ປີ 2025 ດ່ານພາສີສາກົນຂົວມິດຕະພາບ 2 ແລະ ທ່າບົກສະຫວັນນະເຂດ ໄດ້ຮັບມອບໝາຍຕົວເລກລາຍ
ຮັບຈາກພາສີປະຈໍາແຂວງສະຫວັນນະເຂດ ຈໍານວນ 1,778 ຕືື້ກີບ;ແຕ່ຜ່ານການຈັດຕັ້ງປະຕິບັດໃນໄລຍະ 5 ເດືອນ
ປີ 2025 ສາມາດເກັບລາຍໄດ້ທັງໝົດ 772.04 ຕືື້ກີບເທົ່າກັບ 43.42% ຂອງແຜນການປີ,ທຽບໃສໄລຍະດຽວກັນ
ປີ 2024 ເພີີ່ມຂຶ້ນ 15.75% ຄິດເປັນເງິນຈໍານວນ 105.07 ຕືື້ກີບ.

ທ່ານ ພຸດທະມີໄຊ ພັນທະນາໄລ ຫົວໜ້າດ່ານພາສີສາກົນຂົວມິດຕະພາບ 2 ແລະ ທ່າບົກສະຫວັນນະເຂດໃຫ້ຮູ້ວ່າ: ການຈັດຕັ້ງປະຕິບັດວຽກງານວິຊາສະເພາະໃນໄລຍະ 05 ເດືອນຕົ້ນປີ 2025 ມີທັງຜົນສໍາເລັດ ແລະ ສິ່ງທ້າທາຍ, ແຕ່ ໂດຍພື້ນຖານກົນໄກການຄຸ້ມຄອງໄດ້ປະຕິບັດຕາມກົດໝາຍ ແລະ ລະບຽບການກໍານົດເຮັດໃຫ້ການຄຸ້ມຄອງວຽກງານຂອງດ່ານໄດ້ດໍາເນີນໄປຢ່າງຄ່ອງຕົວ ແລະ ວຽກງານຕົ້ນຕໍໄດ້ສຸມໃສ່ການຈັດເກັບລາຍຮັບຕິດພັນກັບການເຄື່ອນໄຫວວຽກງານອື່ນໆທີ່ປິ່ນອ້ອມ.
ສະເພາະດ່ານພາສີສາກົນຂົວມິດຕະພາບ 2 ແລະ ທ່າບົກສະຫວັນະເຂດປະກອບມີ: 1 ດ່ານພາສີທ້ອງຖິ່ນ, 4 ດ່ານພາສີປະເພນີ ແລະ 3 ໜ່ວຍງານຂຶ້ນກັບ, ເຊິ່ງໄດ້ເຄື່ອນໄຫວປະຕິບັດໜ້າທີ່ຕາມພາລະບົດບາດ, ສິດ ແລະ ໜ້າທີ່ໃນການຄຸ້ມຄອງການນຳເຂົ້າ-ສົ່ງອອກ, ຜ່ານແດນສິນຄ້າເຄື່ອງຂອງ,ການນໍາເຂົ້າ-ອອກຜ່ານດ່ານຂອງພາຫະນະ ແລະ ຜູ້ໂດຍສານ, ການຈັດເກັບລາຍຮັບເຂົ້າງົບປະມານເພື່ອໃຫ້ສາມາດບັນລຸໄດ້ຕາມແຜນ ຫຼື ລື່ນແຜນການທີ່ວາງໄວ້.

