ເມື່ອປາງສົງຄາມ ນັກຮົບທະຫານອາສາສະໝັກ ແລະ ຊ່ຽວຊານຫວຽດນາມ ຈໍານວນຫຼວງຫຼາຍ ໄດ້ມາຮ່ວມຕໍ່ສູ້ ຕ້ານກັບຈັກກະພັດຜູ້ຮຸກຮານ ແລະຈໍານວນໜຶ່ງກໍ່ໂຊກດີໄດ້ກັບຄືນໄປບ້ານເກີດເມືອງນອນ ແຕ່ອີກຈໍານວນໜຶ່ງແມ່ນໄດ້ເສຍສະຫຼະຊີວິດເລືອດເນື້ອເພື່ອຊາດ, ເພື່ອປະຊາຊົນໃນຜືນແຜ່ນດິນລາວ ຊຶ່ງເປັນເວລາຫຼາຍປີມາແລ້ວທີ່ພັກ-ລັດຖະບານສອງປະເທດໄດ້ຮ່ວມກັນຂຸດຄົ້ນອັດຖິຂອງນັກຮົບເຫຼົ່ນນັ້ນ ເພື່ອສົ່ງກັບສູ່ປິຕູພູມຂອງເພິ່ນ ແລະຍັງຈະສືບຕໍ່ຂຸດຄົ້ນຕໍ່ໄປ.

ສະເພາະ 3 ແຂວງຄືແຂວງຊຽງຂວາງ, ໄຊສົມບູນ ແລະ ແຂວງວຽງຈັນ ສປປ ລາວ ຮ່ວມກັບ ຄະນະປະຕິບັດງານພິເສດ ແຂວງເຫງະອັນ ສສ ຫວຽດນາມ ໄດ້ຈັດກອງປະຊຸມຕີລາຄາຜົນການຈັດຕັ້ງປະຕິບັດແຜນການຊອກຄົ້ນ, ຂຸດຄົ້ນຮ່າງອັດຖິຂອງທະຫານອາສາສະໝັກ ແລະ ຊ່ຽວຊານຫວຽດນາມ ທີ່ໄດ້ເສຍຊີວິດໃນສະໄໝສົງຄາມ ລະດູແລ້ງ 2024-2025 ແລະ ວາງທິດທາງແຜນການໃນຕໍ່ໜ້າ ລະດູແລ້ງ 2025-2026 ຂຶ້ນໃນວັນທີ 17 ພຶດສະພານີ້ ທີ່ໂຮງແຮມ ໂກເອໂກ ຊຽງຂວາງ ແຂວງຊຽງຂວາງ ໂດຍການເຂົ້າຮ່ວມຂອງ ສະຫາຍ ພົຈວ ບົວພັນ ອິນທະປັນຍາ ຮອງເລຂາພັກແຂວງ ຫົວໜ້າຄະນະປະຕິບັດງານພິເສດ ແຂວງໄຊສົມບູນ, ມີຕາງໜ້າຄະນະປະຕິບັດງານພິເສດຝ່າຍລາວ ທັງ 3 ແຂວງ ນໍາໂດຍສະຫາຍ ສີວິໄລ ແສງຈະເລີນ ຮອງເຈົ້າແຂວງ ຫົວໜ້າປະຕິບັດງານພິເສດ ແລະ ຝ່າຍຫວຽດນາມ ນຳໂດຍສະຫາຍ ຟູງ ແທັງ ວິງ ຮອງປະທານຄະນະກຳມະການປະຊາຊົນ, ຫົວໜ້າຄະນະປະຕິບັດງານພິເສດ ແຂວງເຫງະອັນ.

ໃນກອງປະຊຸມ, ໄດ້ຮັບຝັງການຜ່ານບົດລາຍງານການຈັດຕັ້ງປະຕິບັດໃນໄລຍະຜ່ານມາ ລະດູແລ້ງ 2024-2025. ຄະນະຊີ້ນຳ 515 ກອງບັນຊາການທະຫານເຂດ 4, ກອງທັບຫວຽດນາມ ໄດ້ມອບໝາຍໃຫ້ຄະນະຊີ້ນຳ ແຂວງເຫງະອັນ ປະສານສົມທົບກັບບັນດາແຂວງຄື ແຂວງຊຽງຂວາງ, ແຂວງໄຊສົມບູນ ແລະ ແຂວງວຽງຈັນ ເພື່ອສຳຫຼວດ, ຊອກຄົ້ນຮ່າງອັດຖິຂອງທະຫານອາສາສະໝັກຊ່ຽວຊານຫວຽດນາມ ໃຫ້ໄດ້ 80 ອັດຖິ.

