ບໍລິສັດ Greengoods ມອບລົດໄຖນາ ໃຫ້ຄະນະກະເສດສາດ ເພື່ອການສຶກສາ ແລະ ການສ້າງຄວາມເຂັ້ມແຂງໃຫ້ແກ່ຊາວໜຸ່ມຜູ້ຈະເປັນຜູ້ນຳດ້ານ ESG

03 Jun 2025

ຄລິກແຊຣ໌ 0 Facebook WhatsApp

ບໍລິສັດ ກຣີນກູດສ໌ ຈຳກັດ, ວິສາຫະກິດສັງຄົມທີ່ມີຈຸດປະສົງສົ່ງເສີມ ກະສິກຳແບບຍືນຍົງ, ມອບລົດໄຖນາ Kubota L4018SP ໃຫ້ແກ່ຄະນະກະສິກຳສາດ ມະຫາວິທະຍາໄລແຫ່ງຊາດ (ມຊ) ໃນວັນທີ 2 ມິຖຸນາ 2025, ນະຄອນຫຼວງວຽງຈັນ, ເຊິ່ງການມອບຄັ້ງນີ້ເປັນຄັ້ງຄໍາອິດໃນທີ່ຄະນະໄດ້ຮັບລົດໄຖໃນຮອບ 50 ປີທີ່ໄດ້ມີການສ້າງຕັ້ງຄະນະມາ ແລະ ເຊິ່ງເປັນສັນຍາລັກຂອງ ຄຳໝັ້ນສັນຍານແຮງກ້າ ໃນການສົ່ງເສີມການສຶກສາ ແລະ ການຄົ້ນຄວ້າດ້ານກະສິກຳຂອງ ສປປ ລາວ.

ພິທີດັ່ງກ່າວໃຫ້ກຽດມອບໂດຍ ທ່ານ ເຈວອນ ລີ ອຳນວຍການບໍລິສັດ ກຣີນກູດ ແລະ ກ່າວຮັບໂດຍທ່ານ ຮສ ວັນນະພອນ ພຸດທະນາ ຮັກສາການຄະນະບໍດີ, ຄະນະກະເສດສາດ ພ້ອມດ້ວຍຄະນະ, ຄູອາຈານ ແລະ ນັກສຶກສາເຂົ້າຮ່ວມເປັນສັກຂີພິຍານ.

ການມອບດັ່ງກ່າວເປັນສ່ວນໜຶ່ງຂອງຍຸດທະສາດ ESG (ສິ່ງແວດລ້ອມ, ສັງຄົມ, ການບໍລິຫານທຸລະກິດ) ຂອງກຣີນກູດສ໌ ທີ່ມຸ່ງໜ້າເພື່ອ ການຂະຫຍາຍຕົວແບບຍືນຍົງ, ການສ້າງຄວາມເຂັ້ມແຂງໃຫ້ຊຸມຊົນທ້ອງຖິ່ນ ແລະ ລະບົບອາຫານທີ່ສາມາດຕ້ານທານກັບການປ່ຽນແປງດິນຟ້າອາກາດ. ຜ່ານການສະໜອງເຄື່ອງຈັກກະສິກຳທີ່ທັນສະໄໝ, ກຣີນກູດສ໌ ມີຈຸດປະສົງເພື່ອສ້າງໂອກາດໃຫ້ນັກສຶກສາໄດ້ຮັບ ການຝຶກປະຕິບັດຕົວຈິງ ແລະ ສົ່ງເສີມ ນະວັດຕະກຳໃນຂະແໜງກະສິກຳຂອງລາວ.

ການດຳເນີນງານຄັ້ງນີ້ສອດຄ່ອງກັບໂຄງການຮ່ວມມືສັງຄົມສົງເຄາະຂອງອົງການ KOICA ທີ່ ກຣີນກູດສ໌ ກຳລັງດຳເນີນຢູ່, ເຊິ່ງສົ່ງເສີມ ເສດຖະກິດແບບມີສ່ວນຮ່ວມ (SSE). ບໍລິສັດມີເປົ້າໆໝາຍມຸ່ງໜ້າຟື້ນຟູຕະຫຼາດກະສິກຳພາຍໃນປະເທດ ພ້ອມທັງສ້າງໂອກາດໃຫ້ຊາວໜຸ່ມເຂົ້າຮ່ວມໃນຂະແໜງກະສິກຳ ຜ່ານ ການສຶກສາດ້ານການເປັນຜູ້ປະກອບການ ແລະ ການພັດທະນາລະບົບເພີ່ມມູນຄ່າຕ່ອງໂສ້.

ທ່ານ ແຈວອນ ລີ, ອຳນວຍການບໍລິສັດ ກຣີນກູດສ໌, ໄດ້ກ່າວວ່າ: “ພວກເຮົາເຊື່ອໝັ້ນວ່າ ກະສິກຳແບບຍືນຍົງ ຈະເລີ່ມຕົ້ນໄດ້ດ້ວຍການສ້າງຄວາມເຂັ້ມແຂງໃຫ້ແກ່ປະຊາຊົນ—ໂດຍສະເພາະແມ່ນເຍົາວະຊົນຜູ້ທີ່ຈະກາຍເປັນຜູ້ນຳດ້ານກະສິກຳ. ແນວທາງ ESG ຂອງພວກເຮົາບໍ່ພຽງແຕ່ສຸມໃສ່ຜົນກະທົບທາງດ້ານສັງຄົມເທົ່ານັ້ນ, ແຕ່ຍັງຄຳນຶງເຖິງ ການຮ່ວມມືໃນໄລຍະຍາວ ກັບຊຸມຊົນທ້ອງຖິ່ນອີກດ້ວຍ.”

ກຣີນກູດສ໌ ຈະສືບຕໍ່ສະໜັບສະໜູນການພັດທະນາຂະແໜງກະສິກຳຂອງ ສປປ ລາວ ຜ່ານ ການສ້າງວຽກເຮັດງານທຳໃຫ້ແກ່ເຍົາວະຊົນ, ການຮ່ວມມືດ້ານຄົ້ນຄວ້າ ແລະ ພັດທະນາ (R&D) ທ້ອງຖິ່ນ, ແລະ ການນຳເອົາ ເຕັກໂນໂລຊີກະສິກຳທີ່ເປັນມິດກັບສິ່ງແວດລ້ອມ ຈາກປະເທດເກົາຫຼີມາໃຊ້ໃນທ້ອງຖິ່ນ.

ຕິດຕາມພວກເຮົາຜ່ານຊ່ອງທາງຕ່າງໆ

ຂ່າວທີ່ກ່ຽວຂ້ອງ