ໃນວັນທີ 6 ມິຖຸນາ 2025 ຜ່ານມາ ໄດ້ຈັດພິທີເທເບຕົງເຊື່ອມຕໍ່ຂົວຂ້າມນໍ້າຂອງມິດຕະພາບລາວ-ໄທ ແຫ່ງທີ V (ບໍລິຄໍາໄຊ-ບຶງການ) ຂື້ນ ໂດຍເປັນກຽດເຂົ້າຮ່ວມພິທີຂອງ ທ່ານ ສະເຫຼີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ແລະ ທ່ານ ສຸລິຍະ ຈຶງຣູ່ງເຣືອງກິດ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີວ່າການ ກະຊວງຄົມມະນາຄົມ ແຫ່ງ ຣາຊະອານາຈັກໄທ; ທ່ານ ງາມປະສົງ ເມືອງມະນີ ລັດຖະມົນຕີ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ບັນດາທ່ານ ການນຳຂັ້ນສູງ ທັງສອງຝ່າຍ, ບັນດາຄະນະນໍາກະຊວງ, ແຂວງ, ເມືອງ, ບັນດາທ່ານແຂກ ຈາກສູນກາງ ແລະ ທ້ອງຖິ່ນ ເຂົ້າຮ່ວມ.

ທ່ານ ສອນທະນູ ເຈົ້າແຂວງບໍລິຄຳໄຊ ກ່າວບາງຕອນວ່າ: ພິທີເທຄອນກຣີດເຊື່ອມຕໍ່ຂົວຂ້າມນໍ້າຂອງມິດຕະພາບ ລາວ-ໄທ ແຫ່ງທີ 5 ຄັ້ງນີ້ ຖືເປັນບາດກ້າວປະຫວັດສາດ, ນອກຈາກຈະເປັນສັນຍາລັກ ຂອງການພົວພັນຮ່ວມມື ລະຫວ່າງ ສປປ ລາວ ກັບ ຣາຊະອານາຈັກໄທ ແລ້ວ ຍັງຈະສ້າງເງື່ອນໄຂອຳນວຍຄວາມສະດວກ ທາງດ້ານການຂົນສົ່ງ ລະຫວ່າງ ຣາຊະອາຈັກໄທ ແລະ ສປປ ລາວ, ລະຫວ່າງ ແຂວງບໍລິຄຳໄຊ ແລະ ແຂວງບຶງການ.

ພ້ອມກັນນີ້, ແຂວງບໍລິຄຳໄຊ ໄດ້ກໍານົດເອົາເຂດສົ້ນຂົວມິດຕະພາບແຫ່ງທີ່ 5 ນີ້ ເປັນເຂດເສດຖະກິດພິເສດ, ເພື່ອຈະສ້າງເປັນສາງຄ່ຽນຖ່າຍສິນຄ້າ, ເຂດກໍ່ສ້າງໂລຊິດສະຕິກ ແລະ ຍັງມີໂຄງການພັດທະນາພື້ນຖານໂຄ່ງລ່າງດ້ານການຄົມມະນາຄົມ ເພື່ອການເຊື່ອມໂຍງ ແລະ ເຊື່ອມຈອດກັບພື້ນຖານໂຄງລ່າງ ຂອງລັດຖະບານລາວ, ເຊິ່ງຈະກາຍເປັນເຄື່ອຄ່າຍຄົມມະນາຄົມທີ່ສຳຄັນຂອງບັນດາປະເທດໃນອານຸພາກພື້ນໃນອານາຄົດ.

ທ່ານ ສີສຸພັນ ຈັນສະຫວັດ ຮອງຫົວໜ້າກົມຂົວທາງ ກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ລາຍງານໃນພິທີວ່າ: ໂຄງການກໍ່ສ້າງຂົວມິດຕະພາບ ລາວ-ໄທ ແຫ່ງ ທີ 5 (ບໍລິຄໍາໄຊ-ບຶງການ) ໄດ້ຮັບການສະໜັບສະໜູນທຶນກູ້ຢືມດອກເບ້ຍຜ່ອນຜັນ (ດອກເບ້ຍຕໍ່າ) ຈາກສຳນັກງານຄວາມຮ່ວມມື ເພື່ອການພັດທະ ນາເສດຖະກິດກັບປະເທດເພື່ອນບ້ານ (NEDA) ແຫ່ງ ຣາຊະອານາຈັກໄທ ໂດຍໄດ້ດໍາເນີນການສຶກສາຄວາມເປັນໄປໄດ້ຂອງໂຄງການດັ່ງກ່າວ ໃນປີ 2014 ແລະ ໄດ້ສໍາເລັດການສຳຫຼວດ-ອອກແບບລະ ອຽດໃນປີ 2016. ມາຮອດປີ 2019, ລັດຖະບານຂອງທັງສອງປະເທດ ໄດ້ເປັນເອກະພາບກັນ ຕົກລົງຮັບຮອງເອົາຜົນການສໍາຫຼວດດັ່ງກ່າວ ແລະ ໄດ້ຮັບການອະນຸມັດ ແລະ ເຊັນສັນຍາເງິນກູ້ກັບອົງການ NEDA ໃນວົງເງິນ 1,380 ລ້ານກ່ວາບາດ ໃນເດືອນມັງກອນ 2020 ຜ່ານມາ.

