ດ່ວນ…ແຈ້ງເຕືອນ ເຝົ້າລະວັງ ຝົນຕົກໜັກ, ດິນເຈື່ອນ ແລະ ນໍ້າຖ້ວມຊຸ 11-13 ມິຖຸນານີ້

11 Jun 2025

ຄລິກແຊຣ໌ 0 Facebook WhatsApp

ວັນທີ 11 ມິຖຸນາ 2025 ກົມອຸຕຸນິຍົມ ແລະ ອຸທົກກະສາດ ອອກແຈ້ງເຕືອນ ຝົນຕົກໜັກ, ດິນເຈື່ອນ ແລະ ນໍ້າຖ້ວມຊຸ ເນື່ອງຈາກຮ່ອງຄວາມກົດດັນອາກາດຕໍ່າ ຫຼື ຮ່ອງຝົນໄດ້ພາດຜ່ານຢູ່ເຂດພາກເຫນືອດ້ານຕາເວັນຕົກ ລົງຫາ ພາກກາງ ແລະ ພາກໃຕ້ ຂອງປະເທດລາວ.


ປ່ອງເຂົ້າສູ່ລົມພາຍຸຫມຸນເຂດຮ້ອນ ວູທິບ (TS WUTIP) ຫົວທີ 1 ປະຈໍາປີ 2025 ປະຈຸບັນຍັງເຄື່ອນທີ່ຢູ່ເຂດທະເລຈີນໃຕ້ຕອນກາງ ແລະ ຄາດຄະເນວ່າພາຍຸຫົວນີ້ຈະສືບຕໍ່ເຄື່ອນທີ່ ມາໃກ້ແຄມຝັ່ງຂອງປະເທດຫວຽດນາມ, ສົມທົບກັບລົມມໍລະສຸມຕາເວັນຕົກສ່ຽງໃຕ້ທີ່ມີກໍາລັງແຮງພັດປົກຄຸມ, ຊຶ່ງຈະເຮັດໃຫ້ມີຝົນຕົກຟ້າຮ້ອງຟ້າເຫຼື້ອມ ໃນລະດັບຄ່ອຍ ຫາ ປານກາງ ເປັນບໍລິເວນກວ້າງ ແລະ ຈະມີຝົນຕົກຫນັກ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນ ໃນໄລຍະວັນທີ 11 ຫາ 13 ມິຖຸນາ 2025 ນີ້.

ແຂວງ ພາກເຫນືອ, ພາກກາງ ແລະ ພາກໃຕ້: ຈະມີຝົນຕົກຟ້າຮ້ອງຟ້າເຫຼື້ອມ ໃນລະດັບຄ່ອຍເປັນບໍລິເວນກວ້າງ ແລະ ຕົກປານກາງ ຫາ ຕົກຫນັກ ເຊັ່ນ: ແຂວງ ບໍ່ແກ້ວ, ຫຼວງນໍ້າທາ, ຊຽງຂວາງ, ອຸດົມໄຊ, ຫຼວງພະບາງ, ໄຊຍະບູລີ, ວຽງຈັນ, ໄຊສົມບູນ, ບໍລິຄໍາໄຊ, ຄໍາມ່ວນ, ສະຫວັນນະເຂດ, ຈໍາປາສັກ, ສາລະວັນ, ເຊກອງ ແລະ ອັດຕະປື.
(ໂດຍສະເພາະ ຢູ່ບາງທ້ອງຖິ່ນແຂວງ ໄຊຍະບູລີ ຈະເກີດມີດິນເຈື່ອນ ແລະ ນໍ້າຖ້ວມຊຸ; ສໍາລັບແຂວງ ຈໍາປາສັກ ແລະ ອັດຕະປື ຈະເກີດມີດິນເຈື່ອນ).

ນະຄອນຫຼວງວຽງຈັນ ຈະມີຝົນຕົກຟ້າຮ້ອງຟ້າເຫຼື້ອມ ໃນລະດັບຄ່ອຍ ຫາ ປານກາງຢູ່ທົ່ວໄປ ແລະ ຕົກຫນັກ ພ້ອມມີລົມພັດແຮງເປັນບາງໂອກາດ.


ດັ່ງນັ້ນ, ຈຶ່ງແຈ້ງເຕືອນເຖິງປະຊາຊົນບັນດາເຜົ່າ, ອົງການປົກຄອງທ້ອງຖິ່ນ ແລະ ອົງການຈັດຕັ້ງທຸກພາກສ່ວນຈົ່ງມີສະຕິ ລະມັດລະວັງ ຕໍ່ສະພາບຝົນຕົກໜັກ ແລະ ລົມພັດແຮງ ທີ່ຈະເຮັດໃຫ້ມີ ດິນເຈື່ອນ, ນໍ້າຖ້ວມຊຸ, ຕົ້ນໄມ້ໃຫຍ່ ປ້າຍໂຄສະນາ ແລະ ເສົາໄຟຟ້າ ຫັກລົ້ມ.

 

ຕິດຕາມພວກເຮົາຜ່ານຊ່ອງທາງຕ່າງໆ

ຂ່າວທີ່ກ່ຽວຂ້ອງ