ສະໜາມບານເຕະຫຍ້າທຽມຈາກ FIFA Arena Project ສ້າງສໍາເລັດທີ່ໂຮງຮຽນແຫ່ງທໍາອິດທີ່ ມສ ນາຄວາຍ

26 May 2025

ຄລິກແຊຣ໌ 0 Facebook WhatsApp

ກາຍເປັນສະໜາມບານເຕະຫຍ້າທຽມຈາກໂຄງການ FIFA Arena Project ຖືກສ້າງຕັ້ງຂຶ້ນທີ່ໂຮງຮຽນເປັນແຫ່ງທໍາອິດສະເພາະໃນໂຮງຮຽນ ຫຼ້າສຸດຖືກກໍ່ສ້າງຂຶ້ນທີ່ ໂຮງຮຽນ ມັດທະຍົມສົມບູນ ນາຄວາຍ, ເມືອງ ໄຊເສດຖາ ນະຄອນຫຼວງວຽງຈັນ ສ້າງສໍາເລັດເປັນທີ່ຮຽບຮ້ອຍ ຕໍ່ໄປຈະສ້າງຂຶ້ນທີ່ໂຮງຮຽນ ມັດທະຍົມສົມບູນ ເວີນແກ່ນ, ເມືອງ ມູນລະປະໂມກ ແຂວງຈໍາປາສັກ.

ໃນຕອນບ່າຍຂອງວັນທີ 26 ພຶດສະພາ 2025 ຢູ່ທີ່ໂຮງຮຽນ ມັດທະຍົມບ້ານ ນາຄວາຍໃຕ້, ເມືອງໄຊເສດຖາ, ນະຄອນຫຼວງວຽງຈັນ ໄດ້ມີພິທີເປີດສະໜາມກິລາບານເຕະຂະໜາດນ້ອຍພາຍໃຕ້ ໂຄງການ FIFA Arena Project ໃຫ້ກຽດເຂົ້າຮ່ວມໂດຍ ທ່ານ ພູວົງ ວົງຄໍາຊາວ ຮອງເຈົ້າຄອງນະຄອນຫຼວງວຽງຈັນ, ທ່ານ ນາງ ວິໄລ ວອນ ຈັນທະລາຕີ ເຈົ້າເມືອງໄຊເສດຖາ, ທ່ານ ສຸລິຍາ ບຸດທະລາດ ຫົວໜ້າຫ້ອງວ່າການເມືອງ ໄຊເສດຖາ, ທ່ານ ຊານ ຈີວານ ບາລາຊິນແກມ ຜູ້ອຳນວຍການຝ່າຍປະສານງານສະຫະພັນບານເຕະ ສະມາຊິກຂົງເຂດ ອາຊີ-ໂອເຊນີ, ທ່ານ ວີເພັດ ສີຫາ ຈັກຣ ປະທານສະຫະພັນບານເຕະແຫ່ງຊາດລາວ, ທ່ານ ນາງ ກັນຍາ ແກ້ວມະນີ ຮອງປະທານສະຫະພັນບານເຕະແຫ່ງຊາດລາວ, ທ່ານ ຫົວໜ້າຫ້ອງວ່າການສຶກສາທິການ ແລະ ກິລາ ເມືອງໄຊເສດຖາ, ຄະນະອໍານວຍການ ໂຮງຮຽນມັດທະຍົມນາຄວາຍໃຕ້, ອໍານາດການປົກຄອງບ້ານນາຄວາຍໃຕ້, ບັນດາແຂກ, ນ້ອງນັກຮຽນພ້ອມດ້ວຍສື່ມວນຊົນກໍ່ໄດ້ເຂົ້າຮ່ວມຢ່າງພ້ອມພຽງ.

ໂອກາດດັ່ງກ່າວ ທ່ານ Gianni Infantino ປະທານສະຫະພັນບານເຕະນາໆຊາດ ໄດ້ໃຫ້ກຽດຮ່ວມສະແດງຄວາມຍິນດີກັບ ສປປ ລາວ ທີ່ໄດ້ມີສະໜາມບານເຕະຂະໜາດນ້ອຍພາຍໃຕ້ ໂຄງການ FIFA Arena Project ເຊິ່ງເປັນ 1 ໃນ 11 ປະເທດ ທີ່ໄດ້ຖືກເລືອກໃຫ້ລິເລີ່ມໂຄງການດັ່ງກ່າວ.

ຂະນະດຽວກັນ ທ່ານ ວີເພັດ ສີຫາ ຈັກຣ ປະທານສະຫະພັນບານເຕະແຫ່ງຊາດລາວ ກ່າວວ່າ: ອີງຕາມການຊີ້ນໍາຂອງ ທ່ານ ປະທານ FIFA ໄດ້ຕັ້ງເປົ້າໝາຍທີ່ຈະສ້າງເດີ່ນບານເຕະຂະໜາດນ້ອຍ ຈໍານວນ 1,000 ເດີ່ນ ໃຫ້ແກ່ບັນດາໂຮງຮຽນທົ່ວໂລກ. ໃນນັ້ນ, ປະເທດລາວໄດ້ຮັບກຽດ ເປັນ 1 ໃນ 11 ປະເທດ ທີ່ໄດ້ຖືກເລືອກໃຫ້ລິເລີ່ມໂຄງການດັ່ງກ່າວ.

