ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 46 ແບບຄົບຄະນະ ໄດ້ແລກປ່ຽນຄໍາຄິດເຫັນເພື່ອເສີມສ້າງປະຊາຄົມອາຊຽນ ໃຫ້ມີຄວາມເຂັ້ມແຂງ ແລະ ໄດ້ປຶກສາຫາລືທິດທາງການຮ່ວມມືຂອງອາຊຽນໃນອະນາຄົດ.
ວັນທີ 26 ພຶດສະພາ 2025 ທີ່ ກົວລາລໍາເປີ ປະເທດມາເລເຊຍ, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ນຳພາຄະນະຜູ້ແທນລາວ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 46 ໂດຍການເປັນປະທານຂອງ ມາເລເຊຍ ພາຍໃຕ້ຄຳຂວັນ “ ການມີສ່ວນຮ່ວມຢ່າງທົ່ວເຖິງ ແລະ ຍືນຍົງ ”, ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ຄື: ກອງປະຊຸມພົບປະລະຫວ່າງຜູ້ນໍາອາຊຽນ ກັບບັນດາຜູ້ຕາງໜ້າຈາກສະມັດຊາລັດຖະສະພາລະຫວ່າງຊາດອາຊຽນ, ກອງປະຊຸມພົບປະລະຫວ່າງຜູ້ນໍາອາຊຽນ ກັບ ບັນດາຜູ້ຕາງໜ້າຊາວໜຸ່ມອາຊຽນ ແລະ ກອງປະຊຸມພົບປະລະຫວ່າງຜູ້ນໍາອາຊຽນ ກັບ ສະພາທີ່ປຶກສາທຸລະກິດອາຊຽນ.
ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 46 ແບບຄົບຄະນະ ໄດ້ແລກປ່ຽນຄໍາຄິດເຫັນເພື່ອເສີມສ້າງປະຊາຄົມອາຊຽນ ໃຫ້ມີຄວາມເຂັ້ມແຂງ, ໄດ້ຮັບຊາບຄວາມຄືບໜ້າການຈັດຕັ້ງປະຕິບັດບັນດາບຸລິມະສິດ ການເປັນປະທານອາຊຽນຂອງ ມາເລເຊຍ ໃນປີ 2025 ແລະ ໄດ້ປຶກສາຫາລືທິດທາງການຮ່ວມມືຂອງອາຊຽນໃນອະນາຄົດ. ກອງປະຊຸມສຸດຍອດອາຊຽນຄັ້ງນີ້ ໄດ້ຈັດຂຶ້ນໃນທ່າມກາງບັນຍາກາດທີ່ອາຊຽນ ພວມສະເຫຼີມສະຫຼອງການສ້າງຕັ້ງປະຊາຄົມອາຊຽນ ຄົບຮອບ 10 ປີ ແລະ ເປັນປີສຸດທ້າຍຂອງການຈັດຕັ້ງປະຕິບັດວິໄສທັດປະຊາຄົມອາຊຽນ 2025.

ກອງປະຊຸມໄດ້ຕີລາຄາສູງຕໍ່ຜົນສໍາເລັດທີ່ອາຊຽນຍາດມາໄດ້ໃນໄລຍະຜ່ານມາ ໂດຍສະເພາະການຈັດຕັ້ງປະຕິບັດວິໄສທັດປະຊາຄົມອາຊຽນ 2015; ຜູ້ນຳອາຊຽນ ໄດ້ຮັບຮອງເອົາວິໄສທັດປະຊາຄົມອາຊຽນ 2045 ແລະ 4 ແຜນຍຸດທະສາດ ຄື: ແຜນຍຸດທະສາດປະຊາຄົມການເມືອງ – ຄວາມໝັ້ນຄົງອາຊຽນ, ແຜນຍຸດທະສາດປະຊາຄົມເສດຖະກິດອາຊຽນ, ແຜນຍຸດທະສາດປະຊາຄົມວັດທະນະທໍາ – ສັງຄົມອາຊຽນ ແລະ ແຜນຍຸດທະສາດການເຊື່ອມຈອດອາຊຽນ. ບັນດາເອກະສານດັ່ງກ່າວ ເປັນທິດທາງໃນການຮ່ວມມືຂອງອາຊຽນສໍາລັບ 20 ປີຂ້າງໜ້າ ເພື່ອສ້າງປະຊາຄົມອາຊຽນ ໃຫ້ມີຄວາມເຂັ້ມແຂງ, ມີນະວັດຕະກໍາ, ຄ່ອງແຄ້ວ ແລະ ປະຊາຊົນເປັນໃຈກາງ.
