ວາງ ສີລາລຶກ ເລີ່ມກໍ່ສ້າງສໍານັກງານໃຫຍ່ ແລະ ສະຖານທີ່ຝຶກອົບຮົມ ແຫ່ງໃໝ່ຂອງ ພາສີ

15 May 2025

ຄລິກແຊຣ໌ 0 Facebook WhatsApp

 

ວັນທີ 14 ພຶດສະພານີ້, ກະຊວງການເງິນ ແລະ ກົມພາສີ ໄດ້ສົມທົບກັບ ຫ້ອງການຕ້ານຢາເສບຕິດ ແລະ ປະຕິບັດກົດໝາຍສາກົນ (INL), ກະຊວງການຕ່າງປະເທດອາເມລິກາ ແລະ ອົງການສະຫະປະຊາຊາດເພື່ອບໍລິຫານໂຄງການ (UNOPS), ໄດ້ຈັດພິທີວາງສີລາລຶກ ເພື່ອເປັນຂີດໝາຍການເລີ່ມລົງມືກໍ່ສ້າງສຳນັກງານໃຫຍ່ ແລະ ສະຖານທີ່ຝຶກອົບຮົມແຫ່ງໃໝ່ຂອງ ກົມພາສີລາວ .

May be an image of 8 people, dais and text
ໂຄງການມູນຄ່າ 8 ລ້ານໂດລາສະຫະລັດ ທີ່ໄດ້ຮັບທຶນຈາກສະຫະລັດອາເມຣິກາ ແລະ ຈັດຕັ້ງປະຕິບັດໂດຍ ອົງການສະຫະປະຊາຊາດເພື່ອບໍລິຫານໂຄງການ, ເປັນຂີດໝາຍອັນຫລ້າສຸດຂອງການຮ່ວມມືອັນຍາວນານລະຫວ່າງ ສປປ ລາວ ແລະ ສະຫະລັດອາເມຣິກາ ເພື່ອສ້າງຄວາມເຂັ້ມແຂງດ້ານການບັງຄັບໃຊ້ກົດໝາຍ ແລະ ສະກັດກັ້ນອາດຊະຍາກຳຂ້າມຊາຍແດນ.

ພິທີໃຫ້ກຽດເຂົ້າຮ່ວມໂດຍ ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ; ຫົວໜ້າກົມພາສີ ທ່ານ ພູເຂົາຄໍາ ວັນນະວົງໄຊ; ເອກອັກຄະລັດຖະທູດສະຫະລັດ ປະຈໍາ ສປປ ລາວ ທ່ານນາງ ແຮັດເຕີ ວາເຣຍອາວາ (Heather Variava); ທ່ານ ບັກໂຄເດຍ ເບີຄານອບ (Bakhodir Burkhanov), ຜູ້ປະສານງານ ອົງການສະຫະປະຊາຊາດ ປະຈຳ ສປປ ລາວ; ທ່ານນາງ ຊາມີນາ ຄາດວານິ (Samina Kadwani) ຜູ້ອໍານວຍການພາກພື້ນຂອງ UNOPS, ແລະ ເຈົ້າຫນ້າທີ່ອື່ນໆ.

May be an image of 10 people, dais and text

ທ່ານເອກອັກຄະລັດຖະທູດ ວາເຣຍອາວາ ກ່າວວ່າ “ໂຄງການນີ້ໄດ້ຖືກສ້າງຂຶ້ນມາຫຼາຍປີແລ້ວ ແລະ ຂ້າພະເຈົ້າຮູ້ສຶກຍິນດີທີ່ໄດ້ມາຊ່ວຍເປີດພິທີການກໍ່ສ້າງຢ່າງເປັນທາງການ.” “ການຮ່ວມມືລະຫວ່າງ ສະຖານທູດສະຫະລັດອາເມຣິກາ ແລະ ກົມພາສີລາວເປັນຫນຶ່ງໃນການຮ່ວມມືທີ່ເຂັ້ມແຂງທີ່ສຸດຂອງພວກເຮົາ, ແລະ ມື້ນີ້ເປັນຕົວຢ່າງທີ່ຊັດເຈນທີ່ພວກເຮົາສາມາດບັນລຸໄດ້ຮ່ວມກັນ.”

ສະຖານທີ່ໃໝ່ນີ້ຈະຊ່ວຍເພີ່ມຂີດຄວາມສາມາດຂອງ ກົມພາສີລາວໃນການປະຕິບັດງານ ແລະ ການຝຶກອົບຮົມ, ເຮັດໃຫ້ເຈົ້າໜ້າທີ່ສາມາດຮັບມືກັບອາຊະຍາກຳຂ້າມຊາດໄດ້ດີຂຶ້ນ, ລວມທັງການລັກລອບຂົນສົ່ງຢາເສບຕິດ, ການລັກລອບຄ້າສັດປ່າ, ການຂົນຍ້າຍເງິນຈຳນວນຫຼາຍ, ແລະ ການລັກລອບສານຕັ້ງຕົ້ນ. ສະຖານທີ່ໃໝ່ແຫ່ງນີ້ ແມ່ນສືບເນື່ອງຈາກ ການສຳເລັດການກໍ່ສ້າງສາງພາສີ ສອງແຫ່ງ ຢູ່ ນະຄອນຫຼວງວຽງຈັນ ແລະ ແຂວງຫລວງນໍ້າທາ, ທີ່ຈະຊ່ວຍໃຫ້ແນ່ໃຈວ່າຂອງກາງຜິດກົດໝາຍທີ່ຖືກຍຶດໄດ້ ແມ່ນຖືກເກັບຮັກສາຢ່າງປອດໄພ ແລະ ຈັດການຢ່າງຖືກຕ້ອງ.

