ຝຶກອົບຮົມຍົກສູງຄຸນນະພາບວຽກງານ ທີ່ປິ່ນອ້ອມຫ້ອງການ ໃຫ້ແກ່ພະນັກງານຂົງເຂດກາແດງ

14 May 2025

ຄລິກແຊຣ໌ 0 Facebook WhatsApp

ໃນລະຫວ່າງວັນທີ 13-15 ພຶດສະພາ 2025 ທີ່ ເມືອງ ແກ້ວອຸດົມ, ແຂວງວຽງຈັນ, ອົງການກາແດງແຫ່ງຊາດລາວ ໄດ້ຈັດຊຸດອົບຮົມຍົກສູງຄຸນນະພາບວຽກງານທີ່ປິ່ນອ້ອມຫ້ອງການໃຫ້ແກ່ພະນັກງານອົງການກາແດງແຫ່ງຊາດລາວ, ອົງການກາແດງແຂວງ ແລະ ນະຄອນຫຼວງວຽງຈັນ ໃຫ້ກຽດເປັນປະທານ ໂດຍ ທ່ານ ຄຳລາວັນ ຈັນທະລາວັນ ປະທານອົງການກາແດງແຫ່ງຊາດລາວ , ມີບັນດາທ່ານທີ່ມາຈາກຫ້ອງການ,ສະຖາບັນເລືອດ, ຜູ້ຕາງໜ້າຈາກອົງການກາແດງສະວິດສ໌, ວິທະຍາກອນຈາກກະຊວງພາຍໃນ, ກະຊວງການຕ່າງປະເທດ, ກະຊວງແຜນການ ແລະ ການລົງທຶນ ພ້ອມດ້ວຍສໍາມະນາກອນທີ່ມາຈາກອົງການກາແດງແຫ່ງຊາດລາວ, ອົງການກາແດງແຂວງ ແລະ ນະຄອນຫຼວງວຽງຈັນ ເຂົ້າຮ່ວມທັງໝົດ 59 ທ່ານ, ຍິງ 18 ທ່ານ.

ຊຸດອົບຮົມໃນຄັ້ງນີ້ເພື່ອເປັນການຍົກສູງຄຸນນະພາບທາງດ້ານຄວາມຮູ້, ຄວາມສາມາດໃຫ້ແກ່ພະນັກງານອົງການກາແດງຢູ່ຂັ້ນສູນກາງ, ແຂວງ ແລະ ນະຄອນຫຼວງວຽງຈັນ ໃນການປະຕິບັດໜ້າທີ່ວຽກງານ ກໍຄືຄວາມຮັບຜິດຊອບຂອງຕົນ ເປັນຕົ້ນແມ່ນ ຈັນຍາບັນພະນັກງານ-ລັດຖະກອນ, ວຽກງານບໍລິຫານຫ້ອງການ, ວຽກງານເປັນເລຂານຸການ(ຂາເຂົ້າ-ຂາອອກ), ການຮ່າງເອກະສານທາງການ, ການສຳເນົາເອກະສານທາງການ, ການຂຽນໂຄງການ, ການຂຽນແຜນງານ, ວຽກງານພິທີການ ແລະ ມາລະຍາດທາງສັງຄົມ ແລະ ວຽກງານຈັດຫ້ອງປະຊຸມ ບັນດາຫົວຂໍ້ທີ່ນຳມານຳສະເໜີຄັ້ງນີ້ ລ້ວນແຕ່ເປັນຫົວຂໍ້ທີ່ສຳຄັນ ເພື່ອໃຫ້ຮັບຮູ້, ເຂົ້າໃຈເນື້ອໃນລະບຽບຫຼັກການ ແລະ ນຳໃຊ້ເຂົ້າໃນວຽກງານຂອງຕົນໃຫ້ເປັນລະບົບ, ຖືກຫຼັກການ, ມີຄວາມວ່ອງໄວທັນກັບເວລາ ແລະ ມີປະສິດທິພາບສູງຂື້ນໄປເລື້ອຍໆ.