ສະຫະພັນບານເຕະນາໆຊາດ (FIFA) ໄດ້ມອບໝາຍໃຫ້ ສະຫະພັນບານເຕະແຫ່ງຊາດລາວ (ສຕລ) ເປັນ ຜູ້ປະສານງານຮັບຜິດຊອບໃນການຈັດຕັ້ງປະຕິບັດໂຄງການ ແລະ ຄັດເລືອກເປົ້າໝາຍ 2 ໂຮງຮຽນ ທີ່ຈະສ້າງເດີ່ນ ບານເຕະຫຍ້າທຽມ ມີຄື:
1. ໂຮງຮຽນ ມັດທະຍົມສົມບູນ ນາຄວາຍ, ເມືອງ ໄຊເສດຖາ ນະຄອນຫຼວງວຽງຈັນ.
2. ໂຮງຮຽນ ມັດທະຍົມສົມບູນ ເວີນແກ່ນ, ເມືອງ ມູນລະປະໂມກ ແຂວງຈໍາປາສັກ.

ຈຸດປະສົງຂອງໂຄງການນີ້, ແມ່ນເພື່ອສ້າງໂອກາດໃຫ້ນ້ອງໆນັກຮຽນ ໄດ້ມີເດີ່ນບານເພື່ອຝຶກແອບ, ສົ່ງເສີມນ້ອງໆນັກຮຽນ ທີ່ມີຄວາມມັກ ແລະ ຮັກໃນກິລາບານເຕະ ສາມາດເຂົ້າເຖິງການຫລີ້ນກິລາບານເຕະນັບ ມື້ໃຫ້ຫຼາຍຂຶ້ນເລື້ອຍໆ ແລະ ຫລີກຫ່າງໄກຈາກຢາເສບຕິດ. ດ້ວຍເຫດນີ້, ສະຫະພັນບານເຕະແຫ່ງຊາດລາວ ຍາມໃດກໍເອົາໃຈໃສ່ໃນການສ້າງແຜນການ ແລະ ແຜນ ງົບປະມານ ເພື່ອນໍາໃຊ້ເຂົ້າໃນວຽກພັດທະນາກິລາບານເຕະຂັ້ນພື້ນຖານໃຫ້ແກ່ເຍົາວະຊົນທຸກລຸ້ນ. ຂ້າພະເຈົ້າ ຂໍເປີດການນໍາໃຊ້ສະໜາມກິລາບານເຕະຫຍ້າທຽມແຫ່ງນີ້ ພາຍໃຕ້ໂຄງການ FIFA Arena Project ຢ່າງເປັນທາງການ ນັບແຕ່ມື້ນີ້ເປັນຕົ້ນໄປ.

ກ່ອນໜ້ານີ້ ສປປ ລາວ ກໍໄດ້ຮັບສະໜາມບານເຕະຫຍ້າທຽມຈາກໂຄງການຂອງ ສະຫະພັນບານເຕະອາຊີ ( AFC ) ຢູ່ທີ່ ສະຫະພັນບານເຕະແຫ່ງຊາດລາວ ບ້ານຫ້ວຍຫົງ 1 ສະໜາມ ແລະ ທີ່ສູນຝຶກຈໍາປີ-ຈໍາປາ ( ເຂດຫຼັກ 16 ) ແລະ ຫຼ້າສຸດໂຄງການແຫ່ງທໍາອິດຂອງ ສະຫະພັນບານເຕະນາໆຊາດ ( ຟີຟາ ) ໄດ້ສ້າງສະໜາມຫຍ້າທຽມແຫ່ງທໍາອິດທີ່ ໂຮງຮຽນ ມັດທະຍົມສົມບູນ ນາຄວາຍ, ເມືອງ ໄຊເສດຖາ ນະຄອນຫຼວງວຽງຈັນ ແລະ ສ້າງສໍາເລັດເປັນທີ່ຮຽບຮ້ອຍເປັນໂຄງການຂອງ ຟີຟາ ຕໍ່ໄປຈະສ້າງຂຶ້ນທີ່ໂຮງຮຽນ ມັດທະຍົມສົມບູນ ເວີນແກ່ນ, ເມືອງ ມູນລະປະໂມກ ແຂວງຈໍາປາສັກ.
ຂ່າວ-ຮູບ: Larh Creators

ຕິດຕາມພວກເຮົາຜ່ານຊ່ອງທາງຕ່າງໆ

ຂ່າວທີ່ກ່ຽວຂ້ອງ