ຈະອັງເຊີນພຣະເຈົ້າໃຫຍ່ອົງຫຼວງຜາສຸກ ຈາກນະຄອນຫຼວງ ມາປະດິດສະຖານຢູ່ວັດປ່າຜາໂອຫຼວງພະບາງ

20 May 2025

ຄລິກແຊຣ໌ 0 Facebook WhatsApp

ໃນວັນທີ 19 ພຶດສະພາຜ່ານມານີ້ ໄດ້ຈັດປະຊຸມປຶກສາຫາລື ພິທີອັງເຊີນພຣະເຈົ້າໃຫຍ່ອົງຫຼວງຜາສຸກ ຈາກນະຄອນຫຼວງວຽງຈັນ ມາປະດິດສະຖານ ເປັນພຣະປະທານໃນພັດທະສິມາວັດປ່າຜາໂອ ນະຄອນ ຫຼວງພະບາງ ແຂວງຫຼວງພະບາງ ໂດຍເປັນປະທານຮ່ວມຂອງ ສາທຸໃຫຍ່ ອ່ອນແກ້ວ ກິຕຕິພັທໂທ ປະທານອົງການພຸດທະສາສະໜາສັມພັນລາວ ແຂວງຫຼວງພະບາງ ເຈົ້າອະທິການວັດປ່າຜາໂອ ແລະທ່ານບຸນສົມ ຄຸນມະນີ ປະທານແນວລາວສ້າງຊາດແຂວງຫຼວງພະບາງ, ມີ ພະສົງສາມະເນນ ພ້ອມດ້ວຍພາກສ່ວນກ່ຽວຂ້ອງຂອງແຂວງ ແລະນະຄອນ ຫຼວງພະບາງ ເຂົ້າຮ່ວມ.

May be an image of 14 people, dais, temple and text

ໃນກອງປະຊຸມ ໄດ້ຮັບຟັງການລາຍງານໂຄງການກໍ່ສ້າງ ແລະຫຼໍ່ພຣະເຈົ້າໃຫຍ່ອົງຫຼວງຜາສຸກ ມີໜ້າຕັກກວ້າງ 3 ແມັດ 20 ຊັງຕີແມັດ, ສູງ 4 ແມັດ 20 ຊັງຕີແມັດ, ມີນ້ຳໜັກທັງໝົດ 2,800 ກິໂລ, ມູນຄ່າ 1 ຕື້ 575 ລ້ານກີບ, ປັດຈຸບັນສໍາເລັດແລ້ວຫຼາຍກວ່າ 80%, ຈາກນັ້ນ ໄດ້ຮັບຟັງແຜນການອັງເຊີນພຣະເຈົ້າໃຫຍ່ອົງຫຼວງຜາສຸກ ຊຶ່ງຈະໄດ້ມີພິທີອັງເຊີນແຫ່ຈາກໂຮງຫຼໍ່ ຢູ່ນະຄອນຫຼວງວຽງຈັນ ມາປະດິດສະຖານໃນພັດທະສິມາວັດຜາໂອ ນະຄອນ ຫຼວງພະບາງ ລະຫວ່າງວັນທີ 18-19 ມິຖຸນາ 2025 ທີ່ຈະມາເຖິງນີ້.

May be an image of temple

ພາຍຫຼັງມາຮອດຕົວເມືອງ ນະຄອນ ຫຼວງພະບາງ ຈະມີພິທີແຫ່ຈາກຕົວເມືອງໄປຫາວັດປ່າຜາໂອ. ໂອກາດນີ້ ຜູ້ເຂົ້າຮ່ວມໄດ້ມີຄຳເຫັນ ແລກປ່ຽນກ່ຽວກັບບັນດາໜ້າວຽກ ທີ່ຈະຈັດຕັ້ງປະຕິບັດ, ຜ່ານການປະກອບຄຳເຫັນ ໄດ້ມີການຮັບຮອງເອົາບາງບັນຫາ ໂດຍເຫັນດີສະເໜີທ່ານເຈົ້າແຂວງ ອອກຂໍ້ຕົກລົງລະດັບແຂວງ ແຕ່ງຕັ້ງຄະນະຮັບຜິດຊອບພິທີອັງເຊີນພຣະເຈົ້າໃຫຍ່ອົງຫຼວງຜາສຸກ, ເຫັນດີເຮັດໜັງສືແຈ້ງອົງການປົກຄອງແຂວງວຽງຈັນ ໄດ້ຮັບຮູ້ກ່ຽວກັບຂະບວນແຫ່ພຣະເຈົ້າໃຫຍ່ອົງຫຼວງຜາສຸກ ເພາະຂະບວນແຫ່ຈະໄດ້ເດີນທາງຜ່ານບັນດາເມືອງຂອງແຂວງວຽງຈັນ.

May be an image of temple

ເຫັນດີກຳນົດເສັ້ນທາງ ທີ່ຈະມີຂະບວນແຫ່ພຣະເຈົ້າໃຫຍ່ອົງຫຼວງຜາສຸກ ຈາກນະຄອນຫຼວງວຽງຈັນ ມາສູ່ນະຄອນຫຼວງພະບາງ ໃນວັນທີ 18 ມິຖຸນາ 2025 ແລ້ວນໍາໄປປະດິດສະຖານພັກແຮມ ຢູ່ສວນສາທາລະນະລ້ານຊ້າງ ຕອນຄ່ຳມີການຄົບງັນຕາມປະເພນີຫຼວງພະບາງ, ຕອນເຊົ້າວັນທີ 19 ມິຖຸນາ 2025 ຈິ່ງມີພິທີອັງເຊີນ ແຫ່ຂະບວນຈາກສວນສາທາລະນະລ້ານຊ້າງ ໄປປະດິດສະຖານໃນພັດທະສິມາວັດປ່າຜາໂອ, ເຫັນດີໃຫ້ຄະນະກໍາມະການຮັບຜິດຊອບ ກຳນົດພິທີການແຫ່ພຣະເຈົ້າໃຫຍ່ອົງຫຼວງຜາສຸກ ຕະຫຼອດເສັ້ນທາງ ໃຫ້ມີການເສບດົນຕີພື້ນເມືອງລາວ ແລະການຄົບງັນຕາມປະເພນີອັນດີງາມ ຂອງຊາວນະຄອນຫຼວງພະບາງ ແລະມີການໂຄສະນາ ຜ່ານສື່ມວນຊົນໃຫ້ມວນຊົນໄດ້ຮັບຮູ້ກ່ຽວກັບເຫດການອັນສຳຄັນໃນຄັ້ງນີ້ ຢ່າງທົ່ວເຖິງ, ເຫັນດີໃຫ້ມີການຮັກສາຄວາມສະຫງົບປອດໄພ ແລະອຳນວຍຄວາມສະດວກ ໃຫ້ແກ່ພິທີອັງເຊີນແຫ່ພຣະເຈົ້າໃຫຍ່ອົງຫຼວງຜາສຸກ ໂດຍມອບໃຫ້ເຈົ້າໜ້າທີ່ກຳນົດແຜນການຮັກສາຄວາມສະຫງົບ ຕະຫຼອດເສັ້ນທາງ ຢ່າງລະອຽດຊັດເຈນ.

ຂໍ້ມູນ: ສາທຸ ຄຳຫຼ້າ, ພາບ: ເພັດສາຄອນ ສີມມະວົງ

ຕິດຕາມພວກເຮົາຜ່ານຊ່ອງທາງຕ່າງໆ

ຂ່າວທີ່ກ່ຽວຂ້ອງ