ເມືອງພີນທຳລາຍສິນຄ້າໝົດອາຍຸ ແລະ ເສື່ອມຄຸນະພາບ

04 Jun 2025

ຄລິກແຊຣ໌ 0 Facebook WhatsApp
ໃນຕອນເຊົ້າວັນທີ 4 ມີຖຸນາ 2025 ຢູ່ທີ່ຫ້ອງການອຸດສະຫະກຳ ແລະ ການຄ້າເມືອງພີນ ໄດ້ມີພິທີທຳລາຍສິນຄ້າໝົດອາຍຸ ແລະ ເສື່ອມຄຸນະພາບ,ໂດຍການເຂົ້າຮ່ວມຂອງ ທ່ານ ເກດສະໜາ ບຸດຕະວົງ ຮອງເລຂາພັກເມືອງ, ທ່ານ ຄົມຄິດ ຍາດຕິວົງ ຮອງເຈົ້າເມືອງ ຜູ້ຊີ້ນຳວຽກງານເສດຖະກິດ,ທ່ານ ຂັນແກ້ວ ສຸວັນນະລາດ ຫົວໜ້າຫ້ອງການອຸດສາຫະກຳ ແລະ ການຄ້າເມືອງພີນ,ທ່ານ ແກ້ວອຸດອນ ສິດທິຊົນ ຫົວໜ້າຂະແໜງການຄ້າພາຍໃນ ພະແນກອຸດສາຫະກຳ ແລະ ການຄ້າແຂວງສະຫວັນນະເຂດ,ມີການນຳຂອງເມືອງ,ຄະນະຫ້ອງການ ແລະ ວິຊາການຈາກພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມເປັນສັກຂີພະຍານ.
ທ່ານ ຂັນແກ້ວ ສຸວັນນະລາດ ຫົວໜ້າຫ້ອງການອຸດສາຫະກຳ ແລະ ການຄ້າເມືອງພີນ ໄດ້ລາຍງານວ່າ ໃນລະຫວ່າງ ເດືອນ01-05 ປີ 2025 ທາງເຈົ້າໜ້າທີ່ກວດກາການຄ້າຂັ້ນເມືອງ ໄດ້ລົງກວດກາສິນຄ້າໝົດອາຍຸ, ເສື່ອມຄຸນ, ເສຍຄຸນ, ສິນຄ້າເກືອດຫ້າມ – ຫ້າມຈໍາໜ່າຍ, ສິນຄ້ານອກລະບົບ, ສິນຄ້າລັກລອບພາສີ ແລະ ສິນຄ້າ ອື່ນໆທີ່ມີການລະເມີດການຄຸ້ມຄອງວຽກງານການຄ້າ ໃນເຂດເທສະບານເມືອງພີນ ຮ້ານຄ້າຂາຍຍົກ – ຂາຍຍ່ອຍທົ່ວໄປຕາມເປົ້າໝາຍໄດ້ພົບສິນຄ້າ ແລະ ຢຶດສິນຄ້າມາຫລາຍລາຍການເພື່ອນໍາມາ ທໍາລາຍຕາມລະບຽບການ.ພາຍຫຼັງທີ່ໄດ້ມີການຈັດຕັ້ງປະຕິບັດຕາມຂໍ້ຕົກລົງຂອງຫົວໜ້າຫ້ອງການອຸດສາຫະກຳ ແລະ ການຄ້າເມືອງ, ເຈົ້າໜ້າ ກວດກາການຄ້າຈຶ່ງໄດ້ລົງເກັບກຳຂໍ້ມູນ ແລະ ໄດ້ລົງເຄື່ອນໄຫວກວດກາສິນຄ້າຕາມເປົ້າໝາຍຄື
ໄດ້ກວດກາ ແລະ ຢຶດສິນຄ້າປະເພດເຄື່ອງບໍລິໂພກ ສະບຽງອາຫານໝົດອາຍຸ, ເສຍຄຸນ ເສື່ອມຄຸນ, ສິນຄ້າ ເກືອດຫ້າມ ໄດ້ທັງໝົດຈໍານວນ 12 ຄັ້ງ, ມີຫ້າງຮ້ານທັງໝົດ 57 ຫົວໜ່ວຍໃນນັ້ນມີ ສິນຄ້າ 119 ລາຍການ ມູນຄ່າລວມ 26,775,000 ກີບ. (ສິນຄ້າບາງລາຍການແມ່ນໄດ້ ຖິ້ມ ແລະ ທໍາລາຍໄປນໍາ ເນື່ອງຈາກມີກິ່ນເໝັນ ແລະ ແຕກ ),ກວດກາສິນຄ້າລັກລອບນໍາເຂົ້າ ແລະ ສິນຄ້າບໍ່ມີເອກະສານຕາມເປົ້າໝາຍ ແລະ ຕາມແຫຼ່ງຂ່າວຄື: ເບຍ saola (ເບຍຫວຽດນາມ) ຈໍານວນ 100 ແກັດ, ມູນຄ່າ 12,000,000 ກີບ, ກວດເຫັນເບຍລາວປ໋ອງຍາວ ທີ່ບໍ່ມີເອກະສານ ຈໍານວນ 159 ແກັດ ມູນຄ່າ ທັງໝົດ 50,880,000 ກີບ,ເບຍສະຕິນ 9 ແກັດ ມູນຄ່າ 1,080,000ກີບ,ທາງຫ້ອງການອຸດສາຫະກຳ ແລະ ການຄ້າຈະໄດ້ທຳລາຍສິນຄ້າຈຳນວນດັ່ງກ່າວທີ່ຢຶດມາໄດ້ ໂດຍຮູບແບບການທຳລາຍ ແມ່ນຈະໄດ້ແກະຖົງ,ຖອກເທ ແລະ ຈູດເຜົາໃນບາງລາຍການ.

ຕິດຕາມພວກເຮົາຜ່ານຊ່ອງທາງຕ່າງໆ

ຂ່າວທີ່ກ່ຽວຂ້ອງ