5 ເດືອນຕົ້ນປີ ມີນັກທ່ອງທ່ຽວເຂົ້າມາທ່ອງທ່ຽວແຂວງ ຈຳປາສັກ ເກືອບ 3 ແສນເທື່ອຄົນ; ໃນນີ້ນັກທ່ອງທ່ຽວສາກົນຫຼາຍກວ່າ 1 ແສນຄົນ ສ້າງລາຍຮັບໄດ້ປະມານ 35 ລ້ານໂດລາ.
ພະແນກຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວແຂວງຈຳປາສັກ ລາຍງານວ່າ: ໃນໄລຍະ 5 ເດືອນຕົ້ນປີ 2025 ມີນັກທ່ອງທ່ຽວເດີນທາງເຂົ້າມາທ່ອງທ່ຽວແຂວງຈຳປາສັກ 298.024 ເທື່ອຄົນ ທຽບໃສ່ໄລຍະດຽວກັນຂອງປີຜ່ານມາ ເພີ່ມຂຶ້ນ 1%, ທຽບໃສ່ແຜນປີປະຕິບັດໄດ້ 84% ( ແຜນ 350.958 ເທື່ອຄົນ ); ໃນນັ້ນ ມີນັກທ່ອງທ່ຽວພາຍໃນ 136.596 ເທື່ອຄົນ, ນັກທ່ອງທ່ຽວຊາຍແດນ 45.747 ເທື່ອຄົນ, ນັກທ່ອງທ່ຽວສາກົນ 115.681 ເທື່ອຄົນ ລວມລາຍຮັບຈາກນັກທ່ອງທ່ຽວໄດ້ 35,7 ລ້ານໂດລາສະຫະລັດ ທຽບໃສ່ແຜນປີປະຕິບັດໄດ້ 52% ( ແຜນ 68,7 ລ້ານໂດລາສະຫະລັດ ).

ຕົວເລກນັກທ່ອງທ່ຽວເພີ່ມຂຶ້ນ ເນື່ອງຈາກວ່າພະແນກຖະແຫຼງຂ່າວ,ວັດທະນະທຳ ແລະ ທ່ອງທ່ຽວແຂວງ ໄດ້ເອົາໃຈໃສ່ຊຸກຍູ້ ແລະ ສົ່ງເສີມຈັດຕັ້ງປະຕິບັດບັນດາກິດຈະກຳທ່ອງທ່ຽວຂອງແຂວງ ເປັນຕົ້ນ: ງານບຸນນະມັດສະການຜາສາດຫີນວັດພູຈຳປາສັກ, ງານບຸນມະໂຫລານ ກາເຟ – ຊາ ພູພຽງບໍລະເວນ, ງານບຸນສະຫຼີມສະຫຼອງປີໃໝ່ລາວ ແລະ ກິດຈະກຳອື່ນໆຂອງບັນດາເມືອງ ເຊິ່ງສາມາດດຶງດູດນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດເຂົ້າມາທ່ຽວແຂວງຈຳປາສັກເພີ່ມຂຶ້ນ.
ເພື່ອດຶງດູດນັກທ່ອງທ່ຽວເຂົ້າມາທ່ຽວແຂວງຈຳປາສັກໃຫ້ຫຼາຍຂຶ້ນ ພະແນກຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວແຂວງ ໄດ້ກຳນົດແຜນກິດຈະກຳ ເພື່ອກະຕຸ້ນສົ່ງເສີມການທ່ອງທ່ຽວຂອງແຂວງໃນທ້າຍປີ 2025 ເປັນຕົ້ນ: ສືບຕໍ່ຈັດຕັ້ງປະຕິບັດວາລະຂອງແຂວງ ວ່າດ້ວຍການແກ້ໄຂ້ຄວາມຫຍຸ້ງຍາກໃນການພັດທະນາການທ່ອງທ່ຽວ ໂດຍສະເພາະການສ້າງສິ່ງອຳນວຍ ຄວາມສະດວກໃຫ້ແກ່ນັກທ່ອງທ່ຽວຕາມລະບຽບການ ຜ່ານດ່ານສາກົນຕ່າງໆໃຫ້ວ່ອງໄວ, ການປັບປຸງເສັ້ນທາງເຂົ້າແຫຼ່ງທ່ອງທ່ຽວ; ຊຸກຍູ້ສົ່ງເສີມການໂຄສະນາການທ່ອງທ່ຽວທຳມະຊາດໃນໄລຍະລະດູຝົນ ພາຍໃຕ້ຄຳຂວັນ Green session ໂດຍສະເພາະແມ່ນການທ່ອງທ່ຽວຊົມທຳມະຊາດຕິດພັນກັບການທ່ອງທ່ຽວແບບປະຊາຊົນມີສ່ວນຮ່ວມເຂດບ້ານໜອງຫຼວງ, ໜອງຢາເທິງ, ດ່ານສິນໄຊ ແລະ ອຸທິຍານແຫ່ງຊາດດົງຫົວສາວ ແລະ ອຸທິຍານແຫ່ງຊາດເຊປ່ຽນ, ເຊນໍ້ານ້ອຍ ໃນເຂດເມືອງປາກຊ່ອງ ແລະ ເມືອງປະທຸມພອນ ທີ່ສາມາດດຶງດູດນັກທ່ອງທ່ຽວແບບຍ່າງປ່າໃນແຕ່ລະປີ.