ສປ ຈີນ ແລະ ໂກລົມບີ ໄດ້ລົງນາມໃນແຜນການຮ່ວມມື ກ່ຽວກັບການຮ່ວມກັນສ້າງ “ ໜຶ່ງແລວ ໜຶ່ງເສັ້ນທາງ ” ພ້ອມທັງປະກາດລົງນາມເອກະສານການແລກປ່ຽນ ແລະ ການຮ່ວມມືໃນຂົງເຂດການພັດທະນາເສດຖະກິດ.

ວັນທີ 14 ພຶດສະພາ, ສປ ຈີນ ແລະ ໂກລົມບີ ໄດ້ລົງນາມ ໃນແຜນການຮ່ວມມື ກ່ຽວກັບການຮ່ວມກັນສ້າງ “ ໜຶ່ງແລວ ໜຶ່ງເສັ້ນທາງ ” ພ້ອມທັງປະກາດລົງນາມເອກະສານການແລກປ່ຽນ ແລະ ການຮ່ວມມືໃນຂົງເຂດການພັດທະນາເສດຖະກິດ ຄື: ສອງຝ່າຍ ໄດ້ລົງນາມ “ ແຜນການຮ່ວມມື ລະຫວ່າງ ສປ ຈີນ ກັບ ໂກລົມບີ ກ່ຽວກັບການຮ່ວມກັນຊຸກຍູ້ແລວເສດຖະກິດ ເສັ້ນທາງສາຍໄໝ ແລະ ເສັ້ນທາງສາຍໄໝ ທາງທະເລ ສະຕະວັດ ທີ 21 ” ແລະ “ ບົດບັນທຶກຄວາມເຂົ້າໃຈ ລະຫວ່າງ ຄະນະກຳມະການ ພັດທະນາ ແລະ ປະຕິຮູບແຫ່ງຊາດ ສາທາລະນະລັດ ປະຊາຊົນຈີນ ກັບ ກະຊວງການຄ້າ, ອຸດສາຫະກຳ ແລະ ທ່ອງທ່ຽວ ໂກລົມບີ ກ່ຽວກັບການແລກປ່ຽນ ແລະ ການຮ່ວມມືໃນຂົງເຂດການພັດທະນາເສດຖະກິດ ” ເພື່ອຊຸກຍູ້ການຮ່ວມມືທີ່ຕິດແທດຕົວຈິງໃນຂົງເຂດຕ່າງໆ ໃຫ້ບັນລຸຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ ພາຍໃຕ້ແຜນການຮ່ວມມື ເພື່ອຮ່ວມກັນສ້າງ “ ໜຶ່ງແລວ ໜຶ່ງເສັ້ນທາງ ”.