ສະຫະພັນກີລາເທັກບອນແຫ່ງຊາດລາວ ຖືກສ້າງຕັ້ງຂຶ້ນຢ່າງເປັນທາງການ ພ້ອມເປີດຮັບນັກກີລາຜູ້ຜ່ານການຄັດເລືອກລຸ້ນຮຽນຟຣີທີ່ BIS

31 May 2025

ຄລິກແຊຣ໌ 0 Facebook WhatsApp

ກາຍເປັນມິນິດໝາຍອັນໃໝ່ຂອງວົງການກີລາລາວ ແລະ ວົງການສຶກສາລາວ ເມື່ອ ສະຫະພັນກີລາເທັກບອນແຫ່ງຊາດລາວ ( Teqball ) ໄດ້ຖືກຮັບຮອງເອົາການສ້າງຕັ້ງຄະນະບໍລິຫານງານຢ່າງເປັນທາງການ ເມື່ອວັນທີ 30 ພຶດສະພາ 2025 ທີ່ສະຖາບັນບຸນເກີດສຶກສາ ( BIS ) ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ ສປປ ລາວ ພິເສດທາງປະສະຫະພັນຍັງຢືນຢັນເປີດກວ້າງໃນການຄັດເລືອກນັກກີລາ ແລະ ພິເສດຜູ້ທີ່ຜ່ານການຄັດເລືອກຈະໄດ້ສິດຮຽນ ແລະ ຊ້ອມກີລາກິນນອນທີ່ ສະຖາບັນບຸນເກີດສຶກສາ ອີກດ້ວຍ.

ພິທີດັ່ງກ່າວໃຫ້ກຽດເຂົ້າຮ່ວມໂດຍ ທ່ານ ກິ່ງມະໂນ ພົມມະຫາໄຊ ຮອງລັດຖະມົນຕີ ກະຊວງສຶກສາທິການ ແລະ ກີລາ, ທ່ານ ລາສະໂລ ຕັກກາສ ( H.E Mr Laszlo Takacs ) ເອກອັກຄະລັດຖະທູດຮົງກາລີ ປະຈໍາ ສປປ ລາວ, ທ່ານ ປະລິນຍາເອກ ບຸນເກີດ ສີສຸພັນທອງ ຜູ້ອໍານວຍການສະຖາບັນບຸນເກີດສຶກສາ ທັງເປັນປະທານສະຫະພັນກີລາເທັກບອນແຫ່ງຊາດລາວ ພ້ອມດ້ວຍຕາງໜ້າຈາກກະຊວງສຶກສາທິການ ແລະ ກີລາ, ຫົວໜ້າກົມ, ຮອງກົມ, ຫົວໜ້າພະແນກ, ຜູ້ສະໜັບສະໜູນ, ປະທານສະໂມສອນ ແລະ ພາກສ່ວນທິ່ກ່ຽວຂ້ອງເຂົ້າຮ່ວມຢ່າງພ້ອມພຽງ.

ໂອກາດດັ່ງກ່າວ ທ່ານ ວຽງທອງ ພົນທະຈັກ ຮອງຫົວໜ້າກົມຈັດຕັ້ງ ແລະ ພະນັກງານ ກະຊວງສຶກສາທິການ ແລະ ກີລາ ໄດ້ຂຶ້ນອ່ານຂໍ້ຕົກລົງ ວ່າດ້ວຍການຮັບຮອງການສ້າງຕັ້ງຄະນະບໍລິຫານງານ ສະຫະພັນກີລາເທັກບອນແຫ່ງຊາດລາວ ສົກປີ 2024-2028, ເລກທີ 4889/ສສກ ນະຄອນຫຼວງວຽງຈັນ, ລົງວັນທີ 29 ກໍລະກົດ 2024 ລັດຖະມົນຕີກະຊວງສຶກສາທິການ ແລະ ກີລາ ຕົກລົງ ຮັບຮອງການສ້າງຕັ້ງຄະນະບໍລິຫານງານ ສະຫະພັນກີລາເທັກບອນແຫ່ງຊາດລາວ ເຊິ່ງມີທ່ານດັ່ງລຸ່ມນີ້:
-ທ່ານ ສະຫວັນຄອນ ລາດຊະມົນຕີ ອາດີດຮອງລັດຖະມົນຕີກະຊວງຖະແຫຼງຂ່າວ, ວັດທະນະທໍາ ແລະ ການທ່ອງທ່ຽວ ເປັນປະທານທີ່ປຶກສາ.
-ທ່ານ ປອ. ບຸນເກີດ ສີສຸພັນທອງ ຜູ້ອໍານວຍການ ສະຖາບັນບຸນເກີດສຶກສາ ເປັນປະທານ
-ທ່ານ ປອ. ສອນເພັດ ຈັນດານຸວົງ ຮອງຜູ້ອໍານວຍການ ສະຖາບັນກີລາ-ກາຍະກໍາ ເປັນຮອງປະທານ ແລະ ເລຂາທິການ
-ທ່ານ ພັນທະວິໄລ ນວຍຮຸ່ນ ຜູ້ອໍານວຍການວິທະຍາໄລລາວທ໋ອບ ເປັນຮອງປະທານ ແລະ ນາຍຄັງ
-ທ່ານ ສີພັນ ແກ້ວທຽມຈັນ ປະທານບໍລິສັດ BBB Auto ເປັນຮອງປະທານ
-ທ່ານ ພິຊິດໄຊ ສຸລິນທອນ, ຫົວໜ້າຫ້ອງການປະສານງານເພື່ອການສຶກສາກອງທຶນຮ່ວມມືສາກົນ ເພື່ອການສຶກສາ ໄລຍະ III ໂຄງການຮຽນຮູ້ ແລະ ຄວາມເທົ່າທຽມ, ກົມແຜນການ, ກະຊວງ ສຶກສາທິການ ແລະ ກີລາ ເປັນຮອງເລຂາທິການ;

ນອກນັ້ນ, ກໍຍັງມີອີກ 10 ຄະນະກໍາມະການໃນຊຸດນີ້ອີກດ້ວຍ.

