ຊຽງຂວາງ ລະດົມທຶນສ້າງຫ້ອງວາງສະແດງສິນຄ້າພູມປັນຍາທ້ອງຖິ່ນ

05 Jun 2025

ຄລິກແຊຣ໌ 0 Facebook WhatsApp
 ງານລ້ຽງຊົມເຊີຍຜົນສໍາເລັດການລະດົມທຶນ ເພື່ອສ້າງຫ້ອງວາງສະແດງ ແລະ ຂາຍສິນຄ້າພູມປັນຍາທ້ອງຖິ່ນແຂວງຊຽງຂວາງ ຈັດຂຶ້ນໃນວັນທີ 3 ມິຖຸນາ 2025 ທີ່ພັດຕະຄານແອ່ນຟ້າມາລີວີວ ພາຍຫລັງໄດ້ລະດົມທຶນມາແຕ່ ວັນທີ 2 ມິຖຸນາ ໂດຍມີທ່ານ ບຸນຈັນ ສີວົງພັນ ເຈົ້າແຂວງໆຊຽງຂວາງ ພ້ອມດ້ວຍພະແນກການຂອງແຂວງ, ນັກທຸລະກິດ ແລະ ແຂກຖືກເຊີນເຂົ້າຮ່ວມ.
ໃນພິທີ, ທ່ານ ສີວິໄລ ແສງຈະເລີນ ຮອງເຈົ້າແຂວງໆຊຽງຂວາງ ໄດ້ກ່າວວ່າ: ຈຸດປະສົງການຈັດງານໃນຄັ້ງນີ້ ແມ່ນເພື່ອເປັນການລະດົມທຶນໃນການປະຕິບັດໂຄງການສົ່ງເສີມ ສິນຄ້າພູມປັນຍາຂອງທ້ອງຖິ່ນ ເຊິ່ງໄລຍະຜ່ານມາແຂວງຊຽງຂວາງ ໄດ້ລິເລີ່ມຈັດຕັ້ງປະຕິບັດດ້ວຍການປະກອບສ່ວນຂອງຄອບຄົວການນໍາຂັ້ນສູນກາງ, ຂັ້ນແຂວງ, ພະແນກການຂອງແຂວງ ແລະ ນັກທຸລະກິດ ດ້ວຍການເປີດຫ້ອງຂາຍຜະລິດຕະພັນຂອງແຂວງ ເຫັນວ່າມີການຂະຫຍາຍຕົວພໍສົມຄວນ ແຕ່ຍັງຂາດສະຖານທີ່ຫ້ອງວາງສະແດງຜະລິດຕະພັນສິນຄ້າ ຍັງບໍ່ທັນຕອບສະໜອງ ກັບຄວາມຮຽກຮ້ອງຕ້ອງການຂອງສັງຄົມ.
ສະນັ້ນ, ຈຶ່ງໄດ້ຈັດງານມື້ນີ້ຂຶ້ນ ເພື່ອຂໍການສະໜັບສະໜູນປະກອບສ່ວນຈາກທຸກພາກສ່ວນນັກທຸລະກິດ, ຄອບຄົວການນໍາຂັ້ນສູນກາງ ແລະ ແຂວງ ເຊິ່ງໄດ້ຮັບການລະດົມທຶນຈາກພາກສ່ວນຕ່າງໆໃນຄັ້ງນີ້ທັງໝົດ 1,33 ຕື້ກວ່າກີບ ເພື່ອເປັນການປະກອບສ່ວນໃນການສ້າງຫ້ອງວາງສະແດງສິນຄ້າພູມປັນຍາທ້ອງຖິ່ນແຂວງຊຽງຂວາງ ທັງເປັນການຊຸກຍູ້ສົ່ງເສີມຜະລິດຕະພັນຕ່າງໆ ຂອງທ້ອງຖິ່ນ ແລະ ເປັນການປະກອບສ່ວນໃນການພັດທະນາເສດຖະກິດ-ສັງຄົມຂອງແຂວງ.
ພາຍໃນງານໄດ້ມີການມອບເງິນອຸປະຖໍາ, ມອບໃບກຽດຕິຄຸນໃຫ້ບັນດານັກທຸລະກິດ ແລະ ຄອບຄົວການນໍາ ພ້ອມທັງຊົມການສະແດງ ແລະ ລໍາວົງສາມັກຄີເພື່ອເປັນການຊົມເຊີຍຜົນສໍາເລັດໃນການລະດົມທຶນໃນຄັ້ງນີ້.
ຂ່າວ: ສອນດາວັນ, ພາບ: ຄຸດ. ຄົນທໍາມະດາ

ຕິດຕາມພວກເຮົາຜ່ານຊ່ອງທາງຕ່າງໆ

ຂ່າວທີ່ກ່ຽວຂ້ອງ