ສປປ ລາວ ສົ່ງຕໍ່ ໜ້າທີ່ປະທານໜ່ວຍງານ ຊັບສິນທາງປັນຍາອາຊຽນ ໃຫ້ແກ່ ລາດຊະອານາຈັກ ກໍາປູເຈຍ

13 May 2025

ຄລິກແຊຣ໌ 0 Facebook WhatsApp

ໃນຕອນເຊົ້າຂອງວັນທີ 9 ພຶດສະພາ 2025 ທ່ານ ໄຊສົມເພັດ ນໍລະສິງ, ຫົວໜ້າກົມຊັບສິນທາງປັນຍາ, ທັງເປັນຫົວໜ່ວຍປະຕິບັດງານ ຊັບສິນທາງປັນຍາ ອາຊຽນ (2023 – 2025) ໄດ້ສົ່ງຕໍ່ ໜ້າທີ່ປະທານໜ່ວຍງານຊັບສິນທາງປັນຍາອາຊຽນ ໃຫ້ແກ່ ທ່ານ ຊຸນ ວີເຈຍ (2025 – 2027), ຫົວໜ້າກົມຊັບສິນທາງປັນຍາ, ກໍາປູເຈຍ.

 

ພິທີດັ່ງກ່າວ ໄດ້ຈັດຂຶ້ນທີ່ ຫໍປະຊຸມ ໂຊກຄາ, ສຽມຣຽບ, ປະເທດ ກໍາປູເຈຍ ພາຍໃຕ້ການເປັນສັກຂີພິຍານ ຂອງ ທ່ານ ນາງ ຈັນສຸກ ແສງພະຈັນ, ຮອງລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ ແລະ ທ່ານ ອຸກ ປຣາເຈຍ, ເລຂາທິການລັດ ປະຈໍາກະຊວງການຄ້າ ກໍາປູເຈຍ. ພ້ອມດຽວກັນນັ້ນ, ໃນພິທີດັ່ງກ່າວ ຍັງປະກອບດ້ວຍຜູ້ເຂົ້າຮ່ວມຈາກ 10 ປະເທດ ອາຊຽນ, ປະເທດຕີມໍແລດສເຕ (ໃນນາມຜູ້ສັງເກດການ) ແລະ ໜ່ວຍງານຊັບສິນທາງປັນຍາ ຈາກກອງເລຂາອາຊຽນ ເຂົ້າຮ່ວມທັງໝົດ ປະມານ 70 ທ່ານ.

 

ທ່ານຫົວໜ້າກົມ ຊັບສິນທາງປັນຍາ, ກະຊວງອຸດສາຫະກໍາ ແລະ ການຄ້າ ຂອງ ສປປ ລາວ ໄດ້ເລີ່ມຮັບຕໍາແໜ່ງ ປະທານໜ່ວຍງານຊັບສິນທາງປັນຍາອາຊຽນ (Chair of AWGIPC) ເລີ່ມແຕ່ເດືອນ ມີນາ 2023, ທີ່ ໂບໂຮ, ປະເທດ ຟິລິບປິນ. ຕະຫຼອດໄລຍະ 02 ປີຂອງການເປັນປະທານ, ວຽກງານດັ່ງກ່າວ ໄດ້ມີການພັດທະນາຢ່າງບໍ່ຢຸດຢັ້ງ ແລະ ມີຜົນສໍາເລັດໃນລະດັບສາກົນ ເປັນຕົ້ນແມ່ນ: ປະກອບສ່ວນໃສ່ຜົນສໍາເລັດຂອງການຈັດຕັ້ງປະຕິບັດວຽກງານ ແຜນປະຕິບັດງານສິດຊັບສິນທາງປັນຍາ 2016 – 2025 (ຈາກເບື້ອງຕົ້ນ 78% ມາຮອດປະຈຸບັນ ສໍາເລັດໄດ້ 91%). ພ້ອມດຽວກັນນັ້ນ, ພາຍໃຕ້ການເປັນປະທານຂອງ ສປປ ລາວ ໄດ້ປະກອບສ່ວນຢ່າງຕັ້ງໜ້າ ເຂົ້າໃສ່ວຽກງານການສ້າງແຜນ ປະຕິບັດງານສິດຊັບສິນທາງປັນຍາ 2026 – 2030, ໄດ້ລິເລີ່ມໂຄງການຍຸດທະສາດໃໝ່ຂອງພາກພື້ນ, ໄດ້ສ້າງພື້ນຖານໃນການຍົກລະດັບ ໂຄງສ້າງຂໍ້ຕົກລົງການຮ່ວມມືຊັບສິນທາງປັນຍາອາຊຽນ (AFAIPC) ແລະ ໄດ້ເຂົ້າຕາງໜ້າບັນດາປະເທດສະມາຊິກອາຊຽນ ເຂົ້າຮ່ວມ ແລະ ປະກອບຄໍາເຫັນໃນກອງປະຊຸມລະດັບພາກພື້ນ ແລະ ສາກົນ ເຊິ່ງປັນການຍົກສູງບົດບາດຂອງອາຊຽນໃນເວທີສາກົນ.

ໃນພິທີດັ່ງກ່າວ, ທ່ານ ໄຊສົມເພັດ ນໍລະສິງ, ຫົວໜ້າກົມຊັບສິນທາງປັນຍາ ໄດ້ກ່າວສະແດງຄວາມຂອບໃຈເປັນຢ່າງສູງ ມາຍັງ ກອງເລຂາອາຊຽນ ແລະ ຫ້ອງການຊັບສິນທາງປັນຍາ ຂອງບັນດາປະເທດອາຊຽນ ທີ່ໄດ້ໃຫ້ການຊ່ວຍເຫຼືອ ແລະ ສະໜັບສະໜູນ ສປປ ລາວ ຕະຫຼອດໄລຍະ 2 ປີ ຂອງການຮັບໜ້າທີ່ດັ່ງກ່າວ.

 

ພ້ອມດຽວກັນນັ້ນ, ທ່ານຍັງໄດ້ສະແດງຄວາມຂອບໃຈເປັນຢ່າງສູງ ມາຍັງປະເທດກໍາປູເຈຍ ທີ່ໄດ້ເປັນເຈົ້າພາບຈັດພິທີດັ່ງກ່າວ ແລະ ສະແດງຄວາມຍິນດີຢ່າງສຸດໃຈ ມາຍັງທ່ານຫົວໜ້າກົມຊັບສິນທາງປັນຍາ, ປະເທດກໍາປູເຈຍ ທີ່ໄດ້ຮັບໜ້າທີ່ການເປັນປະທານດັ່ງກ່າວ ແລະ ເຊື່ອໝັ້ນວ່າ ພາຍໃຕ້ການຊີ້ນໍານໍາພາຂອງການນໍາ ກະຊວງການຄ້າກໍາປູເຈຍ ວຽກງານຊັບສິນທາງປັນຍາອາຊຽນ ຈະກ້າວໜ້າຢ່າງບໍ່ຢຸດຢັ້ງ.

ຂ່າວ: ກົມຊັບສິນທາງປັນຍາ

 

ຕິດຕາມພວກເຮົາຜ່ານຊ່ອງທາງຕ່າງໆ

ຂ່າວທີ່ກ່ຽວຂ້ອງ