ລັດຖະບານປະເທດອຽກລັງ ໄດ້ໃຫ້ການສະໜັບສະໜູນງົບປະມານ 400.000 ເອີໂຣ ໃຫ້ແກ່ໂຄງການຂອງອົງການອາຫານໂລກ ແຫ່ງສະຫະປະຊາຊາດ ( WFP ) ເພື່ອສົ່ງເສີມຄວາມໝັ້ນຄົງທາງດ້ານອາຫານ ແລະ ໂພຊະນາການ, ພ້ອມທັງເສີມສ້າງ ຄວາມຕ້ານທານຕໍ່ການປ່ຽນແປງຂອງສະພາບອາກາດ ໂດຍມຸ່ງເນັ້ນໃນການສົ່ງເສີມສິດທິ ແລະ ສັກກະຍະພາບຂອງແມ່ຍິງ ທີ່ຜະລິດກະສິກໍາຢູ່ແຂວງພາກເໜືອຂອງລາວ ປະມານ 1.000 ຄົນ.
ພິທີເຊັນສັນຍາໃຫ້ການສະໜັບສະໜູນດັ່ງກ່າວ ຈັດຂຶ້ນໃນວັນທີ 16 ພຶດສະພາ 2025 ໂດຍມີ ທ່ານ ດີເດຣ ນີ ຟາລູອິນ ເອກອັກຄະລັດຖະທູດ ແຫ່ງປະເທດອຽກລັງ ປະຈໍາລາວ, ທ່ານ ມາກ ອານເດຣ ໂປສ ຜູ້ອໍານວຍການອົງການອາຫານໂລກ ປະຈໍາ ສປປ ລາວ, ທ່ານ ສຸວັນທອງ ນາມວົງ ຮອງຫົວໜ້າກົມສົ່ງເສີມກະສິກໍາ ແລະ ສະຫະກອນ ກະຊວງກະສິກໍາ ແລະ ປ່າໄມ້ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ໂຄງການນີ້, ໄດ້ຮ່ວມມືຢ່າງໃກ້ຊິດກັບກົມສົ່ງເສີມ ແລະ ສະຫະກອນກະຊວງກະສິກໍາ ແລະ ປ່າໄມ້ ໂດຍມີເປົ້າໝາຍເພື່ອຊ່ວຍເຫຼືອຊາວກະສິກອນ ແລະ ຄົວເຮືອນໃນຊົນນະບົດ ໂດຍສະເພາະແມ່ຍິງ, ໄວໜຸ່ມ ແລະ ຊົນເຜົ່າທ້ອງຖິ່ນ ໃຫ້ສາມາດແກ້ໄຂບັນຫາການຂາດແຄນອາຫານ, ພາວະຂາດໂພຊະນາການ ແລະ ຄວາມຍາກຈົນ ເຊິ່ງຈະດຳເນີນການຜ່ານການສົ່ງເສີມການເຂົ້າເຖິງອາຫານທີ່ມີຄວາມຫຼາກຫຼາຍ ແລະ ໂພຊະນາການ, ເສີມສ້າງຄວາມຕ້ານທານໃຫ້ແກ່ແມ່ຍິງ ຜ່ານການສົ່ງເສີມການກະສິກໍາທີ່ສາມາດປັບຕົວກັບສະພາບອາກາດ ແລະ ການຄວບຄຸມຄວາມສ່ຽງຈາກໄພພິບັດໃນຊຸມຊົນ, ພ້ອມທັງສົ່ງເສີມການເຂົ້າເຖິງບໍລິການທາງການເງິນ ໂດຍການມອບທຶນໃຫ້ແກ່ກະສິກອນຍິງ ເພື່ອພັດທະນາການຜະລິດໃນທ້ອງຖິ່ນອີກດ້ວຍ.
ພ້ອມນີ້, ໂຄງການດັ່ງກ່າວ ຍັງສະທ້ອນໃຫ້ເຫັນເຖິງ ຄວາມມຸ່ງໝັ້ນຂອງ ອຽກລັງ ໃນການສະໜັບສະໜູນລັດຖະບານ ສປປ ລາວ ໃນຄວາມພະຍາຍາມບັນລຸເປົ້າໝາຍການພັດທະນາທີ່ຍືນຍົງ ( SDG ) ຂໍ້ທີ 2 ວ່າດ້ວຍການຂະຫຍາຍຄວາມໝັ້ນຄົງທາງອາຫານ ແລະ ໂພຊະນາການ ແລະ ການກະສິກໍາທີ່ຍືນຍົງ, ພ້ອມທັງ SDG ຂໍ້ທີ 13 ກ່ຽວກັບການປ່ຽນແປງຂອງສະພາບອາກາດ.
ທ່ານ ມາກ ອານເດຣ ໂປສ ໄດ້ສະແດງຄວາມຂອບໃຈຕໍ່ການສະໜັບສະໜູນຈາກ ອຽກລັງ ເຊິ່ງການປ່ຽນແປງຂອງສະພາບດິນຟ້າອາກາດ ກຳລັງສົ່ງຜົນກະທົບຕໍ່ການຜະລິດອາຫານ ແລະ ວິຖີຊີວິດຂອງຫຼາຍຊຸມຊົນໃນ ສປປ ລາວ.
ໂຄງການນີ້, ເປັນການສະໜັບສະໜູນແນວທາງທີ່ເປັນວິທີການໃໝ່ໆ ແລະ ປັບໃຊ້ໃຫ້ແທດເໝາະກັບຊຸມຊົນທ້ອງຖິ່ນ ເພື່ອຊ່ວຍໃຫ້ຊຸມຊົນບໍ່ພຽງແຕ່ຢູ່ລອດໃນສະພາບທີ່ທ້າທາຍເຫຼົ່ານີ້ ແຕ່ຍັງສາມາດຟື້ນຟູ ແລະ ພັດທະນາຕໍ່ໄປໄດ້. ການຮ່ວມມືກັນລະຫວ່າງ ອຽກລັງ ແລະ ລັດຖະບານ ສປປ ລາວ ຄັ້ງນີ້, ສະທ້ອນໃຫ້ເຫັນເຖິງຄວາມສໍາຄັນໃນການແກ້ໄຂບັນຫາ ຄວາມທຸກຍາກ, ຄວາມເຫຼື່ອມລໍ້າທາງເພດ ແລະ ການປ່ຽນແປງຂອງສະພາບດິນຟ້າອາກາດ ທີ່ມີຜົນກະທົບຕໍ່ຊີວິດຂອງຄອບຄົວຈໍານວນຫຼາຍ.