ຂະແໜງການຜະລິດ ຫວຽດນາມ ຟື້ນຕົວໃນເດືອນພຶດສະພາ

06 Jun 2025

ຄລິກແຊຣ໌ 0 Facebook WhatsApp

ວິທະຍຸກະຈາຍສຽງ ຫວຽດນາມ ລາຍງານວ່າ: ຂະແໜງການຜະລິດຂອງ ສສ ຫວຽດນາມ ມີການຟື້ນຕົວໃນເດືອນພຶດສະພາ. ຕາມດັດຊະນີຜູ້ບໍລິຫານ ສັ່ງຊື້ສິນຄ້າ ( PMI ) ຂະແໜງຜະລິດ ຫວຽດນາມ ຂອງ S& P Global ປະກາດເມື່ອບໍ່ດົນມານີ້, ບັນດາເງື່ອນໄຂດຳເນີນທຸລະກິດຂອງຂະແໜງຜະລິດ ຫວຽດນາມ ເກືອບເປັນປົກກະຕິ.

อาจเป็นรูปภาพของ 2 คน และ ข้อความพูดว่า "የሠሕህቢ 40 SOWM M ถอน SOLIM"

ການສຳຫຼວດ S& P Global ໃຫ້ຮູ້ວ່າ: ດັດຊະນີ PMI ເພີ່ມຂຶ້ນ 49,8 ຄະແນນ ເມື່ອທຽບໃສ່ກັບ 45,6 ຄະແນນຄືນ ເດືອນເມສາ. ທ່ານ Andrew Harker ຜູ້ອຳນວຍການຝ່າຍເສດຖະກິດ ໃຫ້ຮູ້ວ່າ: ຂ່າວກ່ຽວກັບພາສີອາກອນ ສືບຕໍ່ສວມບົດບາດສຳຄັນໃນການກຳນົດທ່າອ່ຽງຂອງຂະແໜງຜະລິດ ຫວຽດນາມ. ເດືອນພຶດສະພາ ໄດ້ເຫັນສະພາບການເສດຖະກິດທີ່ມີສະຖຽນລະພາບກວ່າ ກ່ຽວກັບບັນດານະໂຍບາຍພາສີອາກອນຂອງ ສ.ອາເມຣິກາ ເມື່ອທຽບໃສ່ກັບເດືອນເມສາ, ຈາກນັ້ນເຮັດໃຫ້ສະມັດຖະພາບເພີ່ມຂຶ້ນຄືນໃໝ່ ແລະ ປັບປຸງຄວາມໄວ້ເນື້ອເຊື່ອໃຈໃນການດຳເນີນທຸລະກິດ.

ຕິດຕາມພວກເຮົາຜ່ານຊ່ອງທາງຕ່າງໆ

ຂ່າວທີ່ກ່ຽວຂ້ອງ