ກະຊວງ ອຄ ຮ່ວມກັບ ບໍລິສັດ ພີທີທີ (ລາວ) ຈໍາກັດ ກຽມພັດທະນາສຸດຍອດສິນຄ້າລາວ

11 Jun 2025

ຄລິກແຊຣ໌ 0 Facebook WhatsApp

ໃນວັນທີ 10 ມິຖຸນາ 2025 ທີ່ ກະຊວງ ອຄ  ໄດ້ມີພິທີລົງນາມເຊັນບົດບັນທຶກຮ່ວມມື (MOU) ກ່ຽວກັບ ການຈັດຕັ້ງປະຕິບັດໂຄງການສຸດຍອດສິນຄ້າລາວ ລະຫວ່າງ ກະຊວງ ອຄ  ຕາງໜ້າ ໂດຍ ຫ້ອງການກະຊວງອຸດສາຫະກໍາ ແລະ ການຄ້າ ໜ້າລົງນາມໂດຍ ທ່ານ ປອ. ບົວວັນ ວິລະວົງ ຫົວໜ້າຫ້ອງການ ກະຊວງອຸດສາຫະກໍາ ແລະ ການຄ້າ ຮ່ວມກັບ ບໍລິສັດ ພີທີທີ (ລາວ) ຈໍາກັດ ຕາງໜ້າລົງນາມໂດຍ ທ່ານ  ພີຣະເວດ ນະ ຣະນອງ, ຜູ້ອໍານວຍການ ບໍລິສັດ ພີທີທີ (ລາວ) ຈໍາກັດ

 

ພິທີລົງນາມຄັ້ງນີ້ໃຫ້ກຽດເຂົ້າຮ່ວມໂດຍ ທ່ານ  ປອ. ມະໂນທອງ ວົງໄຊ ຮອງລັດຖະມົນຕີ ກະຊວງ ອຄ,  ທ່ານ ປີກທອງ ທອງໃຫ່ຍ ປະທານເຈົ້າໜ້າທີ່ບໍລິຫານ ບໍລິສັດ ປຕທ ນໍ້າມັນ ແລະ ການຄ້າປີກ ຈໍາກັດ (ມະຫາຊົນ)

ທ່ານ ຊົງພົນ ເທບນໍາໂສມມະນັດ ຮອງປະທານເຈົ້າໜ້າທີ່ບໍລິຫານດ້ານທຸລະກິດຕ່າງປະເທດ ບໍລິສັດ ປຕທ ນ້ຳມັນ ແລະ ການຄ້າປີກຈຳກັດ (ມະຫາຊົນ) ແລະ ບັນດາພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມເປັນສັກຂີພິຍານ.

 

ການເຊັນບົດບັນທຶກ (MOU) ຄັ້ງນີ້ເພື່ອສົ່ງເສີມ ສິນຄ້າ ໜຶ່ງເມືອງ ໜຶ່ງຜະລິດຕະພັນ (ໂອດັອບ), ສິນຄ້າຫັດຖະກຳ ແລະ ສິນຄ້າທ່າແຮງຂອງລາວ ໃຫ້ມີການພັດທະນາ, ຍົກລະດັບຄຸນນະພາບສິນຄ້າ ໃຫ້ໄດ້ມາດຕະຖານ ເພື່ອນໍາໄປຈໍາໜ່າຍໃນຮ້ານຄ້າ ສະຖານີບໍລິການນໍ້າມັນ ຂອງ ບໍລິສັດ ພີທີທີ (ລາວ) ຈໍາກັດ,

 

ພ້ອມທັງຊຸກຍູ້ໃຫ້ສິນຄ້າ ສາມາດຈໍາໜ່າຍ ໃນທ້ອງຕະຫຼາດຢ່າງກວ້າງຂວາງ ພາຍໃຕ້ຄໍາຂວັນ “ສຸດຍອດສິນຄ້າລາວ”; ທັງນີ້ໂຄງການສຸດຍອດຍອດສິນຄ້າລາວ ຈະໄດ້ຮັບການຈັດຕັ້ງປະຕິບັດໃນຂອບເຂດທົ່ວປະເທດ ຕາມສະພາບເງື່ອນໄຂຕົວຈິງ ຄາດໝາຍຂອງຜົນໄດ້ຮັບໃນການຮ່ວມມືຄັ້ງນີ້

 

ເພື່ອຊຸກຍູ້ການສ້າງລາຍຮັບ ໂດຍສະໜັບສະໜູນໃຫ້ ປະຊາຊົນນໍາຊັບພະຍາກອນ ພູມປັນຍາໃນທ້ອງຖິ່ນມາພັດທະນາເປັນຜະລິດຕະພັນທີ່ມີຄຸນນະພາບ ເພີ່ມມູນຄ່າ ກົງກັບຄວາມຕ້ອງການຂອງຕະຫຼາດ

 

ເປັນແຮງຂັບເຄື່ອນເສດຖະກິດຮາກຖານຂອງ ສປປ ລາວ ໃຫ້ເຂັ້ມແຂງຍືນຍົງຕໍ່ໄປ

ຕິດຕາມພວກເຮົາຜ່ານຊ່ອງທາງຕ່າງໆ

ຂ່າວທີ່ກ່ຽວຂ້ອງ