ກອງປະຊຸມສະຫຼຸບຕີລາຄາການເຄື່ອນໄຫວວຽກງານປັບປຸງລັດຖະທຳມະນູນ ໄດ້ເປີດຂຶ້ນ ໃນຕອນເຊົ້າວັນທີ 26 ພຶດສະພາ 2025 ຢູ່ຕຶກສະພາແຫ່ງຊາດຫຼັງໃໝ່, ນະຄອນຫຼວງວຽງຈັນ ໃຫ້ກຽດເປັນປະທານໂດຍ ທ່ານ ສຈ. ປອ. ຈະເລີນ ເຍຍປາວເຮີ ຮອງປະທານສະພາແຫ່ງຊາດ (ສພຊ), ຮອງປະທານຄະນະກຳມະການລະດັບຊາດ ປັບປຸງລັດຖະທຳມະນູນ ພ້ອມດ້ວຍຄະນະປະຈໍາການລະດັບຊາດ ປັບປຸບລັດຖະທໍາມະນູນ, ຫົວໜ້າອະນຸກໍາມະການຕ່າງໆ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມຢ່າງພ້ອມພຽງ.
ໂອກາດດັ່ງກ່າວ ທ່ານ ສຈ. ປອ. ຈະເລີນ ເຍຍປາວເຮີ ຮອງປະທານສະພາແຫ່ງຊາດ ໄດ້ກ່າວເປີດກອງປະຊຸມວ່າ: ມື້ນີ້, ຄະນະກຳມະການລະດັບຊາດ ປັບປຸງລັດຖະທຳມະນູນ ຍາດເວລາຈັດກອງປະຊຸມສະຫຼຸບຕີລາຄາ ແລະ ຖອດຖອນບົດຮຽນກ່ຽວກັບການປັບປຸງລັດຖະທຳມະນູນ ເພື່ອປິດການເຄື່ອນໄຫວວຽກງານຂອງຄະນະ ກຳມະການລະດັບຊາດ ປັບປຸງລັດຖະທຳມະນູນ ຂອງພວກເຮົາຢ່າງເປັນທາງການ.
ພາຍຫຼັງກົມການເມືອງສູນກາງພັກປະຊາຊົນປະຕິວັດລາວ ໄດ້ອອກມະຕິວ່າດ້ວຍການແຕ່ງຕັ້ງຄະນະກຳ ມະການລະດັບຊາດ ປັບປຸງລັດຖະທຳມະນູນ ສະບັບເລກທີ 15/ກມສພ, ລົງວັນທີ 22 ພຶດສະພາ 2024 (ມາ ຮອດນີ້ພໍດີຄົບຮອບ 1 ປີ), ຄະນະກຳມະການລະດັບພວກເຮົາ ກໍໄດ້ພ້ອມກັນສູ້ຊົນຈັດຕັ້ງປະຕິບັດວຽກງານການ ປັບປຸງລັດຖະທຳມະນູນ ດ້ວຍຄວາມຮັບຜິດຊອບສູງ ໂດຍເລີ່ມຈາກການວາງແຜນວຽກ, ແຜນດໍາເນີນງານ, ການຂຶ້ນແຜນງົບປະມານ, ການແບ່ງງານພາຍໃນ, ການຈັດຕັ້ງກອງເລຂາ ແລະ ອະນຸກຳມະການຕ່າງໆ, ການ ປະສານສົມທົບກັບທຸກພາກສ່ວນທີ່ກ່ຽວ ຂ້ອງທັງສູນກາງ ແລະ ທ້ອງຖິ່ນ, ຄົ້ນຄວ້າ, ປັບປຸງຮ່າງລັດຖະທຳ ມະນູນ ແລະ ຂໍທິດຊີ້ນໍາຈາກກົມການເມືອງ ແລະ ຄະນະເລຂາທິການສູນກາງພັກ, ຈາກຄະນະບໍລິຫານງານສູນ ກາງພັກ ເຮັດໃຫ້ວຽກງານປັບປຸງລັດຖະທຳມະນູນ ໄດ້ບັນລຸຜົນສໍາເລັດຢ່າງຈົບງາມ ຕາມຈຸດປະສົງຄາດໝາຍທີ່ ວາງໄວ້, ສະແດງອອກໃນການລົງຄະແນນສຽງຂອງສະມາຊິກສະພາແຫ່ງຊາດ ຮັບຮອງເອົາລັດຖະທຳມະນູນ ສະບັບປີ 2025 ໃນກອງປະຊຸມສະໄໝວິສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ IX ບັນລຸຜົນສູງເຖິງ 99,35% ຂອງຈານວນສະມາຊິກສະພາແຫ່ງຊາດທັງໝົດ ທີ່ເຂົ້າຮ່ວມກອງປະຊຸມ.
ກອງປະຊຸມຂອງພວກເຮົາ ຈະດໍາເນີນພຽງແຕ່ໃນຕອນເຊົ້າມື້ນີ້, ຊຶ່ງເປັນກອງປະຊຸມທີ່ມີຄວາມໝາຍ ສໍາຄັນຫຼາຍ ຈຶ່ງສະເໜີໃຫ້ທຸກທ່ານຈົ່ງເອົາໃຈໃສ່ຄົ້ນຄວ້າ ແລະ ປະກອບຄວາມເຫັນຢ່າງຈິງຈັງ ແລະ ແທດຕົວ ຈິງ ຕໍ່ບົດສະຫຼຸບຕີລາຄາກ່ຽວກັບການເຄື່ອນໄຫວວຽກງານປັບປຸງລັດຖະທຳມະນູນ ຂອງຄະນະກຳມະການລະ ດັບຊາດ ໃຫ້ເຫັນໄດ້ຜົນສໍາເລັດ, ດ້ານດີ, ດ້ານອ່ອນ ແລະ ບົດຮຽນກ່ຽວກັບການປັບປຸງລັດຖະທາມະນູນຄັ້ງນີ້.
ຂ່າວ-ຮູບ: Larh Creators