ນອກນີ້, ກອງປະຊຸມ ໄດ້ປຶກສາຫາລືການພົວພັນຮ່ວມມືກັບພາຍນອກ ໂດຍໄດ້ເນັ້ນຢໍ້າຄວາມສຳຄັນໃນການຮັດແໜ້ນຄວາມເປັນແກນກາງຂອງອາຊຽນ ໃນການພົວພັນຮ່ວມມືກັບພາຍນອກ ໂດຍຜ່ານບັນດາກົນໄກທີ່ອາຊຽນເປັນຜູ້ນໍາພາ. ພ້ອມນີ້, ບັນດາຜູ້ນໍາອາຊຽນ ໄດ້ເຫັນດີຮັບ ຕີມໍແລັດສະເຕ ເຂົ້າເປັນສະມາຊິກສົມບູນຂອງອາຊຽນ ພາຍໃນປີ 2025 ນີ້.
ໃນກອງປະຊຸມສຸດຍອດອາຊຽນຄັ້ງນີ້, ທ່ານນາຍົກລັດຖະມົນຕີ ສອນໄຊ ສີພັນດອນ ໄດ້ສະແດງຄວາມຂອບໃຈບັນດາປະເທດສະມາຊິກອາຊຽນ ແລະ ຄູ່ຮ່ວມມືພາຍນອກຂອງອາຊຽນ ຕໍ່ການສະໜັບສະໜູນ ແລະ ຮ່ວມມື ສຳລັບການດຳເນີນການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024 ແລະ ໄດ້ຢືນຢັນຄືນ ຄວາມໝາຍໝັ້ນຂອງ ສປປ ລາວ ໃນການສືບຕໍ່ຮ່ວມມືຢ່າງໃກ້ຊິດກັບບັນດາປະເທດສະມາຊິກອາຊຽນ ແລະ ຄູ່ຮ່ວມມືພາຍນອກ ເພື່ອຜົນສໍາເລັດຂອງອາຊຽນ ໃນປີ 2025 ພາຍໃຕ້ການເປັນປະທານຂອງ ມາເລເຊຍ ກໍຄືການຈັດຕັ້ງຜັນຂະຫຍາຍວິໄສທັດປະຊາຄົມອາຊຽນ 2045.

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 46 ແບບວົງແຄບ ໄດ້ປຶກສາຫາລືກ່ຽວກັບການຈັດຕັ້ງປະຕິບັດ 5 ຂໍ້ຕົກລົງ ຂອງຜູ້ນໍາອາຊຽນ ກ່ຽວກັບ ມຽນມາ ແລະ ໄດ້ແລກປ່ຽນຄໍາຄິດເຫັນ ກ່ຽວກັບສະພາບການພາກພື້ນ ແລະ ສາກົນ ທີ່ມີຄວາມສົນໃຈຮ່ວມກັນ.
ໃນກອງປະຊຸມພົບປະລະຫວ່າງຜູ້ນໍາອາຊຽນ ກັບ ບັນດາຜູ້ຕາງໜ້າຈາກສະມັດຊາລັດຖະສະພາລະຫວ່າງຊາດອາຊຽນ, ຜູ້ນໍາອາຊຽນ ໄດ້ສະແດງຄວາມຊົມເຊີຍ ສະມັດຊາລັດຖະສະພາລະຫວ່າງຊາດອາຊຽນ ທີ່ໄດ້ປະກອບສ່ວນເຂົ້າໃນຂະບວນການຮັດແໜ້ນປະຊາຄົມອາຊຽນໃຫ້ມີຄວາມເຂັ້ມແຂງ ໃນໄລຍະຜ່ານມາ ກໍຄືການເຮັດໜ້າທີ່ການທູດດ້ານລັດຖະສະພາຢ່າງຕັ້ງໜ້າ ແລະ ໄດ້ສະເໜີໃຫ້ສະມັດຊາລັດຖະສະພາລະຫວ່າງຊາດອາຊຽນ ກໍຄືສືບຕໍ່ສະໜັບສະໜູນຂະບວນການຮັດແໜ້ນປະຊາຄົມອາຊຽນໃຫ້ມີຄວາມເຂັ້ມແຂງ ໃນການຈັດຕັ້ງປະຕິບັດວິໄສທັດປະຊາຄົມອາຊຽນ 2045.
