ຖະແຫຼງຂ່າວປັບປຸງບຸກຄະລາກອນຂອງລັດຖະບານ ຢູ່ຫຼາຍກະຊວງ

06 Jun 2025

ຄລິກແຊຣ໌ 0 Facebook WhatsApp

ໃນຕອນແລງວັນທີ 6 ມິຖຸນາ 2025 ນີ້ທ່ານ ນາງ ສູນທອນ ໄຊຍະຈັກ ​ຄະນະເລຂາທິການສູນ​ກາງ​ພັກ, ຮອງ​ປະທານ​ສະພາ​ແຫ່ງ​ຊາດ ເຫັນດີຮັບຮອງເອົາການຍົກຍ້າຍ ແລະ ແຕ່ງຕັ້ງຄືນໃໝ່ ສະມາຊິກລັດຖະບານ ຈໍານວນ 9 ທ່ານ ຄືດັ່ງນີ້:

1. ແຕ່ງຕັ້ງ ທ່ານ ຮສ. ປອ ທອງສະລິດ ມັງໜໍ່ເມກ ເລຂາທິການສູນກາງພັກ, ຫົວໜ້າຫ້ອງວ່າການສູນກາງພັກ ເປັນລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ.
2. ຍົກຍ້າຍ ທ່ານ ປອ. ເພັດ ພົມພິພັກ ກໍາມະການສູນກາງພັກ, ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ໄປຮັບໜ້າທີ່ໃໝ່ຢູ່ຫ້ອງວ່າການສູນກາງພັກ.
3. ແຕ່ງຕັ້ງ ທ່ານ ສັນຕິພາບ ພົມວິຫານ ກໍາມະການສູນກາງພັກ ເປັນລັດຖະມົນຕີກະຊວງການເງິນ.
4. ຍົກຍ້າຍ ທ່ານ ປອ. ວິໄລວົງ ບຸດດາຄໍາ ກໍາມະການສູນກາງພັກ, ລັດຖະມົນຕີກະຊວງພາຍໃນ ໄປຮັບໜ້າທີ່ໃໝ່ຢູ່ ຄະນະຈັດຕັ້ງສູນກາງພັກ.
5. ຍົກຍ້າຍ ແລະ ແຕ່ງຕັ້ງ ທ່ານ ປອ. ນາງ ບຸນຄໍາ ວໍລະຈິດ ກໍາມະການສູນກາງພັກ, ລັດຖະມົນຕີກະຊວງ ຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ເປັນຜູ້ວ່າການທະນາຄານ ແຫ່ງ ສປປ ລາວ.

May be an image of 1 person, dais and text
6. ຍົກຍ້າຍ ແລະ ແຕ່ງຕັ້ງ ທ່ານ ປອ. ໂພໄຊ ໄຊຍະສອນ ກໍາມະການສູນກາງພັກ, ລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່ ເປັນລັດຖະມົນຕີກະຊວງ ແຮງງານ ແລະ ສະຫວັດດີການ ສັງຄົມ.
7. ຍົກຍ້າຍ ແລະ ແຕ່ງຕັ້ງ ທ່ານ ນາງ ໃບຄໍາ ຂັດທິຍະ ກໍາມະການສູນກາງພັກ, ລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການ ສັງຄົມ ເປັນລັດຖະມົນຕີກະຊວງສາທາລະນະສຸກ.
8. ແຕ່ງຕັ້ງທ່ານ ຮສ. ປອ. ລິນຄໍາ ດວງສະຫວັນ ກໍາມະການສຳຮອງສູນກາງພັກ, ລັດຖະມົນຕີກະຊວງກະສິກໍາ ແລະ ປ່າໄມ້ ເປັນລັດຖະມົນຕີກະຊວງກະສິກໍາ ແລະ ສິ່ງແວດລ້ອມ.
9. ແຕ່ງຕັ້ງ ທ່ານ ມະໄລທອງ ກົມມະສິດ ກໍາມະການສໍາຮອງສູນກາງພັກ ເປັນລັດຖະມົນຕີກະຊວງ ອຸດສາຫະກໍາ ແລະ ການຄ້າ.
ແລະ ເຫັນດີໃຫ້ສະມາຊິກລັດຖະບານ 2 ສະຫາຍ ອອກພັກການ ຮັບອູດໜູນບໍານານຄື:
1. ທ່ານ ຮສ.ປອ. ພຸດ ສິມມາລາວົງ ກໍາມະການສູນກາງພັກ, ລັດຖະມົນຕີກະຊວງ ສຶກສາທິການ ແລະ ກິລາ.
2. ທ່ານ ປອ. ດຣ. ບຸນແຜງ ພູມມະໄລສິດ ກໍາມະການສູນກາງພັກ, ລັດຖະມົນຕີກະຊວງສາທາລະນະສຸກ.

ຂ່າວຈາກ: ມີເດຍລາວ

ຕິດຕາມພວກເຮົາຜ່ານຊ່ອງທາງຕ່າງໆ

ຂ່າວທີ່ກ່ຽວຂ້ອງ