ຂາຍຢາງພາລາໄດ້ສະເລ່ຍຄອບຄົວລະ 20 ລ້ານກີບ

0
127

ປະຊາຊົນ ບ້ານປາງທອງ ເມືອງນາໝໍ້, ແຂວງອຸດົມໄຊ ມີລາຍຮັບສູງ ແລະ ຊີວິດການເປັນຢູ່ທີ່ດີຂຶ້ນຢ່າງເຫັນໄດ້ ຈາກການປູກ ແລະ ຂາຍຢາງພາລາ

 

ຕາມການໃຫ້ຂໍ້ມູນຂອງ ນາຍບ້ານປາງທອງ, ເມືອງນາໝໍ້ ແຂວງອຸດົມໄຊ ວ່າ: ແຕ່ລະຄອບຄົວສາມາດສ້າງລາຍຮັບຈາກການຂາຍຢາງພາລາໄດ້ບໍ່ຕໍ່າກວ່າ 20 ລ້ານກີບ ບາງຄອບຄົວກໍໄດ້ຫຼາຍກ່ວານັ້ນ ຕໍ່ການຂາຍໜື່ງຄັ້ງ. ປັດໄຈທີ່ພາໃຫ້ປະສົບຜົນສຳເລັດແມ່ນຍ້ອນພື້ນທີ່ດິນອຸດົມສົມບູນ, ປະຊາຊົນມີຄວາມດຸໝັ່ນ, ໄດ້ຮັບການຊຸກຍູ້ດ້ານເຕັກນິກຈາກພາກສ່ວນກ່ຽວຂ້ອງ ແລະ ຄວາມຕ້ອງການຂອງຕະຫຼາດຢາງພາລາທີ່ສູງຂຶ້ນ ເຮັດໃຫ້ລາຄາຂາຍດີ.

ລາຍຮັບດັ່ງກ່າວໄດ້ຊ່ວຍພິກຟື້ນຊີວິດຂອງປະຊາຊົນຈາກທີ່ເຄີຍທຸກຍາກລຳບາກ ໃຫ້ສາມາດສົ່ງລູກຫຼານຮຽນໜັງສື, ສ້າງເຮືອນທີ່ຖາວອນ, ມີພາຫະນະຮັບໃຊ້ ແລະ ຫຼຸດຜ່ອນການຍ້າຍຖິ່ນຖານໄປເຮັດວຽກບ່ອນອື່ນ

ສະຖານີ ວິທະຍຸ ໂທລະພາບ ແຂວງ ອຸດົມໄຊ

LEAVE A REPLY

Please enter your comment!
Please enter your name here