ສັ່ງລາແບບຈົບງາມສໍາລັບ ເຈມີ ວາດີ້ ຍິງປະຕູທີ 200 ກັບການລົງສະໜາມນັດທີ 500 ໃນນັດທີ່ພາ ເລສເຕີ ຊິຕີ້ ເປີດບ້ານເອົາຊະນະ ອິບສະວິຊ ທາວ ເມື່ອທ້າຍອາທິດທີ່ຜ່ານມາ ກ່ອນອໍາລາທີມລຸ້ນເບິ່ງລະດູການໜ້າຈະຍ້າຍໄປຫຼິ້ນໃຫ້ກັບທີມໃດ.
ກ່ອນໜ້ານີ້ ວາດີ້ ຢືນຢັນແລ້ວວ່າຈະອໍາລາຈາກ ເລສເຕີ ຊິຕີ້ ຫຼັງຈາກໝົດສັນຍາລົງໃນລະດູການນີ້ ແລະ ການສະໜາມພົບກັບ ອິບສະວິຊ ຈະເປັນນັດສຸດທ້າຍໃຫ້ກັບສະໂມສອນ ເຊິ່ງກ່ອນພົບກັບ ອິບສະວິຊ, ວາດີ້ ຍິງໄປແລ້ວ 199 ປະຕູຈາກການລົງສະໜາມ 499 ນັດ ຕະຫຼອດໄລຍະ 13 ປີກັບສະໂມສອນ ແລະ ໃນເວລາລົງສະໜາມຕົວຈິງ ວາດີ້ ກໍເຮັດໃຫ້ຍິງປະຕູໃຫ້ກັບທີມຂຶ້ນນໍາໄປກ່ອນ ໃນນັດທີ່ເອົາຊະນະ ອິບສະວິຊ 2-0.
ເຊິ່ງຈາກປະຕູດັ່ງກ່າວເຮັດໃຫ້ ວາດີ້ ຍິງຄົບ 200 ປະຕູໃນການລົງແຂ່ງຂັນ 500 ນັດໃຫ້ກັບ ເລສເຕີ ຊິຕີ້ ນັບຕັ້ງແຕ່ມາຫຼິ້ນໃຫ້ກັບທີມເມື່ອປີ 2012 ເຊິ່ງໄລຍະເວລາດັ່ງກ່າວ ວາດີ້ ພາ ເລສເຕີ ຄວ້າແຊັມລະດູການ 2015-2016 ແລະ ແຊັມ ເອັຟເອ ຄັບ 2020-2021.