+ໂຄງການກໍ່ສ້າງຂົວຂ້າມນ້ຳຂອງມິດຕະພາບ ລາວ-ໄທ ແຫ່ງທີ V (ບໍລິຄໍາໄຊ-ບຶງການ) ມີຄວາມຍາວທັງໝົດ 1,350 ແມັດ, ເບື້ອງລາວ ມີລວງຍາວ 535 ແມັດ ແລະ ເບື້ອງຝັ່ງໄທ ມີ 815 ແມັດ, ຄວາມກວ້າງ ມີ 17.40 ແມັດ, ມີ 2 ຊ່ອງຈາລະຈອນ, ມີດອນກາງທາງ ແລະ ມີທາງຄົນຍ່າງສອງເບື້ອງ, ໂຄງສ້າງຂອງຂົວ ຊ່ວງເທິງບົກເປັນປະເພດຂົວເບຕົງອັດແຮງ ແລະ ໂຄງສ້າງຂົວຊ່ວງກາງນໍ້າເປັນປະເພດຂົວແຂວນ ຄຶງດ້ວຍສາຍກາບ, ຕໍ່ມາໃນເດືອນພະຈິກ 2020 ໄດ້ເຊັນສັນຍາ ກັບຜູ້ຮັບເໝົາກໍ່ສ້າງຂົວເບື້ອງ ສປປ ລາວ ໂດຍແມ່ນບໍລິສັດນະພາກໍ່ສ້າງຈຳກັດ,ໃນມູນຄ່າສັນຍາທັງໝົດ 420.5 ລ້ານກ່ວາບາດ ໄລຍະເວລາການກໍ່ສ້າງແມ່ນ 36 ເດືອນ ແລະ ສັນຍາທີ 2 ແມ່ນການກໍ່ ສ້າງທາງເຊື່ອມຕໍ່ເຂົ້າຂົວ ແລະ ອາຄານດ່ານກວດຄົນເຂົ້າ–ອອກເມືອງ ແລະ ສິ່ງອໍານວຍຄວາມສະດວກດ້ານຕ່າງໆ ໂດຍແມ່ນບໍລິສັດສະຫຼວງກໍ່ສ້າງຈຳກັດ (ປະເທດໄທ) ຮ່ວມກັບ ບໍລິສັດວິສະວະກໍາກໍ່ສ້າງ ສາກົນທັນສະໄໝຈໍາກັດຜູ້ດຽວ (ປະເທດລາວ), ໃນມູນຄ່າ 866.000 ລ້ານບາດ, ໃນໄລຍະເວລາການກໍ່ສ້າງແມ່ນ 30 ເດືອນ, ການກໍ່ສ້າງໄດ້ເລີ່ມລົງມືໃນຕົ້ນເດືອນມັງກອນ 2021, ເຊິ່ງໜ້າວຽກສ່ວນໃຫຍ່ ໄດ້ກໍ່ສ້າງສຳເລັດໃນທ້າຍເດືອນພຶດສະພາ 2025 ທີ່ຜ່ານມາ ແລະ ຄາດວ່າຂົວແຫ່ງດັ່ງກ່າວ ຈະໄດ້ເປີດນໍາໃຊ້ຢ່າງເປັນທາງການ ໃນທ້າຍປີ 2025 ນີ້.

ທ່ານ ງາມປະສົງ ເມືອງມະນີ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ກ່າວບາງຕອນວ່າ: ລັດຖະບານແຫ່ງ ສາທາລະນະລັດ ປະຊາທິ ປະໄຕ ປະຊາຊົນລາວ ແລະ ລັດຖະບານ ແຫ່ງ ຣາຊະອານາຈັກໄທ ຍາມໃດກໍ່ໄດ້ໃຫ້ຄວາມສຳຄັນຕໍ່ ການພົວພັນຮ່ວມມືໃນການພັດທະນາພື້ນຖານໂຄງລ່າງດ້ານຄົມມະນາຄົມ ໂດຍສະເພາະແມ່ນການ ກໍ່ສ້າງເສັ້ນທາງ ແລະ ຂົວຂ້າມນໍ້າຂອງ ຕາມແລວເສດຖະກິດຕາເວັນອອກ-ຕາເວັນຕົກ ໂດຍຜ່ານ ສປປ ລາວ ໄປຍັງປະເທດເພື່ອນບ້ານ ແລະ ອານຸພາກພື້ນ, ເພື່ອອໍານວຍຄວາມສະດວກໃຫ້ແກ່ການ ເຊື່ອມໂຍງ-ເຊື່ອມຈອດ ດ້ານຄົມມະນາຄົມຂົນສົ່ງກັບພາກພື້ນ ເພື່ອສ້າງເງື່ອນໄຂໃຫ້ແກ່ການພັດ ທະນາເສດຖະກິດ-ສັງຄົມ ຂອງທັງສອງປະເທດ, ພ້ອມທັງ ເປັນການສະໜັບສະໜູນນະໂຍບາຍ ຂອງລັດຖະບານລາວ ໃນການຫັນຈາກປະເທດທີ່ບໍ່ມີຊາຍແດນຕິດຈອດກັບທະເລ ມາເປັນສູນກາງ ດ້ານການເຊື່ອມໂຍງ-ເຊື່ອມຈອດ.

