ຮຽນຮູ້ການລ້ຽງເຜິ້ງ ສິ່ງໃຫ້ຜົນຕອບແທນທາງເສດຖະກິດດີ

21 May 2025

ຄລິກແຊຣ໌ 0 Facebook WhatsApp

ໃນລະຫວ່າງວັນທີ 15-16 ພຶດສະພາຜ່ານມານີ້ ຊາວບ້ານຫ້ວຍໄຄ ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ໄດ້ຮັບອົບຮົມການລ້ຽງເຜິ້ງ
ຕາມເຕັກນິກວິທີການແບບໃໝ່ ໂດຍເລີ່ມຈາກການສ້າງຮັງດ້ວຍໄມ້, ແລ້ວເລືອກເອົາໂຕເຜິ້ງມາເຂົ້າ, ວິທີການບົວລະບັດຮັກ ສາ, ຈົນເຖິງວິທີການເກັບນໍ້າເຜິ້ງແບບຖືກວິທີ ສາມາດຂາຍໄດ້ລາ ຄາສູງ, ການລ້ຽງເຜິ້ງບໍ່ຫຍຸ້ງ ແຕ່ໃຫ້ຜົນຕອບແທນດີ.

May be an image of 5 people

ປະຈຸບັນກຸ່ມລ້ຽງເຜິ້ງບ້ານ ຫ້ວຍໄຄ 17 ຄອບຄົວ, ບ້ານຈອມແຈ້ງ 30 ຄອບຄົວແລະບ້ານໝອນ ແຫຼມ 22 ຄອບຄົວ, ສ່ວນບ້ານ ຫ້ວຍໄຄ້ ຍັງບໍ່ທັນໄດ້ເກັບນໍ້າເຜິ້ງ, ແຕ່ມີໂກນ ທີ່ມີນໍ້າເຜິ້ງ 141 ໂກນ, 1 ໂກນ ສາມາດເກັບນໍ້າເຜິ້ງໄດ້ 3-4 ກິໂລ, ຂາຍກິໂລ 80,000 ກີບ, ຄາດວ່າ ຫາກຜະລິດໄດ້ຈະມີບໍລິສັດມາເກັບຊື້ ໃນອະນາຄົດ.

No photo description available.
ການສົ່ງເສີມປະຊາຊົນລ້ຽງເຜິ້ງ ເປັນການສ້າງລາຍຮັບເພີ່ມ ແລະໝັ້ນຄົງ ທັງເປັນ ການເປັນສົ່ງເສີມຊາວກະສິກອນໃຫ້ຮັກສາປ່າໄມ້ນານາຊະນິດ ແລະ ເປັນການວາງແຜນນໍາໃຊ້ ທີ່ດີນເພື່ອໃຫ້ເກີດຄຸນຄ່າກັບຕົວເຂົ້າເຈົ້າ ແລະ ສ່ວນລວມ.
ໂຄງການສົ່ງເສີມການລ້ຽງເຜິ້ງ ໄດ້ລິເລີ່ມມາແຕ່ 2017-2022 ເບື້ອງ ຕົ້ນໄດ້ສົ່ງເສີມປະຊາຊົນ ຢູ່ເມືອງເມິງ ກໍ່ຄືບ້ານຈອມແຈ້ງ ແລະ ບ້ານໝອມແຫຼມ ແລະທາງໂຄງການ ມີແຜນຈະຂະຫຍາຍໄປບ້ານອື່ນ ທີ່ມີຄວາມພ້ອມຍາກ ຈະລ້ຽງເຜິ້ງ ແລະ ຈະຂະຫຍາຍເຂົ້າເມືອງປາກທາ ແລະ ເມືອງຜາອຸດົມ ນໍາອີກ ໂຄງການນິ້ໄດ້ຮັບການສະໜັບສະໜູນທຶນຈາກລັດຖະບານລາຊະອານາຈັກປະເທດ ລຸກຊໍາບວກ, ກໍ່ຄືແຜນງານພັດທະນາທ້ອງຖິ່ນລາວ 338.

May be an image of 10 people and text

ຕິດຕາມພວກເຮົາຜ່ານຊ່ອງທາງຕ່າງໆ

ຂ່າວທີ່ກ່ຽວຂ້ອງ