກິນ ແລະ ລາຄາກໍສູງພໍສົມຄວນ ລາຄາຕໍ່າສຸດກິໂລລະ 13 – 15 ພັນກີບ ແຕ່ຢູ່ພາຍໃນປະເທດລາວເຮົາ ເຖິງພື້ນທີ່ກະສິກຳຈະຫຼາຍ ແຕ່ໜ້າເສຍດາຍສ່ວນຫຼາຍບໍ່ຄ່ອຍໄດ້ປູກພືດກິນໝາກທີ່ຕະຫຼາດຕ້ອງການເທົ່າທີ່ຄວນ. ເຖິງຢ່າງໃດກໍຕາມ ມື້ນີ້ເຮົາຈະນຳເອົາບາງວິທີຂອງການປູກໝາກເງາະມາແນະນຳ.

อาจเป็นรูปภาพของ ข้อความ

■ ການກະກຽມພື້ນທີ່ ກ່ອນອື່ນຂຸດຂຸມປູກໃຫ້ມີຂະໜາດກວ້າງຍາວ ແລະ ເລິກ ປະມານດ້ານລະ 50 ຊັງຕີແມັດ ໂດຍຈົ່ງໄລຍະຫ່າງປະມານ 6 x 8 ແມັດ ຫຼື ຄຳນວນຕາມຄວາມເໝາະສົມຂອງພື້ນທີ່.

■ ປະສົມປຸ໋ຍຄອກ 5 ກິໂລ ກັບ ປຸ໋ຍຣັອກຟໍເຟດ 5 ຂີດ ໃສ່ຮອງກົ້ນຂຸມ ໃຫ້ສູງປະມານ 2 ໃນ 3 ຂອງຂຸມ.

■ ນຳເບ້ຍໝາກເງາະລົງປູກ ກ່ອນຈະປູກໃຫ້ແກະຖົງ ພລາສຕິກອອກ ຫຼັງຈາກວາງລົງຂຸມແລ້ວຖົມຂຸມໃຫ້ແໜ້ນ ພ້ອມເອົາເຟືອງ ຫຼື ຫຍ້າມາປົກເທິງປາກຂຸມບໍລິເວນອ້ອມລຳຕົ້ນໝາກເງາະໄວ້.

■ ຕົ້ນໝາກເງາະ ໃນລະຫວ່າງ 4 ປີທຳອິດ ແມ່ນຍັງບໍ່ທັນອອກໝາກ ການໃສ່ປຸ໋ຍໃຫ້ແບ່ງອອກເປັນ 4 ຄັ້ງຕໍ່ປີ ຄັ້ງລະເທົ່າໆກັນ ໂດຍໃສ່ປຸ໋ຍເຄມີສູດ 15-15-15 ທຸກໆ 3 ເດືອນ ໃນອັດຕາປີລະ 1 – 1.5 ກິໂລຕໍ່ຕົ້ນ ແລະ ໃຫ້ເພີ່ມຂຶ້ນອີກ 1 ເທົ່າໃນຄັ້ງທີ 2.

■ ສຳລັບຕົ້ນທີ່ໃຫ້ຜົນຜະລິດແລ້ວ: ແມ່ນຄວນແບ່ງການໃສ່ປຸ໋ຍອອກເປັນ 4 ຄັ້ງຕໍ່ປີເຊັ່ນກັນ ແຕ່ໃສ່ຄັ້ງລະສູດ ເຊັ່ນ:

ຄັ້ງທີ 1: ຫຼັງເກັບກ່ຽວຜົນຜະລິດໃຫ້ໃສ່ປຸ໋ຍສູດ 15-15-15 ປະມານ 2 – 5 ກິໂລຕໍ່ຕົ້ນ.

ຄັ້ງທີ 2: ຫຼັງເກັບກ່ຽວແລ້ວ 3 ເດືອນ ໃສ່ປຸ໋ຍສຸດ 8-24-24 ປະມານ 2 – 5 ກິໂລຕໍ່ຕົ້ນ.

ຄັ້ງທີ 3: ເມື່ອຕົ້ນໝາກເງາະເລີ່ມອອກດອກ ໃຫ້ໃສ່ປຸ໋ຍສູດ 14-14-21 ປະມານ 2 – 5 ກິໂລຕໍ່ຕົ້ນ.

