ສະຫວັນນະເຂດ ສະຫຼຸບການຈັດຕັ້ງປະ ຕິບັດວຽກງານຊັບພະຍາກອນທຳ ມະຊາດ ແລະສິ່ງແວດລ້ອມ (

0
70
ກອງປະຊຸມສະຫຼຸບການຈັດຕັ້ງປະ ຕິບັດວຽກງານຊັບພະຍາກອນທຳ ມະຊາດ ແລະສິ່ງແວດລ້ອມ (ຊສ) ທົ່ວແຂວງສະຫວັນນະເຂດ (ສຂ) ປະຈຳປີ 2024 ແລະທິດທາງແຜນ ການປີ 2025 ຈັດຂຶ້ນໃນວັນທີ 21. 05. 2025 ທີ່ຫ້ອງປະຊຸມພະແນກດັ່ງກ່າວ, ເປັນປະທານຂອງທ່ານ ໂພໄຊ ໄຂຄຳພິທູນ ຮອງປະທານ (ເຈົ້າ) ແຂວງ, ມີຫ້ອງການ ຊສ 14 ເມືອງ, 1 ນະຄອນ ແລະພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ທີ່ປະຊຸມ ໄດ້ຜ່ານບົດສະຫຼຸບຕີລາ ຄາ ການຈັດຕັ້ງປະຕິບັດວຽກງານຂະແໜງ ຊສ ທົ່ວແຂວງປະຈຳປີ 2024 ແລະ ທິດທາງແຜນການ, ລາຍງານການຂຶ້ນທະບຽນອອກໃບຕາດິນ, ການເຊົ່າ ແລະສຳປະທານທີ່ດິນລັດ, ການຮັບຮູ້ ສິດນຳໃຊ້ທີ່ ດິນໃນ 3 ປະເພດປ່າ, ການຈັດສັນທີ່ດິນ, ການຫັນ ເປັນທັນສະໄໝ, ລາຍງານການຄຸ້ມຄອງ, ຕິດຕາມກວດກາສິ່ງແວດລ້ອມ ຂອງໂຄງ ການລົງທຶນ ແລະການແກ້ໄຂມົນລະພິດໝອກຄວັນ, ລາຍງານການຈັດຕັ້ງປະຕິບັດວຍກງານຄຸ້ມຄອງສິ່ງແວດລ້ອມພາຍໃນແຂວງ, ການຈັດຕັ້ງປະຕິບັດແຜນງານແຫ່ງຊາດການປະກອບສ່ວນແກ້ໄຂບັນຫາໃນການປ່ຽນແປງດິນຟ້າອາກາດ (NDC) ແລະການຊື້-ຂາຍສິນເຊື່ອກາກບອນ, ມີການລາຍງານ ກ່ຽວ ກັບວຽກງານການຄຸ້ມຄອງຊັບພະ ຍາກອນນ້ຳ ແລະການວາງແຜນນຳໃຊ້ຊັບພະຍາກອນນ້ຳ.
ທ່ານ ແສນສັກ ພິມວົງສາ ຫົວໜ້າພະແນກ ຊສ ໄດ້ຍົກໃຫ້ຮູ້ວ່າ: ໃນປີ 2024 ຜ່ານມາ ສາມາຂຶ້ນທະບຽນ ອອກໃບຕາດິນ ໃນຂອບເຂດທົ່ວແຂວງໄດ້ທັງໝົດ 17,952 ຕອນ, ເທົ່າກັບ 89.76% ຂອງແຜນປີ;
ທົ່ວແຂວງມີຈຳນວນຕອນດິນທີ່ອົງ ການຈັດຕັ້ງລັດ, ບຸກຄົນ, ນິຕິບຸກ ຄົນແລະລວມໝູ່ນຳໃຊ້ໄດ້ຮັບການ ສຳຫຼວດວັດແທກແລ້ວ 296,031 ຕອນ, ອອກໃບຕາດິນ 216,459 ຕອນ, ມີເນື້ອທີ່ 263,950.71ເຮັກ ຕາ (ຮຕ); ສຳຫຼວດວັດແທກເນື້ອທີ່ດິນແກ່ບໍລິສັດ ທີ່ໄດ້ຮັບອະນຸມັດໃຫ້ເຊົ່າສຳປະທານທີ່ດິນລັດ ແລະໄດ້ສະໜອງຂໍ້ມູນ ໃຫ້ຂະແໜງຊັບ ສິນລັດ ສ້າງສັນຍາສຳປະທານ ກັບບັນດາບໍລິສັດໄດ້ 5 ບໍລິສັດ,ເນື້ອທີ່ 5,049.44 ເຮັກຕາ, ກວດກາຄືນການນຳໃຊ້ທີ່ດິນ ຂອງບັນດາໂຄງ ການລົງທຶນທີ່ໄດ້ຮັບອະນຸຍາດເຊົ່າ ແລະສຳປະທານຈາກລັດໃນໄລຍະຜ່ານມາ ທີ່ນຳໃຊ້ທີ່ດິນ ບໍ່ຖືກຕ້ອງຕາມເປົ້າໝາຍ ແລະ ບໍ່ພັດທະນາ ທີ່ດິນ ຕາມສັນຍາ ທີ່ຕົກລົງກັນທັງ ສອງຝ່າຍ ເຊິ່ງຂະແໜງ ຊສ ໄດ້ສະ ໜອງຂໍ້ມູນ ແລະສະເໜີ ຕໍ່ຄະນະກຳມະການສົ່ງເສີມ ແລະຄຸ້ມຄອງການລົງທຶນຂັ້ນແຂວງ ກ່ຽວກັບການຫັນຄືນທີ່ດິນ ທີ່ແຂວງໄດ້ຍົກ ເລີກການເຊົ່າສຳປະທານມາເປັນທີ່ ດິນຂອງລັດໄດ້ 6 ໂຄງການ, ມີເນື້ອທີ່ທັງໝົດ 446,67 ເຮັກຕາ (ນອນຢູ່ໃນ 5 ເມືອງຄື: ເຊໂປນ,ຈຳພອນ, ສອງຄອນ, ໄຊບູລີ ແລະພະລານໄຊ);