ໃນປີ 2025 ດ່ານພາສີສາກົນຂົວມິດຕະພາບ 2 ແລະ ທ່າບົກສະຫວັນນະເຂດໄດ້ຮັບຕົວເລກລາຍຮັບຈາກພາສີປະຈຳແຂວງຈໍານວນ 1,778 ຕື້ກີບ; ເຊິ່ງຄະນະດ່ານໄດ້ມີຄວາມເອກະພາບ, ບວກກັບຄວາມຮັບຜິດຊອບສູງຕາມທີ່ໄດ້ຮັບມອບໝາຍ ແລະ ໃຫ້ການບໍລິການອຳນວຍຄວາມສະດວກບົນລະບຽບຫຼັກການ, ປັບປຸງແກ້ໄຂຂອດບໍລິການພາຍໃນດ່ານໃຫ້ມີຄວາມສະດວກ, ວ່ອງໄວ, ຮັັບປະກັນໄດ້ດ້ານລະບຽບກົດໝາຍ, ການນໍາເຂົ້າ-ສົ່ງອອກສິນຄ້າ, ເຄື່ອງຂອງ ແລະ ບັນຫາອື່ນໆ…ສາມາດເກັບລາຍຮັບເຂົ້າງົບປະມານແຫ່ງລັດໃນ 05 ເດືອນປີ 2025 ໄດ້ທັງໝົດ 772.04 ຕື້ກີບ ຫຼື ເທົ່າກັບ 43.42% ຂອງແຜນການປີ,ທຽບໃສໄລຍະດຽວກັນປີ 2024 ເພີ່ມຂຶ້ນ 15.75% ຄິດເປັນເງິນປະມານ 105.07 ຕື້ກີບ; ເຊິ່ງລາຍຮັບສ່ວນໃຫຍ່ຢູ່ດ່ານໄດ້ຈາກຄ່າຊັກພິເສດສົ່ງອອກ,ພາສີ-ອາກອນຂາເຂົ້າ, ປະເພດນໍ້າມັນເຊື້ອໄຟ, ການນໍາເຂົ້າພາ ຫະນະ (ເປັນຄັນ), ສິ້ນສ່ວນ ແລະ ອາໄຫຼ່ພາຫະນະ, ສິນຄ້ານໍາເຂົ້າ-ສົ່ງອອກຕໍ່, ຄ່າທໍານຽມຕ່າງໆ ແລະ ອື່ນໆ.

ທ່ານ ພຸດທະມີໄຊ ພັນທະນາໄລ ຫົວໜ້າດ່ານພາສີສາກົນຂົວມິດຕະພາບ 2 ແລະ ທ່າບົກສະຫວັນນະເຂດ ກ່າວຕື່ມວ່າ: ສຳລັບທິດທາງແຜນການໝົດປີ 2025 ດ່ານພາສີສາກົນຂົວມິດຕະພາບ2 ແລະ ທ່າບົກສະຫວັນນະເຂດ, ຈະສູ້ຊົນເກັບລາຍຮັບໃຫ້ບັນລຸຕາມແຜນ ແລະ ລື່ນແຜນການປີ. ພ້ອມທັງສ້າງຄວາມເຂັ້ມແຂງໃຫ້ເຈົ້າໜ້າທີ່ພາສີປະຈຳດ່ານດ້ວຍການບຸລະທຸຫັນເປັນທັນສະໄໝໃຫ້ສາມາດກາຍເປັນພະນັກງານຊຳນານງານ, ນໍາໃຊ້ເຄື່ອງມືທີ່ທັນສະໄໝເປັນຕົ້ນ: ລະບົບແຈ້ງພາສີໂດຍສັງເຂບ,ລະບົບ NSWA+, ລະບົບຄຸ້ມຄອງແຜນນໍາເຂົ້າ (Master List), ລະບົບຊໍາລະພັນທະງົບປະມານແຫ່ງລັດແບບລວມສູນ FINLINK, Easypass ຊໍາລະຄ່າທຳນຽມ ແລະ ຄ່າບໍລິການ, ລະບົບ D53 ແລະ ອື່ນໆເຂົ້າໃນວຽກງານວິຊາສະເພາະ ແລະ ກຳນົດແຜນວຽກແຜນງານປະຈຳອາທິດ, ເດືອນ, ງວດ, ປີໃຫ້ຈະແຈ້ງ, ເພື່ອຮັບປະກັນໃນການຈັດຕັ້ງປຕິບັດວຽກງານນຳເຂົ້າ ແລະ ສົ່ງອອກສິນຄ້າໃຫ້ສາມາດເກັບລາຍຮັບໃຫ້ຄົບຖ້ວນ ແລະ ຖືກຕ້ອງ.