ຈະເລີ່ມສຶກສາຄວາມເປັນໄປໄດ້ ສ້າງທາງດ່ວນແຕ່ ນະຄອນຫຼວງວຽງຈັນ – ແຂວງຫົວພັນ – ດ່ານນໍ້າໂສຍ

06 Jun 2025

ຄລິກແຊຣ໌ 0 Facebook WhatsApp

ລັດຖະບານ ໄດ້ອະນຸຍາດໃຫ້ ກຸ່ມບໍລິສັດພົງສະຫວັນ ເຂົ້າສຶກສາຄວາມເປັນໄປໄດ້ ສ້າງບົດວິພາກເສດຖະກິດ – ເຕັກນິກ ( FS ) ໃນການສໍາຫຼວດ, ອອກແບບ ແລະ ກໍ່ສ້າງໂຄງການທາງດ່ວນ ( ແລວທາງຕັດໃໝ່ ) ແຕ່ນະຄອນຫຼວງວຽງຈັນ – ໄຊສົມບູນ – ຊຽງຂວາງ – ແຂວງຫົວພັນ – ດ່ານນໍ້າໂສຍ ( ຊາຍແດນລາວ – ຫວຽດນາມ ) ໂດຍວາງຄາດໝາຍ 7 ໜ້າວຽກສໍາຄັນ ໃຊ້ເວລາສຶກສາ 24 ເດືອນ.

ລັດຖະບານ ແຫ່ງ ສປປ ລາວ ຕາງໜ້າໂດຍກະຊວງແຜນການ ແລະ ການລົງທຶນ ຮ່ວມກັບ ກຸ່ມບໍລິສັດພົງສະຫວັນ ຈຳກັດ ໄດ້ຈັດພິທີເຊັນບົດບັນທຶກຄວາມເຂົ້າໃຈ ( MOU ) ສຶກສາຄວາມເປັນໄປໄດ້ ສ້າງບົດວິພາກເສດຖະກິດ – ເຕັກນິກ ( FS ) ໃນການສໍາຫຼວດ, ອອກແບບ ແລະ ກໍ່ສ້າງໂຄງການທາງດ່ວນ ( ແລວທາງຕັດໃໝ່ ) ແຕ່ນະຄອນຫຼວງວຽງຈັນ – ແຂວງໄຊສົມບູນ – ແຂວງຊຽງຂວາງ – ແຂວງຫົວພັນ – ດ່ານນໍ້າໂສຍ ( ຮອດຊາຍແດນ ລາວ – ຫວຽດນາມ ) ຂຶ້ນໃນວັນທີ 30 ພຶດສະພາ 2025 ທີ່ນະຄອນຫຼວງວຽງຈັນ.

ເຂົ້າຮ່ວມເປັນສັກຂີພິຍານຂອງ ທ່ານ ພົນເອກ ຈັນສະໝອນ ຈັນຍາລາດ ຮອງນາຍົກລັດຖະມົນຕີ, ທ່ານ ເພັດ ພົມພິພັກ ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ, ມີຮອງລັດຖະມົນຕີ, ຮອງເຈົ້າແຂວງ, ທ່ານ ສົມບູນ ພົງສະຫວັນ ປະທານກໍາມະການຂາຮຸ້ນ ກຸ່ມບໍລິສັດພົງສະຫວັນ, ທ່ານ ແສງນວນ ໄຊຍະລາດ ປະທານ ກຸ່ມບໍລິສັດພົງສະຫວັນ ຈໍາກັດ, ບັນດາທ່ານຮອງປະທານຜູ້ອາວຸໂສຊົງຄຸນວຸດທິ ກຸ່ມບໍລິສັດພົງສະຫວັນ ແລະ ແຂກຖືກເຊີນເຂົ້າຮ່ວມ.


