ທີມວີໄອພີ ສປປ ລາວ ຊຶ່ງມີນັກກີລາຂອງສະໂມສອນ ປະສານໃຈ ເອັຟຊີ ກວມເອົາ 70 ເປີເຊັນ ນຳໂດຍທ່ານ ບຸນລັບ ເຄນກິຕິສັກ ອະດິດຊຸບເປີສະຕາຣ໌ທີມຊາດລາວ ຍິງຄົນດຽວ 3 ປະຕູ ພາທີມໂຊຟອມເກັ່ງໄລ່ເອົາຊະນະ ເອັສພີບີ ໄທແລນ ຫຼື SPB Thailand ຈາກນະຄອນຫຼວງ ບາງກອກ 4-2 ປະຕູ ຄວ້າແຊັມການແຂ່ງຂັນເຕະບານ ອາວຸໂສ ອາຊຽນ ປະຈຳປິ 2025 ຫຼື ລາຍການ Asean Senior Football Championship 2025 ASFC Cup ຮຸ່ນອາຍຸ 50-55 ປີ ທີ່ແຂວງສຸພັນບູລີ ປະເທດໄທ.
ການແຂ່ງຂັນຄັ້ງນີ້ ຈັດຂຶ້ນ ລະຫວ່າງວັນທີ 10-11 ພຶດສະພາ 2025 ຊຶ່ງມີ 8 ພາກສ່ວນ ທີ່ມາຈາກ 5 ປະເທດ ເຂົ້າຮ່ວມຊີງໄຊປະກອບມີ ໄທ ເຈົ້າພາບ 4 ທີມ ຄື: ສະໜຸດສາຄອນ, ນະຄອນພະນົມ, ສຸພັນບູລີ ແລະ ເອັສພີບີ ໄທແລນ ສ່ວນອີກ 4 ທີມ ທີ່ມາຈາກ 4 ຊາດ ກໍມີ ວີໄອພີ ສປປ ລາວ, ສີລັງກາ, ອິນໂດເນເຊຍ ແລະ ມາເລເຊຍ
ການແຂ່ງຂັນລາຍການດັ່ງກ່າວ ສຳລັບ 8 ທີມທີ່ເຂົ້າຮ່ວມ ຖືກຈັດແບ່ງອອກເປັນ 4 ສາຍ ສາຍລະສອງທີມ ຄັດເລືອກເອົາທີມຊະນະນັດທຳອິດ ຂຶ້ນໄປແຂ່ງຂັນລາຍການ ດີວີຊັ່ນ 1 ສ່ວນທີມເສຍລົງໄປແຂ່ງຂັນລາຍການ ດີວິຊັ່ນ 2 ຜ່ານການແຂ່ງຂັນຕະຫຼອດໄລຍະ 2 ວັນ ຜົນປະກົດວ່າ: ໃນນັດຊີງຊະນະເລີດ ທີມວີໄອພີ ສປປ ລາວ ສາມາດໄລ່ເອົາຊະນະ ທີມເອັສພີບີ ໄທແລນ ຈາກນະຄອນຫຼວງ ບາງກອກ 4-2 ປະຕູ ຄວ້າແຊັມລາຍກາຍນີ້ ໄປຄອງຢ່າງຍິ່ງໃຫຍ່ ຂະນະທີ່ ແຊັມດິວິຊັນ 2 ຕົກເປັນຂອງທີມຈາກ ອິນໂດເນເຊຍ.