ຂະບວນການຄ້າຢາເສບຕິດເຫັນວ່າມາແບບບໍ່ເກງກົວກົດໝາຍບ້ານເມືອງຂຶ້ນເລື້ອຍໆ ຫຼ້າສຸດພາຍໃນເດືອນພຶດສະພາ 2025 ນີ້ແມ່ນໄດ້ນຳສິ່ງເສບຕິດຜ່ານດ່ານສະໜາມບິນສາກົນວັດໄຕເປັນຄັ້ງທີ3 ແລ້ວ ໃນຂະທີ່ເຈົ້າໜ້າທີ່ປະຈຳດ່ານກໍ່ເຮັດຕາມລະບຽບ ດຳເນີນການກວດກາຄັດກອງຢ່າງເຂັ້ມງວດ ສາມາດຢຶດທັງຂອງກາງ ແລະຜູ້ຕ້ອງສົງໄສໄດ້ທັນຄວັນ.

ຕາມຂ່າວຈາກກະຊວງການເງິນລາຍງານວ່າ: ໃນວັນທີ 27 ພຶດສະພາ 2025 ຜ່ານມານີ້, ເຈົ້າໜ້າທີ່ພາສີ ພະແນກສືບສວນ-ສອບສວນ ແລະ ປາບປາມການຄ້າຂາຍເຖື່ອນ ກົມພາສີ ກະຊວງການເງິນ ໄດ້ສົມທົບກັບເຈົ້າໜ້າທີ່ພາສີ ປະຈຳດ່ານພາສີສາກົນສະໜາມບິນວັດໄຕ, ເຈົ້າໜ້າທີ່ຕໍາຫຼວດກວດຄົນເຂົ້າ-ອອກເມືອງ ແລະ ພາກສ່ວນທີ່ກ່ຽວຢູ່ສະໜາມບິນວັດໄຕ, ໄດ້ພ້ອມກັນການກວດກາກະເປົາເດີນທາງ ຈຳນວນ 06 ໜ່ວຍຂອງນັກທ່ອງທ່ຽວຊາວມາເລເຊຍ ຈໍານວນ 3 ຄົນທີ່ສົງໄສວ່າມີສານເສບຕິດ.
ຜ່ານການກວດກາຕົວຈິງພົບເຫັນສິ່ງຜິດກົດໝາຍ ປະເພດກັນຊາ ຈໍານວນ 103 ຖົງ, ລວມນໍ້າໝັກ 86 ກິໂລກຣາມ, ທີ່ໄດ້ຊຸກເຊື່ອງໃສ່ໃນກະເປົາເດີນທາງ, ເຊິ່ງກໍາລັງຈະເດີນທາງອອກໄປຕ່າງປະເທດ ປາຍທາງແມ່ນ ປະ ເທດເຢຍລະມັນ, ໂດຍຜ່ານສາຍການບິນ THAI AIRWAYS ຖ້ຽວບິນ TG571.

ດັ່ງນັ້ນ, ຈຶ່ງໄດ້ນໍາເອົາຂອງກາງ ແລະ ຜູ້ຖືກຫາຈໍານວນ 3 ຄົນມອບໃຫ້ເຈົ້າໜ້າທີ່ຕໍາຫຼວດ ກົມຕໍາຫຼວດສະກັດກັ້ນ ແລະ ຕ້ານຢາເສບຕິດ 303 ກະຊວງປ້ອງກັນຄວາມສະຫງົບ, ເພື່ອໄປດໍາເນີນຄະດີຕາມຂັ້ນຕອນ ຕາມຂະບວນການຍຸຕິທໍາຂັ້ນຕໍ່ໄປ.
ສຳລັບຄະດີພາສີ ຢຶດກັນຊາ ຈໍານວນ 86 ກິໂລກຣາມທີ່ສະໜາມບິນວັດໄຕເປັນຄະດີທີ 3, ເຊິ່ງກ່ອນໜ້ານີ້ຢູ່ສະໜາມບິນວັດໄຕ ນະຄອນຫຼວງວຽງຈັນ, ໃນວັນທີ 21 ພຶດສະພາ 2025 ຜ່ານມາ; ເຈົ້າໜ້າທີ່ ພາສີ ສາມາດຢຶດຢາເສບຕິດ ປະເພດເຮໂຣອິນ ນໍ້າໝັກ 28.5 ກິໂລກຣາມກຽມນໍາອອກຕ່າງປະເທດ, ພ້ອມດ້ວຍຜູ້ຖືກຫາຈໍານວນ 1 ຄົນ ແລະ ໃນວັນທີ 22 ພຶດສະພາ 2025 ປະເພດເຮໂຣອິນ ຈໍານວນ 14 ຖົງນໍ້າໝັກ 14 ກິໂລກຣາມ, ທີ່ໄດ້ຊຸກເຊື່ອງໃສ່ໃນຖົງອາຫານສັດ,ຖົງກາເຟສໍາເລັດຮູບ, ທີ່ຈະເດີນທາງອອກໄປຕ່າງປະເທດ, ພ້ອມດ້ວຍຜູ້ຖືກຫາຈໍານວນ 1 ຄົນ, ມອບໃຫ້ເຈົ້າໜ້າທີ່ຕໍາຫຼວດໄປດໍາເນີນຄະດີໃນຂັ້ນຕອນຕໍ່ໄປຕາມລະບຽບກົດກົດໝາຍ.
ຂອບໃຈຂ່າວຈາກ ກະຊວງການເງິນ