ສຳນັກຂ່າວຕ່າງປະເທດລາຍງານວ່າ: ສະຫະພັນເຂົ້າສານກຳປູເຈຍລາຍງານວ່າ ປະລິມານການສົ່ງອອກເຂົ້າສານຂອງກຳປູເຈຍໃນໄລຍະ 4 ເດືອນຕົ້ນປີ (ມັງກອນ-ເມສາ) ມີທັງໝົດ 282.315 ໂຕນ, ສ້າງລາຍຮັບໄດ້ 209 ລ້ານໂດລາສະຫະລັດ.

ບົດລາຍງານລະບຸວ່າ: ກຳປູເຈຍມີ 48 ບໍລິສັດທີ່ສົ່ງອອກເຂົ້າສານໄປຍັງ 59 ປະເທດ ແລະ ເຂດແຄວ້ນໃນໄລຍະ 4 ເດືອນຕົ້ນປີ ຊຶ່ງຈີນຍັງຄົງເປັນໜຶ່ງໃນຜູ້ນຳເຂົ້າຕົ້ນຕໍ, ໂດຍເຂົ້າທີ່ສົ່ງອອກປະກອບມີເຂົ້າຫອມ 77,94%, ເຂົ້າຂາວ 17,15%, ເຂົ້າໜຶ້ງ 2,47%, ເຂົ້າອິນຊີ 1:95% ແລະ ເຂົ້າປະເພດອື່ນໆ 0,49%.
ກະຊວງການຄ້າກຳປູເຈຍ ເປີດເຜີຍວ່າ: ສັນຍາຄູ່ຮ່ວມມືເສດຖະກິດຮອບດ້ານໃນພາກພື້ນ (RCEP) ແລະ ສັນຍາການຄ້າເສລີກຳປູເຈຍ-ຈີນ ໄດ້ຊ່ວຍຊຸກຍູ້ການສົ່ງອອກສິນຄ້າກະສິກຳຄຸນນະພາບສູງຂອງກຳປູເຈຍເຊັ່ນ: ເຂົ້າ, ໝາກກ້ວຍ, ໝາກມ່ວງ, ລຳໄຍ, ໝາກເຜັດ, ລວມທັງສິນໃນນ້ຳ ສູ່ຈີນແລະ ບັນດາປະເທດສະມາຊິກຂອງສັນຍາພາຍໃຕ້ອັດຕາພາສີພິເສດ.