ສຸມໃສ່ຈັດພິມລັດຖະທຳມະນູນ ສະບັບປັບປຸງປີ 2025 ຈໍານວນ 20,000 ຫົວ ເພື່ອສະໜອງຄວາມຮູ້ຄວາມເຂົ້າໃຈ

26 May 2025

ຄລິກແຊຣ໌ 0 Facebook WhatsApp

ກອງປະຊຸມສະຫຼຸບຕີລາຄາການເຄື່ອນໄຫວວຽກງານປັບປຸງລັດຖະທຳມະນູນ ໄດ້ເປີດຂຶ້ນ ໃນຕອນເຊົ້າວັນທີ 26 ພຶດສະພາ 2025 ຢູ່ຕຶກສະພາແຫ່ງຊາດຫຼັງໃໝ່, ນະຄອນຫຼວງວຽງຈັນ ໂດຍໃນທ້າຍພິທີຫຼັງຈາກທີ່ມີການສະແດງຄວາມຄິດຄວາມເຫັນຂອງ ຄະນະປະຈໍາການລະດັບຊາດ ປັບປຸບລັດຖະທໍາມະນູນ ແລະ ຫົວໜ້າອະນຸກໍາມະການຕ່າງໆ.
ທ່ານ ນາງ ອຳໄພວອນ ລ້ອມບຸນແພງ ເລຂາທິການສະພາແຫ່ງຊາດຄະນະປະຈຳສະພາແຫ່ງຊາດ ໄດ້ໃຫ້ກຽດຂຶ້ນຜ່ານບົດສະຫຼຸບ ວ່າ: ກອງປະຊຸມສະຫຼຸບຕີລາຄາການເຄື່ອນໄຫວວຽກງານການປັບປຸງລັດຖະທຳມະນູນ ຂອງຄະນະກຳມະການລະດັບຊາດປັບປຸງລັດຖະທຳມະນູນ ສະບັບປີ 2025
#ດ້ານດີ ແລະ ດ້ານອ່ອນ
❖ ດ້ານດີ
1). ຄະນະກຳມະການລະດັບຊາດ ປັບປຸງລັດຖະທຳມະນູນ ແຕ່ລະທ່ານຮັບຜິດຊອບວຽກງານຫຼາຍຢ່າງ ແລະ ອີກ ປະການໜຶ່ງເວລາສັ້ນ, ເຄັ່ງຮ້ອນ ແລະ ບໍ່ສາມາດຂຶ້ນງົບປະມານສະເພາະກໍຕາມ ແຕ່ຄະນະກຳມະການລະດັບຊາດປັບປຸງ ລັດຖະທຳມະນູນກໍໄດ້ສູ້ຊົນຈັດຕັ້ງປະຕິບັດແຜນວຽກ, ແຜນການດໍາເນີນງານຂອງຕົນໄດ້ເປັນຢ່າງດີ, ມີການປະຊຸມປຶກ ສາຫາລືຕົກລົງບັນຫາສໍາຄັນຕ່າງໆ ຢ່າງເປັນປົກກະຕິ, ອັນພົ້ນເດັ່ນແມ່ນໄດ້ດໍາເນີນກອງປະຊຸມປະເມີນຜົນການຈັດຕັ້ງ ປະຕິບັດລັດຖະທຳມະນູນ ແລະ ທາບທາມຄວາມເຫັນໃສ່ຮ່າງລັດຖະທຳມະນູນ ຢ່າງກ້ວາງຂວາງ, ເລີກເຊິ່ງໃນຂອບເຂດ ທົ່ວປະເທດ ຊຶ່ງມີພະນັກງານນໍາພາ-ຄຸ້ມຄອງຂັ້ນຕ່າງໆ ເຂົ້າຮ່ວມຈໍານວນຫຼວງຫຼາຍ;
2). ກອງເລຂາ ແລະ ອະນຸກຳມະການຕ່າງໆ ໄດ້ມີການແບ່ງງານພາຍໃນ ແລະ ມີຄວາມພະຍາຍາມຮັບຜິດຊອບ ສູງ ໃນການປະຕິບັດໜ້າທີ່ວຽກງານທີ່ຖືກມອບໝາຍໄດ້ຕາມແຜນການທີ່ກຳນົດໄວ້;
3). ຄະນະກຳມະການລະດັບຊາດ ປັບປຸງລັດຖະທຳມະນູນ ໄດ້ເປັນເຈົ້າການປະສານສົມທົບກັບທຸກພາກສ່ວນທັງ ສູນກາງ ແລະ ທ້ອງຖິ່ນ ຢ່າງແໜ້ນແຟ້ນ ກົມກຽວໃນການປະຕິບັດຕາມແຜນການທີ່ໄດ້ກຳນົດໄວ້ ໂດຍສະເພາະໄດ້ມີ ການຂໍທິດຊີ້ນໍາຈາກກົມການເມືອງ ແລະ ຄະນະເລຂາທິການສູນກາງພັກ, ຄະນະບໍລິຫານງານສູນກາງພັກ ກໍຄືຄະນະ ປະຈຳສະພາແຫ່ງຊາດຢ່າງເປັນປົກກະຕິ;
4). ໄດ້ເອົາໃຈໃສ່ໃນການໂຄສະນາ ເຜີຍແຜ່ ຜົນການເຄື່ອນໄຫວວຽກງານ ຂອງຄະນະກຳມະການລະດັບຊາດປັບ ປຸງລັດຖະທຳມະນູນ ຜ່ານສື່ມວນຊົນຕ່າງໆ ແລະ ມີການແນະນໍາໃຫ້ທົ່ວໄປຮູ້ຈັກປະກອບຄໍາເຫັນຜ່ານອີເມວ ແລະ ເວບໄຊຂອງສະພາແຫ່ງຊາດ, ຊຶ່ງໄດ້ສ້າງໂອກາດ ແລະ ເງື່ອນໄຂໃຫ້ສັງຄົມ ໄດ້ປະກອບຄໍາເຫັນຕໍ່ການຈັດຕັ້ງປະຕິບັດລັດຖະ ທຳມະນູນ ແລະ ປັບປຸງລັດຖະທຳມະນູນ.