ສຳຫຼວດວັດແທກ, ຈັດສັນທີ່ດິນ ໃຫ້ປະຊາຊົນ ທີ່ອາໄສຢູ່ໃນເຂດທີ່ ດິນສາມ ປະເພດປ່າ ເພື່ອແກ້ໄຂການບຸກລຸກທີ່ດິນປ່າໄມ້, ແກ້ໄຂບັນຫາປະຊາຊົນ ຂາດທີ່ດິນທຳ ການຜະລິດ ແລະລ້ຽງສັດ ເຊິ່ງຕິດພັນກັບການຈັດສັນອາຊີບຄົງທີ່ ຂອງສອງເມືອງພູດອຍຄື: ເມືອງນອງແລະເຊໂປນ ປະຕິບັດສຳເລັດ ແລ້ວ 59 ບ້ານ, ວັດແທກຕອນດິນໄດ້ 3,231 ຕອນ, ລວມມີເນື້້ອທີ່ 6,474.28 ຮຕ, 3,876 ຄອບຄົວ,
ຈາກນີ້ ກໍ່ໄດ້ຕິດຕາມ, ກວດກາບັນ ດາໂຄງການລົງທຶນ ທີ່ສົ່່ງຜົນກະ ທົບ ຕໍ່ສິ່ງແວດລ້ອມ ແລະການດຳ ລົງຊີວິດຂອງປະຊາຊົນໄດ້ 10 ຄັ້ງ, ມີ 7 ໂຮງງານ ໂດຍປະຕິບັດມາດຕະການ ໃຫ້ໂຮງງານດັ່ງກ່າວ ປິດປັບປຸງ ແລະແກ້ໄຂບັນຫາຜົນກະ ທົບສົ່ງກິ່ນຂີວ,ການປ່ອຍນ້ຳເປື້ອນ 6 ໂຮງງານ, ນຳສະເໜີພາກສ່ວນທີ່ກ່ຽວຂ້ອງ ແລະ ແຂວງ ປະຕິບັດມາດຕະການເດັດຂາດ ຕໍ່ໂຄງການລົງທຶນ ທີ່ບໍ່ປະຕິບັດຕາມລະບຽບ ແລະກົດໝາຍ ໃຫ້ຢຸດການເຄື່ອນ ໄຫວກິດຈະການຕ່າງໆພາຍໃນໂຮງງານ ໄດ້ 1 ໂຮງງານ;
ປີ 2024 ຂະແໜງ ຊສ ທົ່ວແຂວງ ສ້າງລາຍຮັບຄ່າບໍລິການວິຊາການໄດ້ທັງໝົດ 6.40 ຕື້ກວ່າກີບ ເທົ່າ ກັບ 84.33%, ໃນນັ້ນ ເກີດຢູ່ຂັ້ນເມືອງ 4.66 ຕື້ກວ່າກີບ, ເທົ່າກັບ 79.69% ແລະຂັ້ນພະແນກ 1.73 ຕື້ກກວ່າກີບ, ເທົ່າກັບ 99.93% ຂອງແຜນການ; ໃນປີ 2024 ມີຫົວ ໜ່ວຍທຸລະກິດຂະໜາດກາງ ແລະຂະໜາດນ້ອຍ ນຳເອົາໃບຕາດິນເປັນຫຼັກຊັບຄ້ຳປະກັນເງິນກູ້ ເພື່ອການລົງທຶນທັງໝົດ 848 ຕອນ, ລວມມູນຄ່າ 1,339.57 ຕື້ກີບ ເຊິ່ງມັນໄດ້ເປັນການປະກອບສ່ວນເຂົ້າໃນພາກເສດຖະກິດ-ສັງຄົມ ແລະທັງເປັນການສ້າງໃຫ້ມີວຽກເຮັດງານທຳຕາມມາ;
ມີລາຍຮັບ ຈາກຄ່າທຳນຽມ ແລະອາກອນລາຍໄດ້ ເກີດຂຶ້ນໃນຂະ ແໜງ ຊສ (ຂະແໜງສ່ວຍສາອາ ກອນມາປະຈຳເກັບດ້ວຍຕົນເອງ) ມອບເຂົ້າງົບປະມານແຫ່ງລັດ ເປັນເງິນ 2,714 ຕື້ກີບ; ມອບວຽກງານຂຶ້ນທະບຽນອອກໃບຕາດິນ, ການຈົດທະບຽນເຄື່ອນໄຫວ ກ່ຽວກັບທີ່ດິນ, ການປ່ຽນແປງສິດນຳໃຊ້ທີ່ ດິນ, ເຊັນໃບຕາດິນ, ເຊັນໃບທະ ບຽນທີ່ດິນລົງໃຫ້ເມືອງເປັນຜູ້ຈັດຕັງປະຕິບັດໄດ້ 5 ເມືອງຄື: ໄຊພູທອງ, ສອງຄອນ, ຈຳພອນ, ໄຊບູລີ ແລະ ອາດສະພອນ ເທົ່າກັບ 83.33% ຂອງແຜນການ.
+ ທີ່ມາ: ຖວທ.ສຂ.

LEAVE A REPLY

Please enter your comment!
Please enter your name here