ຂ່າວ ປກສ ແຂວອັດຕະປືລາຍງານວ່າ: ໃນທ້າຍອາທິດຜ່ານມານີ້, ເຈົ້າໜ້າທີ່ພະແນກສືບສວນ-ສອບສວນ ຫ້ອງຕຳຫຼວດ ກອງບັນຊາການ ປກສ ແຂວງອັດຕະປື ໄດ້ນຳເອົາຕົວທ່າວ ຈັນທະວົງ ( ຈ່ອຍ ) ອາຍູ 40 ປີ ຢູ່ບ້ານວົງສົມພຸ ເມືອງພູວົງ ແຂວງອັດຕະປື, ມາທຳແຜນເພື່ອປະກອບໃສ່ຄຳຮັບສາລະພາບໃນຄະດີຄາດຕະກຳ ນາງຫັດ ( ຜູ້ເສຍຊີວິດ ) ອາຍູ 17 ປີ ອາຊີບ ປະຊາຊົນ ຢູ່ບ້ານວົງສົມພູ ເຊິ່ງເປັນນ້ອງເມຍຂອງຜູ້ກໍ່ເຫດ.

ທ້າວ ຈັນທະວົງ ( ຈ່ອຍ ) ຜູ້ກໍ່ເຫດໄດ້ໃຫ້ການວ່າ ຕອນເຊົ້າຂອງວັນທີ 28 / 02 / 2025 ຕົນເອງແມ່ນໄດ້ອອກຈາກເຮືອນໄປເຮັດວຽກຢູ່ ກອງບັນຊາການທະຫານ ເມືອງພູວົງ, ຕອນສວາຍ ທ້າວ ຫຼ້າ ທີ່ເຮັດວຽກນຳກັນ ແມ່ນໄດ້ມາສົ່ງຕົນເອງຢູ່ເຮືອນ ພໍມາຮອດເຮືອນແລ້ວເຫັນແບ້ເຂົ້າສວນ ຈຶ່ງໄດ້ໄປໄລ່ແບ້ ແລ້ວໄດ້ຍ່າງໄປເຮືອນຂອງແມ່ເຖົ້າ ທີ່ຢູ່ຂ້າງເຮືອນຂອງຕົນເອງ ແລ້ວໄປຢືນຊ່ອງເບິ່ງໃນເຮືອນແລ້ວເຫັນ ນາງ ຫັດ ( ຜູ້ເສຍຊີວິດ ) ນອນຂ້ອມໜ້າຫຼີ້ນໂທລະສັບຢູ່, ຈຶ່ງໄດ້ເກີດມີແນວຄິດຢາກຂົ່ມຂືນ ເພາະໄດ້ຫຼົງມັກ ນາງ ຫັດ ( ຜູ້ເສຍຊີວິ ) ມາແຕ່ດົນແລ້ວ, ໃນເວລານັ້ນກໍບໍ່ມີໃຜຢູ່ເຮືອນ ເຫັນແຕ່ ນາງ ຫັດ ( ຜູ້ເສຍຊີວິດ )ຢູ່ຄົນດຽວ, ຈື່ງໄດ້ຍ່າງເຂົ້າໄປຫາ ນາງ ຫັດ ແລ້ວໄດ້ຈັບເອົາສົ້ງສະປໍສີດຳທີ່ປະໄວ້ທາງຂ້າງແລ້ວດຶງເອົາສາຍອອກມາຮັດໃສ່ຄໍນາງ ຫັດ ຈຸດປະສົງເພື່ອບໍ່ໃຫ້ນາງ ຫັດ ຂັດຂືນ ພ້ອມທັງເອົາມືເບື້ອງຂວາບີບໃສ່ຄໍແລ້ວເອົາຫົວເຂົ່າເຕັງໃສ່ຫຼັງປະມານ 01 ນາທີ ແລ້ວໄດ້ເຫັນນາງ ຫັດ ( ຜູ້ເສຍຊີວິດ ) ໝົດສະຕິ, ຕົນເອງ ຈຶ່ງໄດ້ຮ່ວມເພດກັບ ນາງ ຫັດ ( ຜູ້ເສຍຊີວິດ ) ໂດຍທີ່ນາງ ຫັດ ນອນໃນທ່າຂ້ອມໜ້າ ຈົນສຳເລັດແລ້ວ ຈຶ່ງໄດ້ໄປຈັບເອົາເງິນຈຳນວນ 640.000 ກີບ ແລະ ໂທລະສັບສີດຳ 1 ໜ່ວຍ ເຊີ່ງແມ່ນເຄື່ອງຂອງຕົນເອງ.

ຮອດເວລາ 15 ໂມງ ນາງ ລັນ ຜູ້ເປັນນ້ອງເມຍ ຕົນຈຶ່ງໄດ້ກັບມາເຮືອນ ໃນເວລານັ້ນຕົນເອງກໍໄດ້ຢູ່ໃນເຮືອນ ຈາກນັ້ນ ນາງ ລັນ ໄດ້ມາບອກວ່າເຫັນນາງ ຫັດ ແຂງແລ້ວຢູ່ໃນເຮືອນແລ້ວນາງ ລັນ ຈຶ່ງໄດ້ບອກໃຫ້ລູກສາວຂອງຕົນເອງ ໄປບອກຜູ້ເປັນເມຍຂອງຕົນເອງກັບພີ່ນ້ອງທີ່ກິນເຫຼົ້າຢູ່ເຮືອນທ້າວ ພັນ ຢູ່ບ້ານພູໂຮມ ຫຼັງຈາກນັ້ນເມຍຂອງຕົນເອງກັບພີ່ນ້ອງ ກໍໄດ້ກັບມາເຮືອນບ່ອນເກີດເຫດ ແຕ່ຕົນເອງ ກໍບໍ່ໄດ້ໄປຊ່ວຍເຫຼືອຫຍັງນັ່ງຢູ່ໃນເຮືອນ.

ມາຮອດເວລາປະມານ 2 ໂມງ ຂອງວັນທີ 01 / 03 / 2025 ຈຶ່ງຖືກເຈົ້າໜ້າທີ່ເຂົ້າກັກຕົວ. ການກະທຳຂອງທ້າວ ຈັນທະວົງ ( ຜູ້ກໍ່ເຫດ ) ແມ່ນເປັນການກະທຳຜິດທາງອາຍາ ເຊິ່ງຄົບ 4 ອົງປະກອບຂອງການກະທຳຜິດຕາມມາດຕາ 12 ທີ່ລະບຸໄວ້ໃນກົດໝາຍອາຍາ ແລະ ມາດຕາ 118 ຂອງປະມວນກົດໝາຍອາຍາ ສະບັບປັບປຸງ ປີ 2017 ແຕະຕ້ອງເຖິງຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມ, ດັ່ງນັ້ນເຈົ້າໜ້າທີ່ພະແນກສືບສວນ-ສອບສວນ ຈຶ່ງໄດ້ສົ່ງສຳນວນຄະດີໃຫ້ໄອຍະການປະຊາຊົນ ເພື່ອສັ່ງຟ້ອງສານຕັດສິນລົງໂທດຕາມກົດໝາຍ.
ພາບ-ຂ່າວ: ປກສ ແຂວງອັດຕະປື