ຄັ້ງທີ 4: ໃສ່ປຸ໋ຍສູດ 14-  14-21 ປະມານ 2 – 5 ກິໂລຕໍ່ຕົ້ນ.

อาจเป็นรูปภาพของ ลำไย และ ต้นที่ออกลูกเป็นผลไม้เม็ดแข็ง

ການບົວລະບັດແບບນີ້ຈະຊ່ວຍໃຫ້ສວນຕົ້ນໝາກເງາະຂອງທ່ານອອກໝາກດົກ, ອີກສິ່ງໜຶ່ງທີ່ຊາວສວນຄວນຮູ້ແມ່ນເມື່ອຕົ້ນໝາກເງາະທີ່ໃຫ້ຜົນ ຫຼື ອອກໝາກແລ້ວ ເມື່ອໃກ້ຈະອອກດອກຄວນໃຫ້ນໍ້າປະລິມານໜ້ອຍ ຫຼື ຖ້າມີຝົນແລ້ວບໍ່ຄວນຫົດນໍ້າເລີຍ ເພື່ອປ້ອງກັນການແຕກໃບອ່ອນ ແລະ ຖ້າມີໃບອ່ອນແຊມຊໍ່ດອກ ຄວນງົດການໃຫ້ນໍ້າໄລຍະໜຶ່ງ ຈົນກວ່າໃບອ່ອນທີ່ຂຶ້ນແຊມນັ້ນຈະຫຼົ່ນໝົດ ຄ່ອຍເລີ່ມໃຫ້ນໍ້າໃໝ່. ເມື່ອດອກເລີ່ມບານ ແລະ ເລີ່ມຕິດໝາກແລ້ວໄລຍະນີ້ຄວນໃຫ້ນໍ້າສະໝໍ່າສະເໜີ ເພາະຖ້ານໍ້າບໍ່ພຽງພໍແມ່ນໝາກເງາະຈະບໍ່ດົກ ແລະ ບໍ່ຈັບດີ.

อาจเป็นรูปภาพของ ลำไย

+ ນອກຈາກນີ້ຄວນຕັດກິ່ງງ່າ ຄວບຄຸມພຸ່ມຂອງຕົ້ນໝາກເງາະ ເພື່ອໃຫ້ມີການແຕກຍອດໃໝ່ທີ່ດີຢູ່ສະເໝີ ໂດຍໃຫ້ຕັດແຕ່ງງ່າກ່ອນໃສ່ປຸ໋ຍ ເລືອກຕັດງ່າທີ່ແຫ້ງຕາຍ, ງ່າທີ່ເປັນພະຍາດ ແລະ ງ່າທີ່ບໍ່ໄດ້ຮັບແສງແດດ.

ສຳລັບການປ້ອງກັນ ແລະ ກຳຈັດສັດຕູພືດ: ໄລຍະໃບແຕກອ່ອນ ອາດຈະຖືກລົບກວນດ້ວຍບົ້ງກິນໃບ ຄວນສີດພົ່ນຢາດ້ວຍຄາຣ໌ບາຣິລ ຫຼື  ຄາຣ໌ໂບຊັລແຟນ.

อาจเป็นรูปภาพของ พู่จอมพล และ ลำไย

ໄລຍະທີ່ອອກດອກ ແລະ ໃຫ້ຜົນຜະລິດ: ອາດຈະຖືກລົບກວນດ້ວຍເຊື້ອຣາແປ້ງ ຕົ້ນທີ່ເຫັນໃຫ້ໃຊ້ກຳມະຖັນຜົງສີດພົ່ນໃສ່ເຊົ້າ – ແລງ ແຕ່ຖ້າພະຍາດຫາກໜາຫຼາຍແມ່ນໃຫ້ສີດພົ່ນເຄມີເບນດາມິນ ຫຼື ໄດໂນແຄບ ໄລຍະ 7 – 10 ມື້ຕໍ່ຄັ້ງ.

ຂໍ້ມູນ: dronekaset.phantomthailand

LEAVE A REPLY

Please enter your comment!
Please enter your name here