ແຫຼ່ງຂ່າວຈາກກະຊວງການເງິນລາຍງານວ່າ: ໃນວັນທີ 21 ພຶດສະພາ 2025 ຜ່ານມານີ້, ເຈົ້າໜ້າທີ່ພາສີ ພະແນກສືບສວນ-ສອບສວນ ແລະ ປາບປາມການຄ້າຂາຍເຖື່ອນ ແລະ ເຈົ້າໜ້າທີ່ ພາສີປະຈຳດ່ານພາສີສາກົນສະໜາມບິນວັດໄຕ, ໄດ້ສົມທົບກັບເຈົ້າໜ້າທີ່ ຕຳຫຼວດກວດຄົນເຂົ້າ-ອອກເມືອງ ແລະ ພາກສ່ວນເອັກສະເລຂອງສະໜາມບິນວັດໄຕອາຄານສາກົນ; ໄດ້ພ້ອມກັນການກວດກາກະເປົາເດີນທາງຂອງຜູ້ໂດຍສານ ຈຳນວນ 03 ໜ່ວຍ, ເຊິ່ງເປັນກະເປົາຂອງຄົນສັນຊາດອາຟຣິກາ, ທີ່ສົງໄສວ່າມີສານເສບຕິດໄວ້ໃນຄອບຄອງ.

ຜ່ານການກວດກາຕົວຈິງ ພົບເຫັນເປັນ ຢາເສບຕິດປະເພດເຮໂຣອິນ ຈໍານວນ 31 ຖົງ, ລວມນໍ້າໝັກ 14 ກິໂລກຣາມ, ທີ່ໄດ້ຊຸກເຊື່ອງໃສ່ໃນຖົງອາຫານສັດ ແລະ ຖົງກາເຟສໍາເລັດຮູບກຽມທີ່ຈະເດີນທາງອອກໄປຕ່າງປະເທດ. ດັ່ງນັ້ນ, ຈຶ່ງໄດ້ນໍາເອົາຂອງກາງ ແລະ ຜູ້ຖືກຫາຈໍານວນ 1 ຄົນມອບໃຫ້ເຈົ້າໜ້າທີ່ຕໍາຫຼວດກົມ 303 ກະຊວງປ້ອງກັນຄວ
າມສະຫງົບ, ໄປດໍາເນີນຄະດີໃນຂັ້ນຕອນຕໍ່ໄປຕາມລະບຽບກົດກົດໝາຍ.