ຫຼັງໄດ້ຮັບຕໍາແໜ່ງຢ່າງເປັນທາງການ ທ່ານ ປອ. ບຸນເກີດ ສີສຸພັນທອງ ປະທານສະຫະພັນກີລາເທັກບອນແຫ່ງຊາດລາວ ຂຶ້ນຮັບຄໍາໂອວາດວ່າ: ຂ້າພະເຈົ້າໃນນາມຕາງໜ້າ ສະຫະພັນເທັກບອນແຫ່ງຊາດລາວ ຮູ້ສຶກດີໃຈ ແລະ ເປັນກຽດຢ່າງຍິ່ງທີ່ໄດ້ ຖືກແຕ່ງຕັ້ງໃຫ້ ຮັບໜ້າທີ່ອັນຊົງກຽດເພື່ອປະໂຫຍດໃຫ້ກັບສັງຄົມ ແລະ ປະເທດຊາດ ເພື່ອບັນລຸວິໄສທັດອັນສູງສົ່ງນີ້, ສະຫະພັນກີລາເທັກບອນແຫ່ງຊາດລາວ ຂໍໃຫ້ຄໍາໝັ້ນສັນຍາວ່າ:
1. ພວກເຮົາຈະມຸ່ງໝັ້ນສ້າງພື້ນຖານກີລາເທັກບອນໃຫ້ເຂັ້ມແຂງ: ໂດຍການສ້າງລະບົບການຝຶກສອນ, ການ ຈັດການແຂ່ງຂັນພາຍໃນ ແລະ ການພັດທະນາບຸກຄະລາກອນທີ່ມີຄຸນນະພາບ.
2. ພວກເຮົາຈະສົ່ງເສີມການເຂົ້າຮ່ວມຂອງທຸກພາກສ່ວນ: ເພື່ອເຜີຍແຜ່ກີລາເທັກບອນໃຫ້ກວ້າງຂວາງໄປທົ່ວ ປະເທດ ແລະ ສ້າງແຮງບັນດານໃຈໃຫ້ປະຊາຊົນຫັນມາຫຼິ້ນກີລາເພື່ອສຸຂະພາບ.
3. ພວກເຮົາຈະສຸມໃສ່ການສ້າງນັກກີລາທີ່ມີສັກກະຍະພາບ: ໂດຍການສະໜັບສະໜູນ ແລະ ຍົກລະດັບຄວາມ ສາມາດຂອງນັກກີລາລາວໃຫ້ສາມາດແຂ່ງຂັນໃນລະດັບສາກົນ, ພ້ອມທັງສ້າງໂອກາດໃນການເປັນນັກກີລາ ອາຊີບ.
4. ພວກເຮົາຈະປະສານສົມທົບກັບພາກສ່ວນຕ່າງໆ: ໂດຍສະເພາະກະຊວງສຶກສາທິການ ແລະ ກີລາ, ຄະນະ ກຳມະການໂອແລມປິກແຫ່ງຊາດລາວ, ແລະ ສະຫະພັນເທັກບອນໂລກ, ເພື່ອດຶງດູດການສະໜັບສະໜູນ, ແລກປ່ຽນບົດຮຽນ, ແລະ ຍົກລະດັບວົງການກີລາເທັກບອນລາວ.

ພິເສດທາງ ປະທານສະຫະພັນກີລາເທັກບອນແຫ່ງຊາດລາວ ຍັງຢືນຢັນ: ເປີດກວ້າງໃນການຄັດເລືອກນັກກີລາທີ່ຕ້ອງການຮຽນຮູ້, ຫຼິ້ນກີລາເທັກບອນ ແລະ ພິເສດຜູ້ທີ່ຜ່ານການຄັດເລືອກຈະໄດ້ສິດຮຽນ ແລະ ຊ້ອມກີລາກິນນອນທີ່ ສະຖາບັນບຸນເກີດສຶກສາ ອີກດ້ວຍ.

ສໍາລັບ ພິທີດັ່ງກ່າວທາງ ບໍລິສັດ ເອັສແອເຄ ການຄ້າ ແລະ ອອກແບບກ້ອງຄົບວົງຈອນ ຈໍາກັດຜູ້ດຽວໄດ້ມອບການສະໜັບສະໜູນ 5 ລ້ານກີບ ແລະ ບໍລິສັດ ເອພີິ ມອບໃຫ້ອີກ 5 ລ້ານກີບ.
ຂ່າວ-ຮູບ: Larhcreators Chanel

ຕິດຕາມພວກເຮົາຜ່ານຊ່ອງທາງຕ່າງໆ

ຂ່າວທີ່ກ່ຽວຂ້ອງ