ເມືອງປາກຊ່ອງ ແຂວງຈຳປາສັກ ນັບວ່າເປັນເຂດດິນດຳນ້ຳຊຸ່ມທີ່ເໝາະແກ່ການເຮັດການຜະລິດກະສິກຳ ຊຶ່ງຜ່ານມາກາເຟລາວໄດ້ແຈ້ງເກີດ ແລະໂດ່ງດັງໄປທົ່ວໂລກປາກຊ່ອງກໍ່ເປັນແຫຼ່ງກຳເນີິດທີ່ສຳຄັນຂອງປະເທດເຮົາ ຖືວ່າເປັນເວລາຫຼາຍປີມາແລ້ວທີ່ປະຊາຊົນເຂດນັ້ນມີຖານະຄວາມເປັນຢູ່ດີຂຶ້ນຍ້ອນກາເຟເປັນທ່າແຮງຫຼັກ ແລະຕໍ່ໄປກໍ່ຍັງຈະໄດ້ຮັບການຂະຫາຍພື້ນທີ່ປູກໃຫ້ກວ້າງຂຶ້ນຕໍ່ເນື່ອງ.

ແລະມາໃນວັນທີ 29 ພຶດສະພາ 2025, ໄດ້ມີພິທີເຊັນສັນຍາສໍາປະທານໂຄງການປູກກາເຟ ເພື່ອສົ່ງອອກ ເນື້ອທີ່ 105 ເຮັກຕາ ຢູ່ເຂດບ້ານຕາເຍີກເສືອ ເມືອງປາກຊ່ອງ ແຂວງຈໍາປາສັກ ຂອງບໍລິສັດ ປາກຊ່ອງ ລົງທຶນ ພັດທະນາກະສິກຳ ຈຳກັດຜູ້ດຽວ.
ພິທີຈັດຂຶ້ນຢູ່ພະແນກແຜນການ ແລະ ການລົງທຶນແຂວງ ໂດຍການໃຫ້ກຽດເຂົ້າຮ່ວມຂອງ ທ່ານ ສົມບູນ ເຮືອງວົງສາ ຮອງເຈົ້າແຂວງຈໍາປາສັກ, ທ່ານ ສົມພອນ ພົມມີໄຊ ຮອງຫົວໜ້າພະແນກແຜນການ ແລະ ການລົງທຶນແຂວງ, ທ່ານ ຄໍາ ນິລາວົງ ວ່າການຫົວໜ້າພະແນກກະສິກຳ ແລະ ປ່າໄມ້ແຂວງ, ທ່ານ ຄໍາຂອດ ໝື່ນຫຼວງ ວ່າການເຈົ້າເມືອງໆປາກຊ່ອງ, ທ່ານ ຫງວຽນ ຢູຍ ວິງ (Nguyen Duy Vinh) ຜູ້ອໍານວຍການບໍລິສັດ ປາກຊ່ອງ ລົງທຶນ ພັດທະນາກະສິກຳ ຈຳກັດຜູ້ດຽວ. ມີການນໍາພະແນກການກົມກອງທີ່ກ່ຽວຂ້ອງອ້ອມຂ້າງແຂວງ, ການນໍາຫ້ອງວ່າການແຂວງ, ການນໍາ ແລະ ພະນັກງານວິຊາການຂະແໜງສົ່ງເສີມການລົງທຶນ ເຂົ້າຮ່ວມເປັນສັກຂີພະຍານ.

ພະແນກແຜນການ ແລະ ການລົງທຶນແຂວງ ລົງນາມໂດຍ ທ່ານ ສົມພອນ ພົມມີໄຊ ຮອງຫົວໜ້າພະແນກແຜນການ ແລະ ການລົງທຶນແຂວງ. ບໍລິສັດ ປາກຊ່ອງ ລົງທຶນ ພັດທະນາກະສິກຳ ຈຳກັດຜູ້ດຽວ ລົງນາມໂດຍ ທ່ານ ຫງວຽນ ຢູຍ ວິງ ຜູ້ອໍານວຍການບໍລິສັດ. ຝ່າຍອົງການປົກຄອງແຂວງ ລົງນາມເປັນພະຍານ ມີທ່ານ ຄໍາ ນີລາວົງ ວ່າການຫົວໜ້າພະແນກກະສິກໍາ ແລະ ປ່າໄມ້ແຂວງ, ທ່ານ ຄໍາຂອດ ໝື່ນຫຼວງ ວ່າການເຈົ້າເມືອງໆປາກຊ່ອງ. ຝ່າຍບໍລິສັດປາກຊ່ອງ ລົງທຶນ ພັດທະນາກະສິກຳ ຈຳກັດຜູ້ດຽວ ລົງນາມເປັນພະຍານໂດຍ ທ່ານ ອຸດົມສິດ ໝື່ນອະນຸກຸນ.

ການເຊັນສັນຍາ ຄັ້ງນີ້ ແມ່ນປະຕິບັດຕາມຂໍ້ຕົກລົງຂອງເຈົ້າແຂວງຈໍາປາສັກ ເລກທີ 568/ຈຂ.ຈສ, ລົງວັນທີ 23 ພຶດສະພາ 2025 ວ່າດ້ວຍການມອບສິດໃຫ້ພະແນກແຜນການ ແລະ ການລົງທຶນແຂວງ ຕາງໜ້າໃຫ້ອົງການປົກຄອງແຂວງ ເຊັນສັນຍາສໍາປະທານ ໂຄງການປູກກາເຟ ເພື່ອສົ່ງອອກ ເນື້ອທີ່ 105 ເຮັກຕາ ຢູ່ເຂດບ້ານຕາເຍີກເສືອ ເມືອງປາກຊ່ອງ ແຂວງຈໍາປາສັກ ຂອງບໍລິສັດ ປາກຊ່ອງ ລົງທຶນ ພັດທະນາກະສິກຳ ຈຳກັດຜູ້ດຽວ ເຊິ່ງຈະເລີ່ມຈັດຕັ້ງປະຕິບັດ ນັບແຕ່ມື້ເຊັນສັນຍາສໍາປະທານເປັນຕົ້ນໄປ.
ຂ່າວ-ພາບ: ຈຳປາໃໝ່