ຕະຫຼອດໄລຍະໃນການຝຶກອົບຮົມສໍາມະນາກອນ ໄດ້ມີການສົນທະນາແລກປ່ຽນ ກັບບັນດາວິທະຍາກອນທີ່ຂຶ້ນຫ້ອງບັນຍາຍຢ່າງກົງໄປກົງມາ, ມີຄໍາຖາມຍົກຂຶ້ນມາສົນທະນາແລກປ່ຽນເຊີ່ງຍົກສູງບົດບາດດ້ານການບໍລິຫານ, ຄວາມຮູ້ ແລະ ທັກສະໃໝ່ໆ ໃນການເປັນເສນາທິການດ້ານເອກະສານ, ດ້ານບໍລິຫານວຽກງານຫ້ອງການ, ວຽກງານພິທີການ ແລະ ວຽກງານອື່ນໆ ທີ່ປິ່ນອ້ອມທັງເປັນການພັດທະນາຄວາມຮູ້ເຂົ້າໃນການປະຕິບັດວຽກງານຕົວຈິງໃຫ້ມີປະສິດທິພາບຫຼາຍຂຶ້ນ.

ໃນພິທີທ່ານປະທານປະທານອົງການກາແດງແຫ່ງຊາດລາວ, ໄດ້ມີຄຳເຫັນໂອ້ລົມຕໍ່ຊຸດຝຶກອົບຮົມຄັ້ງນີ້ວ່າ ເພື່ອເປັນການສ້າງໂອກາດໃຫ້ພະນັກງານຂັ້ນສູນກາງ, ແຂວງ ແລະ ນະຄອນຫຼວງໄດ້ມີໂອກາດພົບປະແລກປ່ຽນບົດຮຽນ, ປະສົບການເຊີ່ງກັນ ແລະ ກັນກັບທ້ອງຖີ່ນ ພ້ອມທັງເປັນການສ້າງຄວາມຮັກແພງກັບບັນດາວິທະຍາກອນຈາກພາກສ່ວນຕ່າງໆ, ຖ້າຍັງມີສິ່ງໃດບໍ່ທັນເລີກເຊີ່ງກໍ່ໃຫ້ຕິດຕໍ່ແລກປ່ຽນຮ່ວມມືກັນຕື່ມ.

ພ້ອມນີ້, ທ່ານຍັງໄດຮຽກຮ້ອງໃຫ້ສຳມະນາກອນ ທີ່ໄດ້ຜ່ານການຝຶກອົບຮົມໃນຄັ້ງນີ້ນຳເອົາຄວາມຮູ້, ບົດຮຽນທີ່ໄດ້ຝຶກອົບຮົມໄປພັດທະນາຕົນເອງໃຫ້ ເປັນເສນາທິການດີ, ເປັນຜູ້ບໍລິຫານດີ ແລະ ເປັນຜູ້ປະສານງານດີ. ພ້ອມທັງນຳເອົາບັນດາບົດຮຽນດັ່ງກ່າວໄປເຜີຍແຜ່ຕໍ່ໃຫ້ພະນັກງານ-ລັດຖະກອນຂົງເຂດຂອງຕົນໄດ້ຮັບຮູ້ ສາມາດປະຕິບັດວຽກງານໄດ້ຢ່າງລຽ່ນໄຫຼເຮັດໃຫ້ວຽກງານມີຜົນສຳເລັດເປັນກ້າວໆ.
ສໍາລັບ ຊຸດອົບຮົມໃນຄັ້ງນີ້ໄດ້ຮັບການສະໜັບສະໜູນງົບປະມານຈາກອົງການກາແດງສະວິດສ໌.

ຕິດຕາມພວກເຮົາຜ່ານຊ່ອງທາງຕ່າງໆ

ຂ່າວທີ່ກ່ຽວຂ້ອງ