ທ່ານນາຍົກ ອວຍພອນໄຊ ວັນທີ 1 ມິຖຸນາ  ຂໍໃຫ້ພວກລູກຫຼານເດັກນ້ອຍລາວບັນດາເຜົ່າຈົ່ງມີແຕ່ຄວາມຜາສຸກ

29 May 2025

ຄລິກແຊຣ໌ 0 Facebook WhatsApp

ທ່ານນາຍົກລັດຖະມົນຕີ ໄດ້ສົ່ງສານເຖິງຫຼານນ້ອຍເຍົາວະຊົນ ແລະ ອະນຸຊົນລາວບັນດາເຜົ່າ ເນື່ອງໃນໂອກາດວັນເດັກສາກົນວັນທີ 1 ມິຖຸນາ 2025 ໂດຍລະບຸວ່າ: 1 ມິຖຸນາໄດ້ໝູນວຽນມາຄົບຮອບອີກວາລະໜຶ່ງ ເຊິ່ງປຽບດັ່ງປາງບຸນໃຫຍ່ຂອງເດັກໃນທົ່ວໂລກ ທີ່ບັນດາປະເທດໄດ້ພ້ອມກັນສະເຫຼີມສະຫຼອງວັນດັ່ງກ່າວໃຫ້ກັບເດັກໃນປະເທດຂອງຕົນຢ່າງເປັນຂະບວນຟົດຟື້ນ ດ້ວຍຫຼາຍຮູບການ, ການສະເຫຼີມສະຫຼອງວັນເດັກ ກໍເພື່ອສົ່ງເສີມສິດ ແລະ ສະພາບແວດລ້ອມທີ່ດີໃຫ້ແກ່ເດັກ; ສຳລັບ ສປປລາວ ພວກເຮົາ ຍັງໄດ້ກຳນົດວັນທີ 1 ມິຖຸນາ ເປັນວັນປູກຕົ້ນໄມ້ແຫ່ງຊາດ ນັບແຕ່ປີ 1980 ເປັນຕົ້ນມາ ເພື່ອສະແດງໃຫ້ເຫັນເຖິງຄວາມມຸ່ງໝັ້ນ ແລະ ຄວາມເອົາໃຈໃສ່ຂອງພັກ-ລັດ ໃນການສົ່ງເສີມການພັດທະນາແບບຍືນຍົງ ຜ່ານການປົກປ້ອງສິ່ງແວດລ້ອມ ແລະ ການລົງທຶນໃນອະນາຄົດຂອງຊາດ ຄືເດັກທຸກຄົນ, ພ້ອມທັງເປັນການສອນໃຫ້ເດັກເຂົ້າໃຈຄວາມສຳຄັນຂອງສິ່ງແວດລ້ອມ ແລະ ຄວາມຮັບຜິດຊອບຕໍ່ສັງຄົມ.

May be an image of 9 people and text
ໃນນາມຕາງໜ້າການນໍາພັກ-ລັດ ແລະ ໃນນາມສ່ວນຕົວ ຂ້າພະເຈົ້າຂໍສົ່ງພອນໄຊອັນປະເສີດ, ຄວາມຮັກແພງ, ຄວາມເປັນຫ່ວງເປັນໄຍ ແລະ ຂໍຝາກຄວາມຢ້ຽມຢາມຖາມຂ່າວອັນອົບອຸ່ນມາຍັງລູກຫຼານ, ເຍົາວະຊົນ ແລະ ອະນຸຊົນລາວບັນດາເຜົ່າທຸກຖ້ວນໜ້າ ທີ່ດຳລົງຊີວິດຢູ່ທັງພາຍໃນ ແລະ ຕ່າງປະເທດ ຈົ່ງມີແຕ່ຄວາມສຸກ, ຄວາມຈະເລີນກ້າວໜ້າ, ມີສຸຂະພາບສົມບູນແຂງແຮງ, ມີຄວາມສີວິໄລທາງຮ່າງກາຍ, ຈິດໃຈ, ສະຕິປັນຍາ, ເປັນເດັກຄໍາຮູ້, ເປັນເດັກດີ, ເປັນເດັກເກັ່ງ-ເດັກສະຫຼາດ, ມີຄວາມຮັບຜິດຊອບ, ມີລະບຽບວິໄນ, ມີຄວາມຊື່ສັດ, ກ້າຄິດ-ກ້າສະແດງອອກໃນທາງທີ່ສ້າງສັນ, ມີທັດສະນະຄະຕິທາງບວກ ແລະ ສ້າງຄຸນຄ່າສໍາຄັນໃຫ້ຕົວເອງ ດ້ວຍການສະແຫວງຫາຄວາມຮູ້, ເພີ່ມທັກສະ ແລະ ການຮຽນຮູ້ສິ່ງໃໝ່ໆຢູ່ຕະຫຼອດເວລາ, ມີອະນາຄົດທີ່ສົດໃສຍືນຍົງ, ກ້າວທັນການປ່ຽນແປງຂອງຍຸກສະໄໝໃນໂລກ ແລະ ຮ່ວມກັນສະເຫຼີມສະຫຼອງວັນເດັກສາກົນ ວັນທີ 1 ມິຖຸນາ 2025 ຢ່າງເບີກບານມ່ວນຊື່ນ ແລະ ເປັນຂະບວນຟົດຟື້ນ ພາຍໃຕ້ຄໍາຂວັນທີ່ວ່າ “ສ້າງຄວາມເຂັ້ມແຂງໃຫ້ເດັກທຸກຄົນ: ສິດທິເທົ່າທຽມກັນ, ອະນາຄົດທີ່ປອດໄພ”.