ໃນກອງປະຊຸມພົບປະລະຫວ່າງ ຜູ້ນໍາອາຊຽນ ກັບ ບັນດາຜູ້ຕາງໜ້າຊາວໜຸ່ມອາຊຽນ, ຜູ້ນໍາອາຊຽນ ໄດ້ຮັບຊາບການປະກອບສ່ວນຂອງຊາວໜຸ່ມ ໃນຂະບວນການສ້າງປະຊາຄົມອາຊຽນໃຫ້ເຂັ້ມແຂງ ແລະ ການຈັດຕັ້ງປະຕິບັດກິດຈະກຳຂອງຊາວໜຸ່ມອາຊຽນ ພາຍໃຕ້ຄຳຂວັນ “ ຊາວໜຸ່ມເພື່ອອະນາຄົດທີ່ຍືນຍົງ: ສົ່ງເສີມການມີສ່ວນຮ່ວມຢ່າງທົ່ວເຖິງ ແລະ ຂັບເຄື່ອນການປ່ຽນແປງໃນອາຊຽນ ”, ບັນດາຜູ້ນໍາອາຊຽນເຫັນວ່າ ເພື່ອເຮັດໃຫ້ຊາວໜຸ່ມກາຍເປັນຜູ້ສືບທອດທີ່ເຂັ້ມແຂງໃນອະນາຄົດ ແລະ ເປັນກໍາລັງແຮງທີ່ສໍາຄັນໃນການພັດທະນາເສດຖະກິດ – ສັງຄົມ, ອາຊຽນ ຕ້ອງເພີ່ມທະວີການຮ່ວມມື ເພື່ອສ້າງກາລະໂອກາດໃຫ້ຊາວໜຸ່ມ ສາມາດເຂົ້າເຖິງການສຶກສາທີ່ມີຄຸນນະພາບ, ພ້ອມທັງໄດ້ຊຸກຍູ້ໃຫ້ຊາວໜຸ່ມອາຊຽນ ເຂົ້າເຖິງເຕັກໂນໂລຊີທີ່ທັນສະໄໝ ແລະ ນໍາໃຊ້ເຕັກໂນໂລຊີດັ່ງກ່າວໃຫ້ເກີດປະໂຫຍດສູງສຸດ ແລະ ອື່ນໆ.
ສ່ວນໃນກອງປະຊຸມພົບປະລະຫວ່າງ ຜູ້ນຳອາຊຽນ ກັບສະພາທີ່ປຶກສາທຸລະກິດອາຊຽນ, ຜູ້ນໍາອາຊຽນ ໄດ້ສະແດງຄວາມຊົມເຊີຍຕໍ່ຜົນສໍາເລັດຂອງສະພາທີ່ປຶກສາທຸລະກິດອາຊຽນໃນໄລຍະຜ່ານມາ ອັນໄດ້ປະກອບສ່ວນເຂົ້າໃນການຮັດແໜ້ນປະຊາຄົມເສດຖະກິດອາຊຽນ ແລະ ໄດ້ຊົມເຊີຍສະພາທີ່ປຶກສາທຸລະກິດອາຊຽນ ທີ່ໄດ້ກຳນົດບັນດາບຸລິມະສິດ ແລະ ກິດຈະກຳຕ່າໆ ສຳລັບປີ 2025 ພາຍໃຕ້ຄຳຂວັນ “ ການຮ່ວມຕະຫຼາດເພື່ອຄວາມຈະເລີນຮຸ່ງເຮືອງຮ່ວມກັນ ” ແລະ ໄດ້ຊຸກຍູ້ການຈັດຕັ້ງປະຕິບັດບຸລິມະສິດເຫຼົ່ານັ້ນໃຫ້ມີປະສິດທິພາບ.