* ດ້ານອ່ອນ
ຄຽງຄູ່ກັບດ້ານດີຂ້າງເທິງ, ການປະຕິບັດໜ້າທີ່ວຽກງານ ຂອງຄະນະກຳມະການລະດັບຊາດ ປັບປຸງລັດຖະ ທຳມະນູນ ຍັງມີດ້ານອ່ອນຊຶ່ງສະແດງອອກດັ່ງນີ້:
1). ຄະນະກຳມະການລະດັບຊາດ ປັບປຸງລັດຖະທຳມະນູນ ກໍ່ຄືພະນັກງານເສນາທິການທີ່ຖືກແຕ່ງຕັ້ງໃນແຕ່ລະ ອະນຸກຳມະການມາຈາກຫຼາຍພາກສ່ວນ ຊຶ່ງແຕ່ລະທ່ານມີໜ້າທີ່ວຽກງານສະເພາະ ທີ່ຕ້ອງເຮັດໄປພ້ອມໆກັນ. ສະນັ້ນ, ການ ລົງເລິກວຽກງານປັບປຸງລັດຖະທຳມະນູນຈໍານວນໜຶ່ງ ຍັງບໍ່ທັນໄດ້ເຂົ້າຮ່ວມປົກກະຕິເທົ່າທີ່ຄວນ;
2). ແຕ່ລະອະນຸກຳມະການບໍ່ສາມາດເປີດກອງປະຊຸມ ເພື່ອຕົກລົງບັນຫາຕ່າງໆທີ່ພົວພັນກັບຄວາມຮັບຜິດຊອບ ຂອງຕົນ ບໍ່ທັນເປັນລະບົບລວມສູນແທ້ ແລະ ການແບ່ງງານພາຍໃນເຮັດໃຫ້ການຈັດຕັ້ງປະຕິບັດແຜນການ, ແຜນດໍາ ເນີນງານຂອງຄະນະກຳມະການລະດັບຊາດ ປັບປຸງລັດຖະທຳມະນູນ ມີອັນຊັກຊ້າບໍ່ທັນຮັດກຸມແທ້;
3). ການຂຶ້ນແຜນວຽກ, ແຜນຄົນ ແລະ ແຜນງົບປະມານຂອງຄະນະກຳມະການລະດັບຊາດ ປັບປຸງລັດຖະທຳ ມະນູນ ແລະ ແຕ່ລະອະນຸກຳມະການຍັງຊັກຊ້າ ບໍ່ທັນຕາມໜ້າວຽກງານລະອຽດແຕ່ລະໄລຍະ ເຮັດໃຫ້ການສະໜອງງົບ ປະມານບໍ່ທັນຄົບຖ້ວນຕາມແຕ່ລະໜ້າວຽກ.