May be an image of 1 person and text that says 'Cellor'

ທ່ານເອກອັກຄະລັດຖະທູດ ວາເຣຍອາວາ ໄດ້ເນັ້ນອິກວ່າ ສະຖານທີ່ດັ່ງກ່າວບໍ່ພຽງແຕ່ເປັນບັນທັດຖານອັນສຳຄັນໃນການບັງຄັບໃຊ້ວຽກງານຕົວຈິງເທົ່ານັ້ນ, ແຕ່ຍັງແມ່ນສັນຍາລັກຂອງສາຍພົວພັນການຮ່ວມມື ລະຫວ່າງ ສະຫະລັດອາເມຣິກາ ແລະ ສປປ ລາວ. ທ່ານ ເອກອັກຄະລັດທະທູດກ່າວວ່າ “ການຮ່ວມມືໃນຄັ້ງນີ້ມີຄວາມສຳຄັນຫຼາຍທີ່ສຸດ, ເພາະພວກເຮົາເຮັດວຽກຮ່ວມກັນເພື່ອຮັບມືກັບການດຳເນີນການອັນສະຫລັບສັບຊ້ອນຂອງອາດຊະຍາກຳຂ້າມຊາຍແດນ ແລະ ນຳໃຊ້ເຕັກໂນໂລຊີທີ່ທັນສະໄໝ.”

ທ່ານເອກອັກຄະລັດຖະທູດ ໄດ້ກ່າວຕື່ມອິກວ່າ “ການປັບປຸງການຄວບຄຸມການຕ້ານການຟອກເງິນແມ່ນມີຄວາມຈໍາເປັນ ບໍ່ພຽງແຕ່ໃຫ້ສອດຄ່ອງກັບ FATF ເທົ່ານັ້ນ, ແຕ່ເພື່ອຍັງເປັນການເພີ່ມທະວີລະບົບການເງິນຂອງ ສປປ ລາວ ໃຫ້ສົມບູນແບບຍິ່ງຂື້ນເພື່ອທີ່ຈະດຶງດູດນັກລົງທຶນທີ່ໂປ່ງໃສຈາກຕ່າງປະເທດ ແລະ ສ້າງຄວາມເຊື່ອຫມັ້ນໃຫ້ແກ່ມວນຊົນ.

May be an image of 8 people, wedding and text

ທ່ານເອກອັກຄະລັດຖະທູດ ວາເຣຍອາວາ ຍັງໄດ້ຍົກໃຫ້ເຫັນຄວາມຮີບດ່ວນຮ່ວມກັນໃນການປາບປາມຂະບວນການໂຈລະກຳ ຂ້າມຊາດທາງອິນເຕີເນັດ, ເຊິ່ງໄດ້ຫຼອກລວງພົນລະເມືອງອາເມຣິກາໄປແລ້ວຫຼາຍກວ່າ 10 ຕື້ ໂດລາສະຫະລັດ ພາຍໃນປີ 2024. “ການແກ້ໄຂບັນຫາຕໍ່ກັບສູນໂຈລະກຳທາງອິນເຕີເນັດຢ່າງຈິງຈັງແມ່ນເພື່ອຜົນປະໂຫຍດຮ່ວມກັນຂອງທັງສອງປະເທດຂອງພວກເຮົາ. ຍັງເປັນການຊ່ວຍປົກປ້ອງອະທິປະໄຕຂອງ ສປປ ລາວ, ປົກປ້ອງສິດທິມະນຸດ ແລະ ຍັງເປັນການປ້ອງກັນອາດຊະຍາກຳທາງການເງິນທີ່ສົ່ງຜົນກະທົບໂດຍກົງຕໍ່ພົນລະເມືອງ, ຄອບຄົວ ໃນສະຫະລັດອາເມລິກາ ແລະ ໃນທົ່ວໂລກນຳອິກ.”

ໃນຕອນທ້າຍ, ທ່ານເອກອັກຄະລັດຖະທູດ ວາເຣຍອາວາ ໄດ້ເນັ້ນເຖິງຄວາມສຳຄັນຂອງການຮ່ວມມືດ້ານການບັງຄັບໃຊ້ກົດໝາຍ ຂອງ ສປປ ລາວ ແລະ ສະຫະລັດອາເມຣິກາ. “ການຮ່ວມມືໃນຄັ້ງນີ້ຖືເປັນຂີດໝາຍສຳຄັນຂອງສາຍພົວພັນສອງຝ່າຍ ລະຫວ່າງ ສະຫະລັດອາເມຣິກາ ແລະ ສປປ ລາວ. ພວກເຮົາຫວັງຢ່າງຍິ່ງທີ່ຈະສ້າງຂີດໝາຍອັນສຳຄັນຂອງມື້ນີ້ ແລະ ສືບຕໍ່ປະຕິບັດຫນ້າໃນອະນາຄົດທີ່ປອດໄພ ແລະ ໝັ້ນຄົງສຳລັບທຸກໆຄົນ.”

ຕິດຕາມພວກເຮົາຜ່ານຊ່ອງທາງຕ່າງໆ

ຂ່າວທີ່ກ່ຽວຂ້ອງ