ໃນພິທີ ທ່ານ ບົວຈັນ ອວນສະຫວັນ ຜູ້ຮັກສາການອໍານວຍການໂຄງການທາງດ່ວນ ຂອງກຸ່ມບໍລິສັດພົງສະຫວັນ ຈໍາກັດ ໄດ້ກ່າວວ່າ: ພິທີເຊັນບົດບັນທຶກໃນຄັ້ງນີ້ ກຸ່ມບໍລິສັດພົງສະຫວັນ ຈຳກັດ, ໄດ້ຕີລາຄາສູງຕໍ່ການຈັດຕັ້ງປະຕິບັດໂຄງການດັ່ງກ່າວ ສຸດທີ່ມີຄວາມໝາຍ ແລະ ຄວາມສໍາຄັນຫຼາຍ ສະແດງໃຫ້ເຫັນ ຄວາມມຸ່ງໝັ່ນຂອງພັກ – ລັດ ຕ້ອງການພັດທະນາພື້ນຖານໂຄງລ່າງ, ດ້ານຄົມມະນາຄົມ – ຂົນສົ່ງ ຈາກນະຄອນຫຼວງວຽງຈັນ ໄປສູ່ບັນດາແຂວງພາກເໜືອ ກໍຄືໄປສູ່ເຂດທີ່ໝັ້ນຂອງການປະຕິວັດໃນສະໄໝຕໍ່ສູ້ປົດປ່ອຍຊາດ ແລະ ເຊື່ອມຕໍ່ໃສ່ປະເທດ ສສ ຫວຽດນາມ, ຢູ່ພາກເໜືອຂອງ ສປປ ລາວ ເພື່ອຕອບສະໜອງໃຫ້ແກ່ການພັດທະນາເສດຖະກິດ – ສັງຄົມ, ການຄ້າ, ການລົງທຶນ, ການບໍລິການ ແລະ ທ່ອງທ່ຽວ ໃຫ້ມີການຂະຫຍາຍຕົວ ແລະ ຍົກລະດັບຊີວິດການເປັນຢູ່ຂອງປະຊາຊົນ ຫຼຸດພົ້ນອອກຈາກຄວາມທຸກຍາກເທື່ອລະກ້າວ.

ພາຍຫຼັງທີ່ເຊັນບົດບັນທຶກຄວາມເຂົ້າໃຈມື້ນີ້ແລ້ວ ບໍລິສັດ ຈະໄດ້ວາງແຜນຈັດຕັ້ງປະຕິບັດຕາມເງື່ອນໄຂຂອງບົດບັນທຶກ ມີ 7 ໜ້າວຽກໃຫຍ່ ແລະ ຈັດຕັ້ງປະຕິບັດເງື່ອນໄຂຂອງຂໍ້ກໍານົດໜ້າວຽກ ( TOR ) ຂອງກົມຂົວທາງກະຊວງໂຍທາທິການ ແລະ ຂົນສົ່ງກຳນົດອອກ ເພື່ອເຮັດໃຫ້ການຈັດຕັ້ງປະຕິບັດໂຄງການໃຫ້ຖືກຕ້ອງຕາມມາດຕະຖານເຕັກນິກ, ສອດຄ່ອງກັບລະບຽບກົດໝາຍ ແລະ ໃຫ້ສຳເລັດ.

ທ່ານ ສະຖາບັນດິດ ອິນສີຊຽງໃໝ່ ຮອງລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ກ່າວວ່າ: ລັດຖະບານ ແຫ່ງ ສປປ ລາວ ໄດ້ໃຫ້ ຄວາມສໍາຄັນ ແລະ ເອົາໃຈໃສ່ເປັນພິເສດ ໃນການພັດທະນາພື້ນຖານໂຄງລ່າງ ເສັ້ນທາງຄົມມະນາຄົມຂົນສົ່ງ ເພື່ອຕອບສະໜອງການເຊື່ອມໂຍງ ເຊື່ອມຈອດ ແຂວງຕໍ່ແຂວງ ແລະ ເຊື່ອມໂຍງກັບສາກົນ ໂດຍສະເພາະແມ່ນບັນດາແຂວງທີ່ມີຄວາມຫຍຸ້ງຍາກໃນການເຂົ້າເຖິງ ແຕ່ວ່າມີທ່າແຮງໃນການເຊື່ອມໂຍງພື້ນຖານໂຄງລ່າງ.
ທ່ານຍັງໄດ້ສະເໜີ ກຸ່ມບໍລິສັດພົງສະຫວັນ ຈໍາກັດ ຮ່ວມມືປະສານສົມທົບກັບພາກລັດຢ່າງໃກ້ຊິດ ມີການລາຍງານຄວາມຄືບໜ້າຢ່າງເປັນປົກກະຕິ ເພື່ອໃຫ້ສາມາດປະຕິບັດ MOU ຕາມຄາດໝາຍທີ່ວາງໄວ້.

ຕິດຕາມພວກເຮົາຜ່ານຊ່ອງທາງຕ່າງໆ

ຂ່າວທີ່ກ່ຽວຂ້ອງ