ຄ. ບາງບົດຮຽນ
1) ມີການກະກຽມວຽກງານຮອບດ້ານແຕ່ຫົວທີໃຫ້ລະອຽດຈະແຈ້ງ ພ້ອມທັງມີການຊີ້ນໍາຢ່າງໃກ້ສິດ, ແທດຕົວ ຈິງ ແລະ ລາຍງານຂໍຄໍາເຫັນຊີ້ນໍາຈາກຂັ້ນເທິງທັນເວລາ;
2) ຄະນະກຳມະການແຕ່ລະທ່ານ, ພະນັກງານວິຊາການຂອງກອງເລຂາ ແລະ ອະນຸກຳມະການຕ່າງໆ ມີຄວາມ ເປັນເຈົ້າການ ແລະ ຄວາມຮັບຜິດຊອບສູງ, ແຕ່ຕ້ອງມີການແບ່ງງານໃຫ້ລະອຽດຈະແຈ້ງ ແລະ ມີຜູ້ປະຈຳການລົງເລິກ ສະເພາະ.
3) ມີການປະສານສົມທົບຢ່າງແໜ້ນແຟ້ນ, ກົມກຽວກັບທຸກພາກສ່ວນທີ່ກ່ຽວຂ້ອງທັງຢູ່ພາຍໃນ ແລະ ພາຍ ນອກ, ສູນກາງ ແລະ ທ້ອງຖິ່ນ.

III. ວຽກງານຈຸດສຸມຕໍ່ໜ້າ
ແຕ່ນີ້ຫາທ້າຍປີ 2025 ພວກເຮົາຈະໄດ້ສຸມໃສ່ຈັດຕັ້ງປະຕິບັດວຽກງານສໍາຄັນຕ່າງໆ ດັ່ງນີ້:
1) ຈັດພິມລັດຖະທຳມະນູນ ສະບັບປັບປຸງປີ 2025 ຈໍານວນ 20,000 ຫົວ ໂດຍມອບໃຫ້ກຳມາທິການກົດໝາຍ ສົມທົບກັບ ຄະນະເລຂາທິການສະພາແຫ່ງຊາດ ເປັນຜູ້ຮັບຜິດຊອບ;
2) ສ້າງເອກະສານອະທິບາຍ ແລະ ຄໍາຖາມ-ຄໍາຕອບ ກ່ຽວກັບລັດຖະທຳມະນູນ ສະບັບປີ 2025 ໂດຍມອບໃຫ້ ກຳມາທິການກົດໝາຍ ສະພາແຫ່ງຊາດ ເປັນຜູ້ຮັບຜິດຊອບ;
3) ອອກຄໍາແນະນໍາ ຂອງຄະນະປະຈຳສະພາແຫ່ງຊາດ ກ່ຽວກັບການຈັດຕັ້ງໂຄສະນາ ເຜີຍແຜ່ເນື້ອໃນລັດຖະທຳ ມະນູນ ສະບັບປັບປຸງປີ 2025;
4) ແປລັດຖະທຳມະນູນ ສະບັບປັບປຸງປີ 2025 ເປັນພາສາອັງກິດ ໂດຍມອບໃຫ້ກຳມາທິການກົດໝາຍ ສົມທົບ ກັບ ກຳມາທິການຕ່າງປະເທດ ເປັນຜູ້ຮັບຜິດຊອບ.
ຂ່າວ-ຮູບ: Larh Creators

ຕິດຕາມພວກເຮົາຜ່ານຊ່ອງທາງຕ່າງໆ

ຂ່າວທີ່ກ່ຽວຂ້ອງ