ກອງປະຊຸມ ສະໄໝວິສາມັນເທື່ອທີ 1 ຂອງສະພາປະຊາຊົນ ນະຄອນຫຼວງວຽງຈັນ ໄດ້ພິຈາລະນາ ຮັບຮອງເອົາການສ້າງຕັ້ງ “ຕາແສງຊ້າງມີໄຊ” ຢູ່ເມືອງໄຊທານີ ລວມມີ 24 ບ້ານດ້ວຍຄະແນນສຽງເຫັນດີສ່ວນເປັນສ່ວນໃຫຍ່.
ສະພາປະຊາຊົນ ນະຄອນຫຼວງວຽງຈັນ ຊຸດທີ II ໄດ້ໄຂກອງປະຊຸມ ສະໄໝວິສາມັນເທື່ອທີ 1 ຂຶ້ນໃນວັນທີ 22 ພຶດສະພາ 2025 ເພື່ອພິຈາລະນາ ແລະ ຮັບຮອງເອົາການສ້າງຕັ້ງຕາແສງ (ທົດລອງ) ຢູ່ເມືອງໄຊທານີ ນະຄອນຫຼວງວຽງຈັນ.
ເປັນປະທານຂອງທ່ານ ນາງ ລຳພອຍ ຮອງປະທານສະພາປະຊາຊົນ ນະຄອນຫຼວງວຽງຈັນ(ສປ ນວ), ທ່ານ ບຸນທາມ ພຸດທະວົງສາ ຮອງປະທານ ສປ ນວ; ມີບັນດາການນໍານະຄອນຫຼວງ, ບັນດາທ່ານສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງທີ 1, ສະມາຊິກສະພາປະຊາຊົນ ນະຄອນຫຼວງ, ເຈົ້າເມືອງ ແລະ ບັນດາທ່ານແຂກຖືກເຊີນເຂົ້າຮ່ວມ.
ທ່ານ ນາງ ລຳພອຍ ກ່າວເປີດກອງປະຊຸມວ່າ: ກອງປະຊຸມສະໄໝວິສາມັນ ເທື່ອທີ 1 ຂອງສະພາປະຊາຊົນ ນະຄອນຫຼວງວຽງຈັນ ຊຸດທີ II ໃນຄັ້ງນີ້ ມີພຽງຫົວຂໍ້ດຽວ ກໍຄືຈະໄດ້ຄົ້ນຄວ້າ “ ພິຈາລະນາ ແລະ ຮັບຮອງເອົາການສ້າງຕັ້ງຕາແສງ (ທົດລອງ) ຢູ່ເມືອງໄຊທານີ ນະຄອນຫຼວງວຽງຈັນ; ” ເຊິ່ງເປັນວາລະທີ່ສໍາຄັນ, ຈໍາເປັນ ແລະ ຮີບດ່ວນຂອງນະຄອນຫຼວງວຽງຈັນ.
ຜ່ານການຄົ້ນຄວ້າພິຈາລະນາ ບັນດາສະມາຊິກສະພາ ໄດ້ລົງຄະແນນສຽງຮັບຮອງເອົາຊື່: “ຕາແສງຊ້າງມີໄຊ” ເມືອງໄຊທານີ ດ້ວຍຄະແນນສຽງເຫັນດີຮ້ອຍສ່ວນຮ້ອຍ.
“ຕາແສງຊ້າງມີໄຊ” ຕັ້ງຢູ່ຝາກງື່ມເບື້ອງທິດຕາເວັນອອກສ່ຽງເໜືອຂອງນະຄອນຫຼວງວຽງຈັນ ກວມເອົາ 24 ບ້ານ ຫ່າງຈາກໃຈກາງ ນະຄອນຫຼວງວຽງຈັນ 70 ກິໂລແມັດ, ຫ່າງຈາກຫ້ອງວ່າການເມືອງໄຊທານີ 55 ກິໂລແມັດ, ຫ່າງຈາກເມືອງປາກງື່ມ 31 ກິໂລແມັດ ແລະ ຫ່າງຈາກເມືອງທຸລະຄົມ ແຂວງວຽງຈັນ 35 ກິໂລແມັດ, ທາງທິດເໜືອຕິດກັບ ແຂວງວຽງຈັນ ໂດຍກຳນົດເອົາສາຍພູເຂົາຄວາຍ ເປັນເຂດແດນ, ທາງທິດໃຕ້ຕິດກັບແມ່ນໍ້າງື່ມ, ທາງທິດຕາເວັນອອກ ຕິດກັບເມືອງປາກງື່ມ, ທິດຕາເວັນຕົກ ຕິດກັບ ແຂວງວຽງຈັນ ໂດຍກຳນົດເອົາແມ່ນໍ້າຫຍາມເປັນເຂດແດນ.