ໃນວັນທີ 19-23 ພຶດສະພາ 2025 ນີ້ໄດ້ເປີດກອງປະຊຸມຄົບຄະນະ ຄັ້ງທີ 10 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໂດຍການເປັນປະທານຂອງ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນ ປະຕິວັດລາວ, ປະທານປະເທດ ແຫ່ງ ສປປ ລາວ.

ກອງປະຊຸມໃນຄັ້ງນີ້ ຈະໄດ້ພ້ອມກັນພິຈາລະນາ, ຄົ້ນຄວ້າ, ປຶກສາຫາລື ແລະ ຕົກລົງວຽກງານສຳຄັນ ໃນຫລາຍດ້ານ ເປັນຕົ້ນ ຕີລາຄາການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານ, ແຜນເງິນຕາ 6 ເດືອນຕົ້ນປີ 2025 ແລະ ທິດທາງແຜນການ 6 ເດືອນທ້າຍປີ 2025 ຕິດພັນກັບການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ; ຄົ້ນຄວ້າມີຄໍາເຫັນຊີ້ນໍາຕໍ່ຮ່າງເອກະສານ ຂອງກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ເຊິ່ງປະກອບມີ 5 ເອກະສານ ຄື: ຮ່າງໂຄງການການເມືອງຂອງພັກ, ຮ່າງລາຍງານການເມືອງ, ຮ່າງແຜນພັດທະນາເສດຖະກິດ-ສັງຄົມ, ກົດລະບຽບຂອງພັກ ສະບັບປັບປຸງ ແລະ ຮ່າງບົດສຳຫລວດການນຳພາລວມ ຂອງຄະນະບໍລິຫານງານພັກ ສະໄໝທີ XI. ພ້ອມນີ້, ຍັງໄດ້ຕີລາຄາກ່ຽວກັບຜົນດໍາເນີນກອງປະຊຸມໃຫຍ່ອົງຄະນະພັກເມືອງ-ນະຄອນ ແລະ ຮາກຖານພັກ ອ້ອມຂ້າງແຂວງ-ນະຄອນ ຫລວງ ແລະ ຮາກຖານພັກອ້ອມຂ້າງກະຊວງ-ອົງການ, ປຶກສາຫາລື ແລະ ໃຫ້ທິດຊີ້ນຳ ການດຳເນີນກອງປະຊຸມໃຫຍ່ ຂອງອົງຄະນະພັກແຂວງ, ນະຄອນຫລວງວຽງຈັນ, ກະຊວງ ແລະ ອົງການ.

ໃນໂອກາດດັ່ງກ່າວ, ສະຫາຍ ທອງລຸນ ສີສຸລິດ ໄດ້ມີຄຳເຫັນ ໂດຍເນັ້ນໃຫ້ບັນດາສະຫາຍກໍາມະການສູນກາງພັກ ຈົ່ງຍົກສູງຄວາມຮັບຜິດຊອບການ ເມືອງຂອງຕົນ, ສຸມສະຕິປັນຍາເຂົ້າໃນການຄົ້ນຄວ້າເອກະສານຕ່າງໆ ໃຫ້ລະອຽດຖີ່ຖ້ວນ, ມີການສັງເກດຕີລາຄາ, ໄຈ້ແຍກບັນຫາໃຫ້ເລິກເຊິ່ງ, ຮອບຄອບ, ພາວະວິໄສ ແລະ ຢືນຢູ່ບົນຈິດໃຈປະຕິວັດບຸກ, ສ້າງການຫັນປ່ຽນທີ່ແຂງແຮງ, ກ້າຄິດ, ກ້າສະເໜີ, ໃຫ້ທິດຊີ້ນໍາຕໍ່ບັນຫາສຳຄັນຕ່າງໆ, ເຮັດໃຫ້ກອງປະຊຸມສູນກາງຄັ້ງນີ້, ບັນລຸໄດ້ຕາມລະດັບຄາດໝາຍທີ່ວາງອອກ ຕອບສະໜອງໄດ້ຕາມຄວາມຄອງຄອຍຂອງສັງຄົມ, ສ້າງຄວາມສັດທາ, ເຊື່ອໝັ້ນ ແລະ ການສະໜັບສະໜູນຢ່າງແຂງແຮງຂອງປະຊາຊົນ ຕໍ່ບົດບາດການນຳພາຂອງພັກເຮົາ.
ຂ່າວ, ພາບ: ຂປລ