ສະນັ້ນ, ສອງລັດຖະບານຈຶ່ງໄດ້ຕົກລົງເຫັນດີສະໜັບສະໜູນການກໍ່ສ້າງຂົວຂ້າມນໍ້າຂອງ ມິດຕະພາບ ລາວ-ໄທ ແຫ່ງທີ 5 ໂດຍມອບໃຫ້ກະຊວງທີ່ກ່ຽວຂ້ອງທັງສອງຝ່າຍ ປຶກສາຫາລືກັນ ໃນກອງປະຊຸມຄະນະກໍາມາທິການຮ່ວມ ວ່າດ້ວຍການຮ່ວມມື ລາວ-ໄທ ຄັ້ງທີ 17 (JC 17) ໃນ ເດືອນ ມີນາ 2012 ທີ່ນະຄອນຫຼວງວຽງຈັນ ສປປ ລາວ.

ການຈັດພິທີການເທເບຕົງເພື່ອເຊື່ອມຕໍ່ຂົວ ທີ່ເປັນສິລິມຸງຄຸນ ແລະ ເປັນສັນຍານວ່າການ ກໍ່ສ້າງຂົວຂ້າມນໍ້າຂອງແຫ່ງນີ້ໃກ້ຈະສຳເລັດ ແລະ ເປັນການເຊື່ອມຕໍ່ແຜ່ນດິນເຂົ້າຫາກັນລະຫວ່າງ ສອງປະເທດ ລາວ-ໄທ ອີກຈຸດໜຶ່ງ (ເວົ້າລວມ), ເວົ້າສະເພາະເປັນການເຊື່ອມຕໍ່ສອງແຂວງ ລະຫວ່າງ ແຂວງບໍລິຄໍາໄຊ ຂອງ ສປປ ລາວ ແລະ ຈັງຫວັດ ບຶງການ ຂອງຣາຊະອານາຈັກໄທ ເຊິ່ງ ຈະເປັນການສົ່ງເສີມການໄປມາຫາສູ່ລະຫວ່າງປະຊາຊົນໃຫ້ຫຼາຍຂຶ້ນ, ເຊິ່ງຂ້າພະເຈົ້າຮູ້ສຶກປິຕິຍິນດີ ເປັນຢ່າງຍິ່ງ. ດັ່ງນັ້ນ, ຈຶ່ງຖືໂອກາດນີ້ ສະແດງຄວາມຂອບໃຈຢ່າງສູງມາຍັງລັດຖະບານທັງສອງ ປະເທດ ທີ່ໄດ້ໃຫ້ຄວາມສຳຄັນ ແຈະ ເຮັດໃຫ້ໂຄງການກໍ່ສ້າງຂົວຂ້າມນໍ້າຂອງແຫ່ງນີ້ ປະກົດຜົນເປັນຈິງ.

ໃນວັນດຽວກັນ ພາຍຫຼັງສຳເລັດພິທີ ເທເບຕົງເຊື່ອມຕໍ່ຂົວຂ້າມນໍ້າຂອງມິດຕະພາບ ລາວ-ໄທ ແຫ່ງທີ V (ບໍລິຄໍາໄຊ-ບຶງການ)ກໍໄດ້ມີພິທີລົງນາມໃນຂໍ້ຕົກລົງ ລະຫວ່າງລັດຖະບານ ແຫ່ງ ສປປ ລາວ ແລະ ລັດຖະບານ ແຫ່ງ ຣາຊະອານາຈັກໄທ ວ່າດ້ວຍ ກຳມະສິດການນຳໃຊ້, ການບໍລິຫານ ແລະ ການບູລະນະຮັກສາ-ສ້ອມແປງ ຂົວຂ້າມນໍ້າຂອງມິດຕະພາບລາວ-ໄທ ແຫ່ງທີ V (ບໍລິຄໍາໄຊ-ບຶງການ) ໂດຍການລົງນາມ ຂອງທ່ານ ງາມປະສົງ ເມືອງມະນີ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ລາວ) ແລະ ທ່ານ ສຸລິຍະ ຈຶງຣຸ້ງເຣືອງກິດ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີວ່າການ ກະຊວງຄົມມະນາຄົມ ແຫ່ງຣາຊະອານາຈັກໄທ. ທີ່ໂຮງແຮມ the One Convention Hall 1 ບຶງການ ປະເທດໄທ.