ຜ່ານການຈັດຕັ້ງປະຕິບັດ, ຄະນະປະຕິບັດງານພິເສດ 4 ເເຂວງເວົ້າລວມ, ເວົ້າສະເພາະແມ່ນ ກອງຂຸດຄົ້ນອັດຖິກອງບັນຊາການທະຫານ ແຂວງເຫງະອັນ ໄດ້ເປັນເຈົ້າການເອົາໃຈໃສ່ໃນການຊອກຄົ້ນ, ຂຸດຄົ້ນ ດ້ວຍຄວາມຮັບຜິດຊອບສູງ ແຕ່ເນື່ອງຈາກມີຄວາມຫຍຸ້ງຍາກຫຼາຍດ້ານເຊັ່ນ: ສ່ວນຫຼາຍຮ່າງອັດຖິນັກຮົບແມ່ນຢູ່ກະແຈກກະຈາຍ, ຢູ່ເຂດຫ່າງໄກສອກຫຼີກ, ເສັ້ນທາງຄົມມະນາຄົມໄປມາກໍມີຄວາມຫຍຸ້ງຍາກລຳບາກ ຈຶ່ງເຮັດໃຫ້ການປະຕິບັດຕົວຈິງສາມາດຊອກຄົ້ນໄດ້ທັງໝົດ 76 ອັດຖິ.

ໃນນັ້ນ, ແຂວງຊຽງຂວາງ 66 ອັດຖິ, ແຂວງໄຊສົມບູນ 8 ອັດຖິ ແລະ ແຂວງວຽງຈັນ 2 ອັດຖິ ເທົ່າກັບ 95% ຂອງແຜນການທີ່ວາງໄວ້ ແລະ ເພື່ອສຶບຕໍ່ເສີມຂະຫຍາຍສາຍພົວພັນມິດຕະພາບ, ຄວາມສາມັດຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດລາວ-ຫວຽດນາມ ໃຫ້ເຂົ້າສູ່ລວງເລີກ ແລະ ປະກົດຜົນເປັນຈິງ.
ໃນກອງປະຊຸມ, ຍັງໄດ້ເຊັນບົດບັນທືນຮ່ວມມື ໃນການສຶບຕໍ່ເຮັດໜ້າທີ່ຊອກຄົ້ນຮ່າງອັດຖິທະຫານອາສາສະໝັກ ແລະ ຊ່ຽວຊານຫວຽດນາມ ໃນລະດູແລ້ງ 2025-2026 ຊຶ່ງຈະຕ້ອງໄດ້ສຶບຕໍ່ຊອກຄົ້ນ, ຂຸດຄົ້ນອັດຖິນັກຮົບ ໃນພື້ນທີ່ 3 ແຂວງ ພ້ອມທັງຈະຕ້ອງໄດ້ໂຄສະນາເຜີຍເເຜ່, ປຸກລະດົມປະຊາຊົນ ແລະ ກຳລັງປະກອບອາວຸດ ໃຫ້ເຂົ້າຮ່ວມວຽກງານຊອກຄົ້ນ ໂດຍກຳນົດຕົວເລກຄາດໝາຍໃນການຊອກຄົ້ນ, ຂຸດຄົ້ນໃນລະດູແລ້ງ 2025-2026 ແມ່ນ 80 ອັດຖິ ໂດຍກຳນົດໃຫ້ ແຂວງຊຽງຂວາງ ປະຕິບັດການຊອກຄົ້ນໃຫ້ໄດ້ 71 ອັດຖິ, ແຂວງໄຊສົມບູນ ໃຫ້ໄດ້ 7 ອັດຖິ ແລະ ແຂວງວຽງຈັນ ໃຫ້ໄດ້ 2 ອັດຖິ.