ຍິ່ງປາບຄືວ່າຍິ່ງທ້າທາຍລະບຽບກົດໝາຍ ສະໜາມບິນສາກົນວັດໄຕ ເປັນດ່ານສາກົນແຫ່ງໜຶ່ງຂອງລາວທີ່ມີການກວດກາເຂັ້ມງວດທັງສຳພາລະ ແລະຕົວບຸກຄົນໂດຍສານກ່ອນຂຶ້ນເຄື່ອງ ຊຶ່ງການທີ່ຈະເຂົາສິ່ງຂອງແປກປອມເຂົ້າໄປແມ່ນເກືອບວ່າບໍ່ເຫັນຊ່ອງທາງຈະລອດເລີຍ ແຕ່ພວກຄ້າຢາຍັງໃຈກ້າເອົາເຮໂຣອິນຍັດໄສ້ກະເປົາເດີນທາງ ມີຫວັງສົ່ງອອກຕ່າງປະເທດອີກ.

ຕາມຂ່າວກະຊວງການເງິນລາຍງານ: ໃນເວລາ 19:10 ໂມງຂອງວັນທີ 29 ພຶດສະພາ 2025; ເຈົ້າໜ້າທີ່ພາສີພະແນກສືບສວນ-ສອບສວນ ແລະ ປາບປາມການຄ້າຂາຍເຖື່ອນ ແລະ ເຈົ້າໜ້າທີ່ພາສີປະຈຳດ່ານພາສີສາກົນສະໜາມບິນວັດໄຕ, ເຈົ້າໜ້າທີ່ຕໍາຫຼວດກວດຄົນເຂົ້າ-ອອກເມືອງ ແລະ ພາກສ່ວນເອັກສະເລຂອງສະໜາມບິນວັດໄຕອາຄານສາກົນ, ໄດ້ພ້ອມກັນການກວດກາກະເປົາເດີນທາງຂອງຜູ້ໂດຍສານ, ພາຍຫຼັງສົງໃສວ່າມີສານເສບຕິດ.

ຜ່ານການກວດກາຕົວຈິງພົບເຫັນກະເປົາເດີນທາງຂອງຜູ້ໂດຍສານຈຳນວນ 2 ໜ່ວຍສີເທົາ ແລະ ສີດຳ, ເຊິ່ງເປັນຂອງຜູ້ໂດຍສານຊາຍ, ຄົນສັນຊາດເນເທີແລນ (Netherland) ອາຍຸ70 ປີ, ຜ່ານການກວດກາຕົວຈິງພົບເຫັນເປັນຜ້າຫົ່ມທີ່ມີໃສ້ເປັນແຜ່ນເຄືອບດ້ວຍເຈ້ຍເຫຼື້ອມ. ຈາກນັ້ນ, ຈຶ່ງແກະເບີ່ງຈຶ່ງພົບເຫັນສານເສບຕິດປະເພດເຮໂຣອິນລວມນໍ້າໝັກ 5.8 ກິໂລກຣາມທີ່ຊຸກເຊື່ອງໃສ່ໃນກະເປົາເດີນທາງອອກໄປຕ່າງປະເທດ, ໂດຍຜ່ານສາຍການບິນ VIETNAM AIRLINES ຖ້ຽວບິນ VN920.
ດັ່ງນັ້ນ, ຈຶ່ງໄດ້ນໍາເອົາຂອງກາງ ແລະ ຜູ້ຖືກຫາມອບໃຫ້ເຈົ້າໜ້າທີ່ຕໍາຫຼວດກົມ 303 ໄປດໍາເນີນຄະດີຕາມຂັ້ນຕອນຂະບວນການຍຸຕິທໍາ.
ຂ່າວຈາກ: ກະຊວງການເງິນ