ໃນຊຸມປີທີ່ຜ່ານມາ, ພັກ ແລະ ລັດຖະບານແຫ່ງ ສປປລາວ ໄດ້ເອົາໃຈໃສ່ ແລະ ໃຫ້ຄວາມສໍາຄັນການປົກປ້ອງສິດ ແລະ ຜົນປະໂຫຍດຂອງເດັກຢ່າງຮອບດ້ານ ດ້ວຍການວາງນະໂຍບາຍ ແລະ ອອກກົດໝາຍຈຳນວນໜຶ່ງ ເພື່ອເປັນເຄື່ອງມືປົກປ້ອງເດັກຢ່າງເຕັມສ່ວນ ໂດຍສະເພາະໄດ້ກຳນົດຫ້າມການລົງໂທດທາງດ້ານຮ່າງກາຍດ້ວຍການຂ້ຽນຕີ ເຂົ້າໃນກົດໝາຍວ່າດ້ວຍການປົກປ້ອງສິດ ແລະ ຜົນປະໂຫຍດຂອງເດັກ ເຊິ່ງຖືເປັນປະເທດທີ 66 ຂອງໂລກ ແລະ ເປັນປະເທດທໍາອິດໃນອາຊຽນ. ແລະອີກຫຼາຍໜ້າວຽກທີ່ລ້ວນແນໃສ່ປົກປ້ອງສິດຜົນປະໂຫຍດ ແລະສົ່ງເສີມເດັກນ້ອຍໃນວັນນີ້ໃຫ້ເປັນຜູ້ສືບທອດອະນາຄົດຂອງຊາດທີ່ມີຄຸນນະພາບໃນວັນໜ້າ.

May be an image of 8 people, people dancing, violin and text

ຄຽງຄູ່ກັບຜົນສໍາເລັດ ແລະ ຄວາມເອົາໃຈໃສ່ຢ່າງຕັ້ງໜ້າຂອງພັກ ແລະ ລັດຖະບານແຫ່ງ ສປປລາວ ໃນການສົ່ງເສີມສິດທິເດັກ ແລະ ສະພາບຄວາມເປັນຢູ່ທີ່ດີຂອງເດັກ ລວມທັງການມີສ່ວນຮ່ວມຂອງເດັກດັ່ງກ່າວມານັ້ນ. ພວກເຮົາເຫັນວ່າບັນດາລູກຫຼານ, ເຍົາວະຊົນ ແລະ ອະນຸຊົນລາວທັງຫຼາຍ ຍັງຜະເຊີນໜ້າກັບສິ່ງທ້າທາຍ ແລະ ຜົນກະທົບຫຼາຍດ້ານ ເປັນຕົ້ນ ຄວາມທຸກຍາກຂອງເດັກ, ການໃຊ້ຄວາມຮຸນແຮງຕໍ່ເດັກ, ການຂູດຮີດ, ການສະແຫວງຫາຜົນປະໂຫຍດ, ການໃຊ້ແຮງງານເດັກ, ການຄ້າປະເວນີເດັກ, ຄວາມປອດໄພທາງອິນເຕີເນັດ-ການນໍາໃຊ້ສື່ສັງຄົມອອນລາຍ, ການອອກໂຮງຮຽນ, ການແຕ່ງດອງແຕ່ອາຍຸຍັງນ້ອຍ, ການແຕ່ງດອງແອບແຝງ, ການປ່ຽນແປງດິນຟ້າອາກາດ ແລະ ໄພພິບັດ, ບັນຫາໄພສັງຄົມ ແລະ ບັນຫາຢາເສບຕິດ; ນອກຈາກນີ້, ການຮ່ວມມື, ສະໜັບສະໜູນ ແລະ ຊ່ວຍເຫຼືອຈາກຄູ່ຮ່ວມພັດທະນາ ແລະ ອົງການຈັດຕັ້ງສາກົນ ດ້ານເຕັກນິກວິຊາການ ແລະ ງົບປະມານ ກໍມີທ່າອຽງຫຼຸດລົງ.

ເພື່ອຮັບປະກັນການພັດທະນາ, ສົ່ງເສີມ ແລະ ປົກປ້ອງສິດທິເດັກໃນດ້ານຕ່າງໆ ໃນນາມຕາງໜ້າລັດຖະບານແຫ່ງ ສປປລາວ ຂໍຢັ້ງຢືນວ່າ ຈະສືບຕໍ່ເອົາໃຈໃສ່ສົ່ງເສີມ ແລະ ພັດທະນາເດັກລາວໃນທຸກດ້ານ ເພື່ອໃຫ້ເດັກລາວ ກາຍເປັນເດັກທີ່ມີຄວາມຮູ້ຄວາມສາມາດ, ມີສຸຂະພາບແຂງແຮງ ເປັນອະນາຄົດທີ່ສົດໃສຂອງຊາດ ດ້ວຍການຮ່ວມກັບອົງການຈັດຕັ້ງຂັ້ນສູນກາງ ແລະ ທ້ອງຖິ່ນ, ຄະນະກໍາມາທິການເພື່ອຄວາມກ້າວໜ້າຂອງແມ່ຍິງ, ແມ່ ແລະ ເດັກ ທຸກຂັ້ນ, ອົງການແນວລາວສ້າງຊາດ, ອົງການຈັດຕັ້ງມະຫາຊົນ, ພາກເອກະຊົນ, ຄູ່ຮ່ວມພັດທະນາ, ອົງການຈັດຕັ້ງສາກົນ ແລະ ອົງການຈັດຕັ້ງທາງສັງຄົມ ຕະຫຼອດຮອດພໍ່ແມ່ປະຊາຊົນທົ່ວປະເທດ ເພື່ອຍົກສູງຄວາມສໍາຄັນຂອງເດັກ ດ້ວຍການສ້າງໂອກາດ, ສ້າງສະພາບແວດລ້ອມທີ່ອົບອຸ່ນປອດໄພ, ສ້າງອະນາຄົດ ແລະ ສ້າງຄວາມເຂັ້ມແຂງໃຫ້ແກ່ເດັກທຸກຄົນ ເພື່ອຮັບປະກັນວ່າສິດທິທັງໝົດຂອງເດັກ ໄດ້ຮັບການປົກປ້ອງຄຸ້ມຄອງ, ຄວາມເປັນຢູ່ທີ່ດີ, ໃຫ້ຄວາມສຳຄັນ ແລະ ຮັບຟັງສຽງຂອງເຂົາເຈົ້າ.

May be an image of 1 person and dais
ເນື່ອງໃນໂອກາດວັນເດັກສາກົນ ວັນທີ 1 ມິຖຸນາ ປີ 2025 ນີ້, ຂໍໃຫ້ພວກລູກຫຼານອະນຸຊົນ, ເຍົາວະຊົນ ແລະ ເດັກລາວບັນດາເຜົ່າທຸກຖ້ວນໜ້າ ຈົ່ງມີແຕ່ຄວາມຜາສຸກ, ມີສຽງຍິ້ມຫົວ, ເປັນທີ່ຮັກແພງ ແລະ ໜໍ່ແໜງທຶນຮອນອັນປະເສີດ-ລໍ້າຄ່າຂອງຄອບຄົວ, ສັງຄົມ ແລະ ອະນາຄົດອັນສົດໃສຂອງປະເທດຊາດ.

 

 

ຕິດຕາມພວກເຮົາຜ່ານຊ່ອງທາງຕ່າງໆ

ຂ່າວທີ່ກ່ຽວຂ້ອງ